ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 11:24:27    
ທ້າຍ​ປີ​ນີ້ ຈີນ​ຈະ​​ໃຫ້​ທະນາຄານ​​ຕ່າງ​ປະ​ເທດ​ເປີດ​ທຸ​ລະ​ການ​ເງິນ​ຢວນ​ຮອບ​ດ້ານ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ທ້າຍ​ປີ​ນີ້, ຈີນ​ຈະ​​ໃຫ້​ທະນາຄານ​​ຕ່າງປະ​ເທດເປີດ​ທຸລະ​ການ​ເງິນ​ຢວນ​ຮອບດ້ານ. ປັດຈຸບັນ ​ເຖິງ​ວ່າ ທຶນ​ຕ່າງປະ​ເທດ​ຖື​ຫຸ້ນ​ທະນາຄານ​ຂອງຈີນ​ມີ​ຄວາມ​ຈຳ​ກັດ​ທາງ​ອັດຕາ​ສ່ວນກໍ່ຕາມ, ​ແຕ່​ຄຽງ​ຄູ່​ກັບ​ຈີນ​ເປີດ​ທຸລະການ​ເງິນ​ຢວນ​ຮອບ​ດ້ານ​ໃນ​ທ້າຍ​ປີ​ນີ້, ຈະ​ບໍ່​​ຈຳກັດ​ຄວາມ​ເສລີພາບ​ໃນ​ຂອບ​ເຂດ​ທຸລະ​ກິດ.

ວັນ​ທີ 14 ກຸມພາ, ​ທ່ານ​ນາງ​ອູ​ສຽວ​ລິງ ຮອງ​ຜູ່​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ທີ່​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງວ່າ, ປັດຈຸບັນ ​ທຶນ​ຕ່າງປະ​ເທດ​ຖື​ຫຸ້ນ​ທະນາຄານຂອງ​ຈີນ​ຖ້າ​ຢາກ​ມີ​ຂອບ​ເຂດ​ທຸລະ​ການ​ເທົ່າ​ກັບ​ທະນາຄານ​ຂອງຈີນ​ແລ້ວ, ອັດຕາສ່ວນ​ຖື​ຫຸ້ນ​ບໍ່​ໃຫ້​ລື່ນ​ກາຍ 25%. ​ເມື່ອຮອດທ້າຍ​ປີ​ນີ້, ພາຍຫຼັງຈີນ​ເປີດ​ທຸລະ​ການເງິນ​ຢວນຕໍ່​ທະນາຄານ​ຕ່າງປະ​ເທດ​ຢ່າງຮອບດ້ານ​ແລ້ວ, ຄວາມ​ຈຳກັດ​ຂອງອັດຕາ​ສ່ວນດັ່ງກ່າວພຽງ​ແຕ່ມີ​ຄວາມ​ໝາຍ​​ໃນ​ການ​ເກັບ​ພາສີ, ຈະ​ບໍ່​​ຈຳກັດຄວາມ​ເສລີພາບ​ໃນ​ຂອບ​ເຂດ​ທຸລະ​ກິດ.