ຈີນຈະຄວບຄຸມປະຊາກອນໃຫ້ຢູ່ພາຍໃນໃນ1ຕື້500ລ້ານຄົນໃນ15ປີຂ້າງໜ້ານີ້
cri
ຕາມຂ່າວສານຈີນ,ເປົ້າໝາຍປະຊາກອນຂອງຈີນແມ່ນໃນ15ປີຂ້າງໜ້າຄວບຄຸມປະຊາກອນໃຫ້ຢູ່ພາຍໃນ1ຕື້500ລ້ານຄົນ.
ວັນທີ9ກຸມພາ,ຄະນະລັດຖະບານຈີນໄດ້ປະກາດໂຄງຮ່າງແຜນການພັດ ທະນາວິທະຍາສາດເຕັກນິກໄລຍະກາງແລະຍາວຂອງລັດ(ປີ2006-2020).ໂຄງຮ່າງດັ່ງກ່າວໄດ້ກຳນົດແລວຄວາມຄຶດພັດທະນາລາຍໜຶ່ງໃນຂົງເຂດປະຊາກອນແລະສຸກຂະພາບ,ຄືຄວບຄຸມຈຳນວນແລະຍົກຄຸນນະພາບຂອງປະຊາກອນທີ່ເກີດໃໝ່.
ໃນໂຄງຮ່າງຂຽນວ່າ,ຈີນຈະເຈາະຈົງພັດທະນາເຕັກນິກຕິດຕາມວັດແທກການປະສູດ,ແລະສຸກຂະພາບດ້ານການສືບພັນເປັນຕົ້ນ,ບຸກເບີກຢຸກຢາ,ເຄື່ອງປິ່ນປົວແລະຜະລິດຕະພັນບຳລຸງດ້ານການສືບພັນຢ່າງເປັນລະບົບ,ສະໜອງການ ຮັບປະກັນດ້ານວິທະຍາສາດເຕັກນິກຢ່າງບັງເກີດຜົນໃຫ້ແກ່ການຄວບຄຸມປະຊາກອນໃຫ້ຢູ່ພາຍໃນ1ຕື້500ລ້ານຄົນ,ອັດຕາເກີດລູກພິການຕ່ຳກວ່າ3%.
ປັດຈຸບັນ,ປະຊາກອນຈີນໄດ້ລື່ນກາຍ1ຕື້300ລ້ານຄົນແລ້ວ.
|
|