ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-10 14:45:46    
ອິນ​ເດຍ​ປະ​ຕິ​ບັດ​ກົດ​ໝາຍ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຢ່າງ​ເປັນ​ທາງ​ການ

cri


ຕາມ​ຂ່າວCRI,​ວັນ​ທີ9ກຸມ​ພາ,​ລັດຖະ​ບານ​ອິນ​ເດຍ​ປະກາດ​ວ່າ,​ແຕ່​ວັນ​ທີ10​ກຸມພາ​ເປັນ​ຕົ້ນ​ໄປ,​ຈະ​ເລີ່ມ​ປະຕິ​ບັດ​ກົດໝາຍ​ວ່າ​ດ້ວຍ​ເຂດ​ເສດຖະ​ກິດ​ພິ​ເສດ ຢ່າງ​ເປັນ​ທາງ​ການ.

ວັນ​ທີ9ກຸມພາ,​ທ່ານ​ຄາ​ການ ນັດ ລັດຖະ​ມົນຕີ​ກະຊວງ​ການ​ຄ້າ​ແລະ​ອຸດສາ​ຫະກຳ​ຂອງ​ອິນ​ເດຍ​ເຜີຍ​ໃຫ້​ຮູ້​ວ່າ,​ຢູ່ເຂດ​ເສດ​ຖະກິດ​ພິ​ເສດ​ຢູ່​ປ່ອງ​ຢ້ຽມ​ດຽວ​ກໍ່​ສາ​ມາດ​ເຮັດ​ທະບຽບ​ການ​ທັງ​ໝົດ,​ວິ​ສາ​ຫະກິດ​ໃນ​ເຂດ​ພິ​ເສດຈະ​ຖືກ​ຫຼຸດ​ຫຼື​ຍົກ​ເວັ້ນ​ອາ​ກອນ​ລາຍ​ໄດ້​ພາຍໃນ15ປີ.

ປີ2005,​ສະພາ​ສູງ​ແລະ​ສະພາ​ຕ່ຳ​ຂອງ​ອິນ​ເດຍ​ໄດ້​ເປັນ​ເອກະ​ສັນ​ກັນ​ຜ່ານ ຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍ​ເຂດເສດ​ຖະ​ກິດ​ພິ​ເສດ​ສະບັບ​ທຳ​ອິດ​ຂອງ​ອິນ​ເດຍ, ປັດຈຸ​ບັນ,​ລັດຖະ​ບານ​ໄດ້​ອະນຸ​ມັດ​ໃຫ້​ສ້າງ​ຕັ້ງເຂດ​ເສດຖະ​ກິດ​ພິ​ເສດ​117​ເຂດ.​ອິນ​ເດຍ​ຫວັງ​ວ່າ,​ເຂດ​ເສດຖະ​ກິດພິ​ເສດ​ສາມາດ​ດຶງ​ດູດ​ເອົາ​ທຶນ​ຕ່າງປະ​ເທດ​ໂດຍ​ກົງ​ລື່ນ​ກາຍ​2ຕື້​ໂດ​ລາ​ພາຍ​ໃນ​3ປີ​ຂ້າງ​ໜ້າ​ນີ້,​ແລະ​ສະ​ໜອງ​ໂອກາດ​ປະ​ກອບ​ອາຊີບ​5​ແສນ​ຕຳ​ແໜ່ງ.