ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-13 21:03:35    
ອັດຕາ​ແລກ​ປ່ຽນ​ກາງ​ລະ​ຫວ່າງ​ເງິນ​ຢວນ​ຈີນ​ກັບ​ໂດ​ລາ​ສະ​ຫະ​ລັດ​ໄດ້​ລື່ນ​ກາຍ​8,05​ຕໍ່​1​ເປັນ​ຄັ້ງ​ທຳ​ອິດ

cri

ຕາມ​ຂ່າວສານ​ຊິນ​ຮວາ,​ໂດຍ​​ໄດ້ສືບ​ຕໍ່​ທ່ວງທ່າ​ຖີບສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ​ມໍ່ໆນີ້,ວັນ​ທີ13​ກຸມພາ,ອັດຕາ​ແລກປ່ຽນ​ກາງ​ລະຫວ່າງ​​ເງິນ​ຢວນຈີນກັບໂດ​ລາ​ສະ​ຫະ​ລັດ​ໃນ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ໄລຍະ​ປັດຈຸບັນ​ລະຫວ່າງ​ທະນາຄານ​ຈີນ​ໄດ້​ບຸກ​ທະ​ລຸ​8,05​ຕໍ່1​ເປັນ​ຄັ້ງ​ທຳ​ອິດ,​ຄື​ບັນ​ລຸ​ເຖິງ​8,0472​ຕໍ່1,ອັນ​ໄດ້​ສ້າງ​ສະຖິຕິ​ສູງໃໝ່ຂອງ​ເງິນ​ຢວນ​ຈີນ​ແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນຈີນ​ໃນ​ວັນ​ທີ21​ກໍລະກົດ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.

ພາຍຫຼັງ​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ອັດຕາ​ແລກປ່ຽ​ນ​ເງິນ​ຢວນ​ຈີນ​ແລ້ວ,​ຈີນ​ໄດ້​ຕົກ​ລົງ​ຢ່າງ​ແຈ່ມ​ແຈ້ງວ່າ​ປະຕິບັດ​ລະບອບ​ອັດຕາ​ແລກປ່ຽນ​ລອຍ​ຕົວ​ທີ່​ຖື​ການ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ໃນ​ຕະ​ຫຼາດ​ເປັນ​ພື້ນຖານ​ແລະ​ມີ​ການ​ຄຸ້ມ​ຄອງ​.ນອກ​ນີ້,​ທະ​ນາ​ຄານ​ກາງ​ຍັງ​ໄດ້​ອອກ​ຖະ​ແຫຼ​ງການ​ເປັນ​ພິ​ເສດ​ວ່າ,ການ​ສັບ​ຊ້ອນ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ບໍ່​ໝາຍ​ຄວາມ​ວ່າ​ເງິນ​ຢວນ​ຈີນ​ຂຶ້ນ​ລາຄາ​ແຕ່​ຢ່າງ​ດຽວ.