|
 |
(GMT+08:00)
2006-02-20 18:02:55
|
 |
ອິສຣາແອນປະຕິເສດບໍ່ຕິດຕໍ່ພົວພັນກັບລັດຖະບານປາເລັສຕີນທີ່ນຳໂດຍອົງການຮາມັສ
cri
Author: min
ຕາມຂ່າວ CRI: ວັນທີ 19 ກຸມພາ, ທ່ານໂອນເມິດ ຜູ້ວ່າການແທນນາຍົກລັດຖະມົນຕີອິສຣາແອນເວົ້າວ່າ, ອິສຣາແອນຈະບໍ່ຕິດຕໍ່ພົວພັນກັບລັດຖະບານທີ່ນຳໂດຍອົງການຮາມັສຂອງປາເລັສຕີນ, ພ້ອນກັນນັ້ນ, ຈະຢຸດຕິໂອນພາສີອາກອນທີ່ເກັບແທນໃຫ້ລັດຖະບານປາເລສຕີນໃນທັນທີ.
ໃນກອງປະຊຸມຄະນະລັດຖະບານທີ່ໄຂຂຶ້ນມື້ດຽວກັນ, ທ່ານໂອນເມິດເວົ້າວ່າ, ອິສຣາແອນເຫັນວ່າ ລັດຖະບານປົກຄອງຕົນເອງປາເລັສຕີນທີ່ອົງການຮາມັສຄອງຖານະສຳຄັນຈະແມ່ນລັດຖະບານທີ່ສະໜັບສະໜູນລັດທິກໍ່ການຮ້າຍ.
ໃນກອງປະຊຸມ, ສະມາຊິກຄະນະລັດຖະບານອິສຣາແອນຍັງຮຽກຮ້ອງປະຊາຄົມໂລກເຊົາຊ່ອຍເຫຼືອເງິນຕ່າງໆໃຫ້ລັດຖະບານປາເລັສຕີນແຕ່ຍົກເວັ້ນການຊ່ອຍເຫຼືອ ມະນຸດສະທຳ.
ຕອນຄ່ຳມື້ດຽວກັນ, ຢູ່ທີ່ກາຊາ, ທ່ານອັບບັສ, ປະທານອົງການອຳນາດແຫ່ງຊາດປາເລັສຕີນເວົ້າວ່າ, ລັດຖະບານອິສຣາແອນຕົກລົງລົງໂທດປາເລັສຕີນທາງເສດຖະກິດແມ່ນເພື່ອດຳເນີນການເຄື່ອນໄຫວແຕ່ຝ່າຍດຽວ, ຝ່າຍປາເລັສຕີນກ່າວປະນາມການຕົກລົງດັ່ງກ່າວ. ມື້ດຽວກັນ, ທ່ານອິສມາອິນ ຮານີ ເປັນຜູ້ນຳອົງການຮາມັສທີ່ຫາກໍ່ໄດ້ຮັບການສະເໜີຊື່ເປັນນາຍົກລັດຖະມົນຕີລັດຖະບານປົກຄອງຕົນເອງຂອງປາເລັສຕີນກໍ່ກ່າວວ່າ, ຝ່າຍປາເລັສຕີນເດັດຂາດບໍ່ອ່ອນຍອມຕໍ່ການລົງໂທດທາງເສດຖະກິດຂອງອິສຣາແອນຢ່າງແນ່ນອນ.
|
|
|