ຈີນຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຟື້ນຟູການເຈລະຈາຫົກຝ່າຍ
cri
ຕາມຂ່າວCRI,ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ14ກຸມພາ, ທ່ານລິວຈ້ຽນຊ່າວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຈີນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຖືພາກສ່ວນໃຫຍ່ເປັນແກ່,ເພີ່ມທະວີການສົນທະນາແລະການແລກປ່ຽນກັນ,ຊຸກຍູ້ການຟື້ນຟູການເຈລະຈາຫົກຝ່າຍຄືນໃໝ່ໂດຍໄວ.
ທ່ານລິວຈ້ຽນຊ່າວກ່າວວ່າ,ປັດຈຸບັນ,ຂະບວນການເຈລະຈາຫົກຝ່າຍຍັງບໍ່ທັນໄດ້ຮັບການຟື້ນຟູເທື່ອ,ຈີນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຊອກຫາວິທີແກ້ໄຂບັນຫາຢ່າງເໝາະສົມໂດຍໄວ,ທຳຄວາມພະຍາຍາມເພື່ອຊຸກຍູ້ຂະບວນການເຈລະຈາຫົກຝ່າຍ.
|
|