ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 22:53:14    
ຈີນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ຊັ້ນ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ

cri


ແຕ່​ກ້າວ​ເຂົ້າ​ສູ່ສະ​ຕະວັດ​ໃໝ່​ເປັນ​ຕົ້ນ​ມາ,​ພາຍ​ໃຕ້​ຜົນ​ສະທ້ອນ​ຂອງ​ກະ​ແສ​ໂລກາ ພິວັດ,​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດໃນ​ຂົງ​ເຂດ​ການ​ສຶກ​ສາ​ຊັ້ນ​ສູງ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ວຽກ​ງານບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ແລະ​ຄົ້ນຄວ້າ​ວິທະ​ຍາສາດ.

ມະຫາ​ວິທະ​ຍາ​ໄລ​ປັກ​ກິ່ງ​ແມ່ນມະ​ຫາວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ຂອງ​ຈີນ.​ມີ​ປະ​ຫວັດ​ຮ້ອຍ​ກວ່າ​ປີ​ແລ້ວ,​ໃນ​ຫຼາຍ​ປີ​ມາ​ນີ້,​ໂຮງ​ຮຽນ​ຊັ້ນ​ສູງ​ແຫ່ງ​ໄດ້​ຖື​ການ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ເປັນ​ທິດ​ທາງ​ພັດທະ​ນາ,​ຜ່ານ​ຈາກ​ຮູບ​ການ​ຕ່າງໆ​ເຊັ່ນ​ນຳ​ເຂົ້າ​ປຶ້ມ​ແບບ​ຮຽນ,​ແລະ​ຮ່ວມ​ມື​ຄົ້ນ​ຄວ້າ​ເປັນ​ຕົ້ນ,​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ.​ທ່ານ​ເຊ້ຍ​ຮົງ​ເວີ້ຍ​ຂອງ​ພະ​ແນກ​ຮ່ວມ​ມືກັບ​ຕ່າງປະ​ເທດ​ຂອງ​ມະຫາ​ວິທະ​ຍາ​ໄລ​ປັກ​ກິ່ງ​ຊີ້​ອອກ​ວ່າ,​ມະຫາ​ວິ​ທະຍາ​ໄລ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ຈາກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ.​ທ່ານ​ເວົ້າ​ວ່າ,
 
ການ​ແລກ​ປ່ຽນ​ກັບ​ຕ່າງປະ​ເທດ​ໃນ​ຫຼາຍ​ປີ​ມາ​ນີ້,​ໄດ້​ນຳ​ເອົາ​ປະ​ສິດທິ​ຜົນ​ໃຫ້​ແກ່​ມະ​ຫາ​ວິທະ​ຍາ​ໄລ​ປັກ​ກິ່ງ​.ສິ່ງ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ກໍ່​ແມ່ນ​ໄດ້​ນຳ​ມາ​ແນວ​ຄຶດ​ໃໝ່​ດ້ານ​ການ​ສິດ​ສອນ.​ປຶ້ມ​ແບບ​ຮຽນ​ແລະວິ​ທີ​ສິດສອນ​ທີ່​ກ້າວ​ໜ້າ​ຂອງ​ຕ່າງ​ປະ​ເທດ​ເປັນ​ທີ່​ປຶກສາ​ດີ​ຫຼາຍ​ໃຫ້​ແກ່​ອາ​ຈານ​ພວກ​ເຮົາ,​ພວກ​ເຮົາກໍ​ສາມາດ​ດຶງດູດ​ເອົາ​ໝາກຜົນ​ດ້ານ​ການ​ສຶກ​ສາ​ທີ່​ດີກ​ວ່າ​ໝູ່​ໃນ​ໂລກ​ປັດຈຸ​ບັນ​ໃຫ້​ດີ​ກວ່າ​ເກົ່າ,​ອາ​ຈານ​ທັງ​ຫຼາຍ​ໄດ້​ເອົາ​ໝາກ​ຜົນ​ເຫຼົ່າ​ນີ້​ເຊື່ອມ​ໂຍງ​ເຂົ້າ​ໃນ​ການ​ສິດ​ສອນ​ໂດຍ​ອີງ​ຕາມ​ສະພາບ​ຕົວ​ຈິງ​ຂອງ​ຈີນ,ອັນ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ທີ່​ດີ​ທີ່​ສຸດ.
 
ນອກ​ນີ້,​ມະຫາວິ​ທະຍາ​ໄລ​ປັກ​ກິ່ງ​ຍັງ​ໄດ້​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ຄົ້ວ​ຄວ້າ​ກັບ​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ຕ່າງປະ​ເທດ.​ຕົວຢ່າງ​ຄື,​ປີ2001,​ມະຫາ​ວິທະ​ຍາ​ໄລ​ປັກ​ກິ່ງ​ກັບ​ມະຫາ​ວິທະ​ຍາ​ໄລ​ເຢນ​ຂອງ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັນ​ສ້າງ​ຫ້ອງ​ທົດ​ລອງ​ເຕັກ​ໂນ​ໂລ​ຊີ​ຊີວະ​ຊາດ​ແລະ​ກະສິ​ກຳ,​ພ້ອມ​ກັນ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ.​ໃນ4ປີ​ມາ​ນີ້,​ສາ​ສະ​ດາ​ຈານທີ່​ພົວ​ພັນ​ກັບ​ຊີ​ວະ​ສາດ​ຫຼື​ພັນສາດ​ຂອງ​ມະຫາ​ວິທະ​ຍາ​ໄລ​ເຢນໄດ້​ມາ​ຢ້ຽມ​ຢາມ​ມະຫາ​ວິທະ​ຍາ​ໄລ​ປັກ​ກິ່ງ​ທັງ​ໝົດ,​ຜ່ານ​ຈາກ​ແລກ​ປ່ຽນ​ແນວ​ຄິດ​ແລະ​ຈັດ​ງານ​ບັນ​ລະ​ຍາຍ​ເປັນ​ຕົ້ນ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ຜູ້​ຮ່ວມ​ຂະ​ແໜງ​ການ​ຂອງ​ມະຫາ​ວິທະ​ຍາ​ໄລ​ປັກ​ກິ່ງ, ຄົ້ນ​ຄວ້າ​ຫາລື​ບັນ​ຫາ​ວິຊາ​ການ​ທີ່​ສົນ​ໃຈ​ນຳ​ກັນ.​ປັດຈຸ​ບັນ,​ມະຫາ​ວິທະ​ຍາ​ໄລ​ທັງ​ສອງ​ລ້ວນ​ແຕ່ມີ​ອາ​ຈານ​ແລະ​ນັກ​ສຶກ​ສາ​ເຮັດ​ວຽກ​ຢູ່​ຫ້ອງ​ທົດ​ລອງ​ຂອງ​ຝ່າຍ​ກົງ​ກັນຂ້າມ,​ແລະ​ໄດ້​ຮ່ວມ​ກັນ​ປະກາດ​ວິທະຍາ​ນິ​ພົນ​ຫຼາຍ​ບົດ​ແລ້ວ.
 
ໃນ​ໄລຍະ​ການ​ສຶກສາ​ຊັ້ນ​ສູງ,​ນອກ​ຈາກ​ການ​ແລກປ່ຽນ​ແລະ​ການ​ຮ່ວມມື​ກັບ​ຕ່າງ​ປະ​ເທດ​ສອງ​ຮູບ​ການ​ດັ່ງກ່າວ​ແລ້ວ,​ຈີນ​ຍັງ​ໄດ້​ຮ່ວມ​ມືກັບ​ຕ່າງ​ປະ​ເທດ​ສ້າງ​ໂຄງການ​ສຶກ​ສາ,​ແຕ່ງ​ນັກ​ສຶກ​ສາ​ໃຫ້​ແກ່​ກັນ,​ແຕ່ງ​ບຸກຄະ​ລາ​ກອນ​ຢ້ຽມ​ຢາມ​ຊຶ່ງ​ກັນ​ແລະ​ກັນ​ແລະ​ອື່ນໆ.​ໃນ​ດ້ານ​ຮ່ວມ​ມື​ກັບ​ໂຮງ​ຮຽນ​ຊັ້ນ​ສູງ​ຕ່າງປະ​ເທດ​ສ້າງ​ໂຄງ​ການ​ສຶກສາ,​ປັດຈຸ​ບັນ​ໄດ້​ມີ​ໜຶ່ງ​ພັນ​ກວ່າ​ໂຄງການ​ແລ້ວ,​ຜູ້​ຮ່ວມ​ມື​ຕ່າງປະ​ເທດ​ສ່ວນ​ຫຼາຍ​ແມ່ນ​ໂຮງ​ຮຽນ​ຊັ້ນ​ສູງ​ທີ່ມີ​ຊື່​ສຽງ​ດົ່ງ​ດັງ​ຂອງ​ປະ​ເທດ​ພັດທະ​ນາ,​ຄື​ອາ​ເມ​ລິ​ກາ,​ອົສຕຼາ​ລີ,​ອັງກິດ,​ຝລັ່ງ​ແລະ​ກາ​ນາ​ດາ​ເປັນ​ຕົ້ນ.
 
ນາງ​ເຫີ​ລີ້​ແມ່ນ​ນັກ​ສຶກສາ​ປີ​4​ຂອງ​ວິ​ທະຍາ​ໄລການ​ເງິນ​ແລະ​ການ​ທະນາ​ຄານ​ແຫ່ງ​ມະ​ຫາ​ວິທະ​ຍາ​ໄລ​ປະຊາ​ຊົນ​ຈີນ,​ນາງ​ໃກ້​ຮຽນ​ຈະ​ຈົບ​ແລ້ວ,​ຄາວຽກ​ຫຼາຍ.​ເພາະ​ວ່າ​ມະຫາ​ວິທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ​ກັບ​ມະຫາ​ວິທະ​ຍາ​ໄລ​ໂຄ​ລົມ​ເບຍ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັນ​ສ້າງ​ໂຄງ​ການ​ສຶກ​ສາ​ດ້ານ​ການ​ຄຸ້ມ​ຄອງ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ແລະ​ການ​ທະນາ​ຄານ,​ພາຍ​ຫຼັງ​ຮຽນ​ຈົບ​ປະ​ລິນ​ຍາ​ຕີ​ດ້ານ​ວິຊາ​ສະ​ເພາະ​ທີ່​ກ່ຽວ​ຂ້ອງ​ໃນ​ປະ​ເທດ​ຈີນ​ແລ້ວກໍ່​ສາ​ມາດ​ໄປ​ສະ​ເໜີ​ຊື່​ເພື່ອ​ເສັງ​ເຂົ້າ,ຫຼັງ​ຈາກ​ເສັງ​ເຂົ້າ​ແລ້ວ​ຈະຮຽນ​ຢູ່​ມະຫາ​ວິທະ​ຍາ​ໄລ​ປະຊາຊົນ​ຈີນ​ແລະ​ມະຫາ​ວິທະ​ຍາ​ໄລ​ໂຄ​ລົມ​ເບຍ​ແຫ່ງ​ລະໜຶ່ງ​ປີ,​ຮຽນ​ຈົບ​ແລ້ວ​ຈະ​ໄດ້​ຮັບປະ​ລິນຍາ​ໂທວິ​ຊາ​ຄຸ້ມ​ຄອງ​ສາທາ​ລະ​ນະ​ຂອງ​ມະ​ຫາ​ວິທະ​ຍາ​ໄລ​ໂຄ​ລົມ​ເບຍ​ແລະ​ປະກາດ​ສະ​ນີຍະ​ບັດ​ຮຽນ​ຈົບ​ໂຄງການ​ຂອງ​ມະຫາ​ວິທະ​ຍາ​ໄລ​ປະຊາ​ຊົນ​ຈີນ.​ປັດຈຸ​ບັນ​ນາງ​ເຫີ​ລີ້​ພວມ​ກະ​ກຽມ​ສອບ​ເສັງ​ໂຄງ​ການ​ດັ່ງກ່າວ.
 
ໃນ​ດ້ານ​ເສດຖະ​ກິດ,​ອາ​ເມ​ລິ​ກາ​ເປັນ​ຜູ່​ນຳ​ໜ້າ​ພາ​ໝູ່​ໃນ​ໂລກ​ຢ່າງ​ແທ້​ຈິງ,​ການ​ຄົ້ນ​ຄວ້າ​ທິດ​ສະ​ດີ​ດ້ານ​ຕ່າງໆ​ທີ່​ຄ້ຳ​ຊູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກໍ່ກ້າວ​ໜ້າ​ຫຼາຍ,​ບັນຍາ​ກາດ​ວິຊາ​ການ​ກວມ​ລວມ​ກໍ່​ດີ​ທີ່​ສຸດ.​ສະ​ນັ້ນ​ຖ້າ​ສາມາດ​ເຂົ້າ​ຮ່ວມ​ໂຄງ​ການ​ດັ່ງ​ກ່າວ,​ຈະ​ໂດຍ​ກົງ​ກວ່າ​ໄປ​ອ່ານ​ຂໍ້​ມູນ​ຂ່າວ​ສານ​ແລະ​ບົດ​ລາຍ​ງານ​ຂ່າວ​ມື​ສອງ,​ຕົນ​ເອງ​ກໍ່​ສາມາດ​ເຂົ້າ​ຮ່ວມ​ບາງ​ໂຄງ​ການ​.
 
ຕາມ​ໄດ້​ຊາບ,​ໃນ​ໂຄງການ​ຮ່ວມ​ມື,​ການ​ສຶກສາ​ດ້ານ​ປະລິນ​ຍາ​ແລະ​ການ​ສຶກ​ສາທີ່​ບໍ່​ແມ່ນ​ດ້ານ​ປະ​ລິນຍາ​ຕ່າງ​ກວມປະ​ມານ​ເຄິ່ງ​ໜຶ່ງ,​ມີ​ວິຊາ​ສະ​ເພາະ​ຫຼາຍ​ຢ່າງ,​ເຊັ່ນ​ການ​ຄຸ້ມ​ຄອງ​ອຸດ​ສາ​ຫະ​ກຳ​ການ​ຄ້າ,​ວັນນະ​ຄະດີ​ພາສາ​ສາດ,​ຂໍ້​ມູນ​ຂ່າວ​ສານ​ເສດ​ຖະ​ກິດ,​ສິລະ​ປະ​ແລະ​ວິທະ​ຍາ​ສາດ​ການ​ສຶກ​ສາເປັນ​ຕົ້ນ.​ວຽກ​ງານ​ສິດ​ສອນ​ຕົ້ນຕໍ​ແມ່ນ​ຝ່າຍ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບ,​ສ່ວນ​ຝ່າຍ​ຈີນ​ຮັບ​ຜິດ​ຊອບ​ການ​ຄຸ້ມ​ຄອງ​ໂຄງການ.​ຈີນ​ຫວັງ​ວ່າ​ຜ່ານ​ຈາກ​ໂຄງ​ການ​ເຫຼົ່າ​ນີ້,​ນຳ​ເຂົ້າ​ວິ​ທີ​ການ​ສຶກ​ສາ,​ການ​ສິດ​ສອນ​ແລະ​ບົດ​ຮຽນ​ຄຸ້ມ​ຄອງ​ທີ່​ກ້າວ​ໜ້າ​ຈາກ​ຕ່າງ​ປະເທດ,​ເພື່ອ​ຍົກ​ລະດັບ​ຂອງ​ອາ​ຈານ​ແລະ​ຄຸນ​ນະພາບ​ການ​ສິດ​ສອນ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ,​ຊຸກ​ຍ້ການ​ກໍ່ສ້າງ​ແລະ​ການ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ວິຊາ​ທີ່​ຂາດ​ເຂີນ​ແລະ​ອ່ອນ.
 
ເປັນ​ເວ​ລາ​ດົນ​ນານ​ມາ​ນີ້,​ການ​ສົ່ງ​ນັກ​ສຶກ​ສາ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ແມ່ນ​ພາຫະ​ນະ​ຕົ້ນຕໍ​ອັນ​ໜຶ່ງ​ທີ່​ຈີນ​ຮ່ຳຮຽນ​ວິທະ​ຍາ​ສາດ​ເຕັກນິກ,​ວິທີ​ການ​ສຶກສາ​ຂອງ​ປະ​ເທດ​ກ້າວໜ້າ,​ແລະ​ດຳ​ເນີນ​ການ​ແລກປ່ຽນ​ກັບ​ຕ່າງປະ​ເທດ​ໃນ​ດ້ານ​ການ​ສຶກສາ.​ໃນ25ປີ​ມາ​ນີ້,​ມີ​ນັກ​ສຶກສາ​ແລະ​ນັກ​ປາດ​ຈີນ​ປະ​ມານ​8​ແສນ​ຄົນ​ໄດ້ໄປ​ຮຽນ​ຢູ່​ຕ່າງປະ​ເທດ.​ໂດຍ​ສະ​ເພາະ​ແມ່ນ​ໃນ​ບໍ່​ເທົ່າ​ໃດ​ປີມາ​ນີ້,​ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ຂອງ​ຈີນ​ພັດທະ​ນາ​ແລະ​ກຳລັງ​ໃຊ້​ຈ່າຍ​ຂອງປະ​ຊາ​ຊົນ​ຍົກ​ສູງ​ຂຶ້ນ,​ແຕ່​ລະ​ປີ​ກໍ່​ມີ​ນັກ​ຮຽນ​ນັກ​ສຶກສາ​ຫຼາຍ​ໝື່ນ​ຄົນ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ໂດຍ​ທຶນ​ຕົນເອງ.​ພ້ອມກັນ​ນັ້ນ,​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮຽນ​ຢູ່​ຈີນ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ພຽງ​ແຕ່​ປີ2005,​ກໍ່​ມີ​ນັກ​ສືກ​ສາ​ຕ່າງ​ປະ​ເທດ​1​ແສນ1​ໝື່ນ​ກວ່າ​ຄົນ​ມາ​ຮຽນ​ຢູ່​ຈີນ.
 
ທ້າວ​ກີ​ຈຸນ​ຄຸນ​ມາ​ຈາກ​ສ.​ເກົາ​ຫຼີ,​ຮຽນ​ຢູ່​ສະ​ຖາ​ບັນຄຸ້ມ​ຄອງ​ເສດ​ຖະກິດ​ແຫ່ງ​ມະຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ.​ລາວ​ເຫັນ​ວ່າ​ມາ​ຮຽນ​ຢູ່​ຈີນ​ແມ່ນ​ການ​ເລືອກ​ເອົາ​ທີ່​ສະ​ຫຼາດ​ກວ່າ​ໝູ່​ໃນ​ຊີ​ວິດ​ຂອງ​ຕົນ.​ເພາະວ່າ​ຢູ່​ບາງ​ວິ​ສາ​ຫະກິດ​ໃຫຍ່​ຂອງ​ສ.​ເກົາ​ຫຼີ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ທະ​ນາ​ຄານ,ຕ້ອງ​ການ​ຜູ້​ຮູ້​ສະ​ພາບ​ຂອງ​ຈີນ​ທີ່​ສຸດ,​ສະ​ນັ້ນ,​ຖ້າ​ຊາວ​ສ.​ເກົາຫຼີ​ຫາກ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ,​ໃນ​ເວລາ​ປະກອບ​ອາ​ຊີບ​ກໍ່​ຈະ​ຮັບ​ເງິນ​ເດືອນ​ຫຼາຍ​ກວ່າ​ຜູ້​ຮຽນ​ຈົບ​ຈາກ​ມະຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ​ເຊ​ອຸນ​ເຊິ່ງ​ເປັນ​ມະຫາ​ວິທະ​ຍາ​ໄລ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ກວ່າ​ໝູ່​ຂອງສ.​ເກົາຫຼີ.ລາວ​ເວົ້າ​ວ່າ,
 
ຍ້ອນວ່າ​ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ​ໃຫຍ່​ອຳ​ນວຍ​ນະ​ໂຍ​ບາຍ​ບູລິ​ມະ​ສິດ,​ປັດຈຸ​ບັນ​ຊາວ​ສ.​ເກົາ​ທີ່​ມາ​ຮຽນ​ຢູ່​ຈີນ​ນັບ​ມື້​ນັບ​ຫຼາຍ.