ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 21:00:44    
ຟິ​ລິບ​ປິນ​ປະ​ເມີນ​ການ​ຂົ່ມ​ຂູ່​ຂອງ​ລັດ​ທິ​ກໍ່​ການ​ຮ້າຍ​ຄືນ​ໃໝ່

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ວັນ​ທີ14​ກຸມພາ,​ເຈົ້າ​ໜ້າ​ທີ່​ອາວຸ​ໂສຂອງ​ພາກ​ສ່ວນ​ຄວາມ​ປອດ​ໄພ​ຂອງ​ຟິລິບ​ປິນກ່າວ​ວ່າ,​ລອກ​ແກັດ​ແບບ​ພົກ​ພາຫຼອນ​ໂຈມ​ຕີ​ຍົນ​ພົນລະ​ເຮືອນ​ແມ່ນ​ຄວາມ​ອັນ​ຕະ​ລາຍ​​ໃຫຍ່​ກວ່າ​ໝູ່ອັນ​ໜຶ່ງ​ແຫ່ງ​ການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍທີ່​ຟິລິ​ບປິນປະ​ເຊີນ​​ໃນ​ປັດຈຸບັນ,ອັນ​ນີ້​ຈະ​​ເຮັດໃຫ້​ຟິລິບປິນປະ​ເມີນ​ການ​ຂົ່ມ​ຂູ່​ທີ່​ປະ​ເຊີນຄືນ​ໃໝ່.
 
ກ່ອນ​ໜ້າ​ນີ້,​ເຈົ້າ​ໜ້າ​ທີ່​ຕ້ານ​ການ​ກໍ່​ການ​ຮ້າຍຂອງ​ຟິລິບ​ປິນ​ເຄີຍ​ກ່າວ​ວ່າ,​ການ​ຮັບ​ປະກັນ​ຄວາມ​ປອດ​ໄພ​ຢູ່​ເດີ່ນ​ຍົນ​ຂອງ​ຟິລິບ​ປິນບໍ່​ພຽງພໍ,​ມັກຈະ​ຖືກ​ລອກ​ແກັດ​ແບບ​ພົກ​ພາ​ຫຼອນ​ໂຈມ​ຕີ​ຢ່າງ​ງ່າຍ​ທີ່​ສຸດ.

ອີກ​ບໍ່​ດົນ,​ອົງການ​ອາ​ເປັກ​ຈະ​ປະກາດ​ບົດ​ລາຍ​ງານ​ພິ​ເສດ​ກ່ຽວ​ກັບ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ໂດຍ​ເຫັນ​ວ່າ,​ອົງການ​ອານ​ເຄດາ​ອົງ​ການ​ກໍ່​ການ​ຮ້າຍ​ທີ່​ນຳ​ໂດຍ​ທ່ານ​ບິນ​ລາ​ແດນ​ໄດ້​ເພີ່ມ​ທະວີ​ການ​ພົວ​ພັນ​ກັບ​ອົງ​ການ​ຫົວ​ຈັດ​ຂອງ​ຟິລິບ​ປິນ,​ອາດ​ຈະ​ຫຼອນ​ໂຈມ​ຕີ​ເດີ່ນຍົນ​ຂອງ​ຟິລິບ​ປິນ.