ເຮືອຂອງຈີນກັບກຳປູເຈຍຕຳກັນ,ຊາວຫາປາຂອງຈີນ13ຄົນທີ່ຕົກນ້ຳໄດ້ຮັບການກອບກູ້ໝົດ
cri

ຕາມຂ່າວໜັງສືພິມຈີ່ງຮວາຊືປ້າວ,ຕອນຂ້ອນແຈ້ງ6ໂມງ20ນາທີວັນທີ7ກຸມພາ,ຢູ່ພາກກາງຂອງຊ່ອງແຄບຈົງໂຈ່ວເຮືອບັນທຸກສິນຄ້າລຳໜຶ່ງຂອງກຳປູເຈຍກັບເຮືອຫາປາລຳໜຶ່ງຂອງແຂວງໄຫຫຼໍາຂອງຈີນໄດ້ຕຳກັນ,ເຮືອຫາປາຖືກຕຳຈົມລົງພື້ນທະເລ,ຊາວປະມົງ13ຄົນຕົກນ້ຳ.

ພາຍຫຼັງໄດ້ຮັບການລາຍງານແລ້ວ,ພະແນກວຽກເທິງທະເລຂອງແຂວງໄຫຫຼໍາໄດ້ດຳເນີນການກອບກູ້ຊາວຫາປາທີ່ປະສົບຄວາມອັນຕະລາຍນັ້ນໃນທັນທີ.ປັດຈຸບັນ,ຊາວຫາທີ່ຕົກນ້ຳໄດ້ຮັບການກອບກູ້ໝົດແລ້ວ.

|
|