ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 21:22:34    
ປີ​2007​ຈີນ​ຈະ​ເລີ່ມ​ປະ​ຕິ​ບັດ​ລະ​ບົບ​ຫຼັກ​ມາດ​ຖານ​ໃໝ່​ກ່ຽວ​ກັບ​ການ​ບັນ​ຊີ​ແລະ​ກວດ​ສອບ​ບັນ​ຊີ

cri
ຕາມ​ຂ່າວCRI,​ວັນ​ທີ15​ກຸມພາ,​ກະຊວງ​ການ​ເງິນ​ຈີນ​ໄດ້​ປະກາດ​ຫຼັກ​ມາດ​ຖານ​ໃໝ່​ກ່ຽວ​ກັບ​ບັນ​ຊີ​ວິ​ສາ​ຫະ​ກິດ​ແລະ​ຫຼັກ​ມາດຖານ​ໃໝ່​ກ່ຽວ​ກັບ​ການ​ກວດ​ສອບ​ນັກ​ບັນຊີ​ຂຶ້ນ​ທະບຽນ,​ທັງ​ນີ້​ເປັນ​ສັນ​ຍະ​ລັກ​ສະ​ແດງ​ໃຫ້​ເຫັນ​ວ່າ​ລະບົບ​ຫຼັກ​ມາດ​ຖານ​ບັນຊີ​ຂອງ​ວິ​ສາ​ຫະກິດ​ແລະ​ລະ​ບົບ​ຫຼັກ​ມາດ​ຖານ​ກວດ​ສອບ​ນັກ​ບັນຊີ​ຂຶ້ນ​ທະບຽນ​ທີ່​ສອດຄ່ອງ​ກັບ​ຄວາມ​​ຕ້ອງການ​ຂອງການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຂອງ​ຈີນ​​ແລະ​ເຊື່ອມ​ຕໍ່ກັບຮີດສາ​ກົນ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ທ່ານ​ຈີ່ນ​ເຢີນຊິ້ງ ລັດຖະ​ມົນຕີ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ,​ລະບົບ​ດັ່ງກ່າວ​ໄດ້​ຖອດ​ຖອນ​ເອົາ​ໝາກ​ຜົນ​ຫຼ້າ​ສຸດ​ຂອງ​ໂລກ,​ໄດ້​ວາງ​ຄວາມ​ຕ້ອງ​ການ​ທີ່​ເຄັ່ງ​ຄັດ​ກວ່າ​ເກົ່າ​ຕໍ່​ຄຸນ​ນະພາບ​ວຽກ​ງານ​ແລະ​ລະບຽບ​ການ​ກວດ​ສອບ​ບັນຊີ.

ຕາມ​ໄດ້​ຊາບ,​ແຕ່​ວັນ​ທີ1​ມັງ​ກອນ​ປີ2007​ເປັນ​ຕົ້ນ​ໄປ,​ຈະ​ປະ​ຕິບັດ​ສອງ​ລະບົບ​ດັ່ງກ່າວ​ຢູ່ບໍ​ລິສັດ​ທີ່​ຂາຍ​ຫຸ້ນ​ໃນ​ຕະ​ຫຼາດ​ແລະສຳ​ນັກ​ງານ​ນັກ​ບັນຊີ​ພາຍ​ໃນ​ແດນ​ກ່ອນ,​ແລ້ວ​ຈຶ່ງຂະ​ຫຍາຍ​ກວ້າງ​ເທື່ອ​ລະ​ກ້າວ.