|
 |
(GMT+08:00)
2006-02-17 21:03:53
|
 |
ຂ່າວສັງກວມຂອງງານກິລາໂອລິມປິກລະດູໜາວໃນວັນທີ16ກຸມພາ
cri
Author: shuo
ຕາມຂ່າວສານຊິນຮວາ:ວັນທີ16ກຸມພາເວລາທ້ອງຖິ່ນ,ງານກິລາໂອລິມປິກລະດູໜາວຕູຣີໂນໄດ້ຈັດການແຂ່ງຂັນຮອບຊິງຊະນະເລີດ8ລາຍ,ອາເມລິກາ ຣັດເຊຍແລະເຢຍລະມັນຕ່າງຊີງໄດ້ຫຼຽນຄຳໜຶ່ງຫຼຽນ,ຕ່າງເປັນທີໜຶ່ງ ທີສອງແລະທີສາມໃນຕາລາງຫຼຽນຄຳ,ຍອດຈຳນວນຫຼຽນຄຳຂອງອາເມລິກາແມ່ນ6ຫຼຽນ,ຣັດເຊຍ5ຫຼຽນ,ເຢຍລະມັນ5ຫຼຽນ.ຄະນະກິລາຈີນເປັນທີ11ດ້ວຍຫຼຽນຄຳ1ຫຼຽນ ຫຼຽນເງິນ2ຫຼຽນແລະຫຼຽນທອງ3ຫຼຽນ.
ໃນການແຂ່ງຂັນສະເກັດລວດລາຍເພດຊາຍຜູ້ດຽວ,ທ້າວປຼູເຊັນໂຄ ນັກກິລາຊື່ດັງຂອງຣັດເຊຍຊີງໄດ້ຫຼຽນຄຳດ້ວຍຄະແນນ258,33ຄະແນນ,ຫຼາຍກວ່າຜູ້ທີສອງ27,12ຄະແນນ.ທ້າວຈ່າງມີນ ນັກກິລາຈີນໄດ້ເປັນທີ10,ນີ້ແມ່ນຜົນງານທີ່ດີກວ່າໝູ່ຂອງນັກກິລາສະເກັດລວດລາຍເພດຊາຍຈີນໃນປະຫວັດງານກິລາໂອລິມປິກລະດູໜາວ.
ນາງຄິຼສຕີນາ ສມີກູນ ນັກກິລາແອສໂຕນີທີ່ມີອາຍຸ29ປີຊີງໄດ້ຫຼຽນຄຳອີກໜຶ່ງຫຼຽນໃນການແຂ່ງຂັນສະກີຫິມະນອກສະໜາມ10ກິໂລແມັດທີ່ບາກັນອອກເດີນທາງເພດຍິງ,ພາຍຫຼັງນາງຊີງໄດ້ຫຼຽນຄຳໃນການແຂ່ງຂັນສະກີຫິມະນອກສະໜາມ15ກິໂລແມັດເພດຍິງລາຍບຸກຄົນແລ້ວ.ສະນັ້ນ,ນາງໄດ້ກາຍເປັນນັກກິລາຜູ້ທຳອິດທີ່ຊີງໄດ້ຫຼຽນຄຳສອງຫຼຽນໃນງານກິລາໂອລິມປິກລະດູໜາວຄັ້ງນີ້.
ວັນທີ16ກຸມພາ,ຢູ່ງານກິລາໂອລິມປິກລະດູໜາວຍັງໄດ້ເກີດເຫດການຢາກະຕຸ້ນປະສາດ ເປັນຜົນບວກເທື່ອທຳອິດແຕ່ເປີດງານເປັນຕົ້ນມາ.ຄະນະກຳມະການໂອລິມປິກສາກົນປະກາດວ່າ,ນາງໂອນກາ ປີເລວາ ນັກກິລາສອງລາຍການລະດູໜາວຂອງຣັດເຊຍໄດ້ຖືກຫ້າມບໍ່ໃຫ້ເຂົ້າ ຮ່ວມການແຂ່ງຂັນຊົ່ວຄາວຍ້ອນຜົນການກວດກາຢາກະຕຸ້ນປະສາດເປັນຜົນບວກ.
|
|
|