ໜັງສືພິມເຢີນມິນຢື້ປ້າວລາຍງານວ່າ: ຫວ່າງມໍ່ໆນີ້ລັດຖະບານຈີນໄດ້ປະກາດຄາດໝາຍອະນຸລັກສິ່ງແວດລ້ອມທີ່ຖືການປ້ອງກັນແລະແກ້ໄຂເຊື່ອມພິດປະເພດຕ່າງໆເປັນຈຸດໜັກໃນ15ປີຂ້າງໜ້າ, ທວງໃຫ້ແຫ່ງຕ່າງໆຕ້ອງເອົາການອະນຸລັກສິ່ງແວດລ້ອມໄວ້ຢູ່ຖານະຍຸກທະສາດອັນສຳຄັນກວ່າເກົ່າ, ຕັດສິນໃຈແກ້ໄຂບັນຫາສິ່ງແວດລ້ອມ.
ຂໍ້ຕົກລົງຂອງລັດຖະບານຈີນກ່ຽວກັບເພີ່ມທະວີການອະນຸລັກສິ່ງແວດລ້ອມ, ໄດ້ຊີ້ແຈ້ງໜ້າທີ່ຈຸດໜັກໃນຂົງເຂດອະນຸລັກສິ່ງແວດລ້ອມຈີນໃນອະນາຄົດ, ໃນນັ້ນ ລວມທັງເພີ່ມທະວີການປ້ອງກັນແລະແກ້ໄຂນ້ຳຖືກເຊື່ອມພິດ ຊຸກຍູ້ການອະນຸລັກສິ່ງແວດລ້ອມໃນຕົວເມືອງ ປ້ອງກັນແລະແກ້ໄຂການເຊື່ອມພິດອາກາດເພີ່ມທະວີການອະນຸລັກສິ່ງແວດລ້ອມຢູ່ຊົນນະບົດເປັນຕົ້ນ.
ຕາມຂໍ້ຕົກລົງສະບັບນີ້, ຮອດປີ2010, ທວງທ່າສິ່ງແວດລ້ອມຊີວະພາບຈີນຊຸດຮ້າຍລົງນັ້ນຈະຖືກສະກັດກັ້ນໂດຍພື້ນຖານ. ຮອດປີ2020, ຄຸນນະພາບສິ່ງແວດລ້ອມແລະສະພາບຊີວະພາບຈະໄດ້ຮັບປົວແປງດີຂຶ້ນຢ່າງເດັ່ນຊັດ.
|