|
 |
(GMT+08:00)
2006-02-07 17:25:32
|
 |
ຈີນລົງມືແກ້ໄຂບັນຫາຄ່າປິ່ນປົວແພງຂອງປະຊາຊົນ(ສຽງ)
cri
ຢູ່ໂຮງໝໍຊ້າງຕີ້,ນັກຂ່າວໄດ້ສັງເກດເຫັນວ່າ,ຖ້າແມ່ນຝູງຄົນຜູ່ມີຄວາມຫຍ້ງຍາກ ທາງເສດຖະກິດເຊັ່ນພາລະກອນຜູ່ຕົກການໃນຕົວເມືອງໄປກວດພະຍາດຢູ່ໂຮງໝໍ ດັ່ງກ່າວ,ຖ້າມີບັດຢັ້ງຢືນທີ່ກ່ຽວຂ້ອງ,ທາງໂຮງໝໍກໍຈະລົດລາຄາໃຫ້ໃນລະດັບໃດ ໜຶ່ງ.ພ້ອມກັນນັ້ນ,ໂຮງໝໍຍັງໄດ້ໃຊ້ວິທີຕ່າງໆມາຫຼຸດລາຍຈ່າຍຂອງຄົນເຈັບເຊັ່ນພະ ຍາຍາມຫຼຸດຈຳນວນອຸປະກອນປິ່ນປົວທີ່ໃຊ້ເທື່ອດຽວໃຫ້ໜ້ອຍລົງ,ໃຫ້ຄົນເຈັບທີ່ ນອນໂຮງໝໍນຳເອົາເຄື່ອງໃຊ້ປະຈຳວັນຂອງຕົນໄປໃຊ້ໃນໂຮງໝໍແລະອື່ນໆ.
ໂຮງໝໍຊ້າງຕີ້ຄິດເພື່ອຄົນເຈັບຈິ່ງໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນ. ນາງຈ່າງ ໄດ້ເປັນພະຍາດຂີ້ຫິດເລັບນີ້ວຕີນ,ເມື່ອໄດ້ຍິນວ່າໂຮງໝໍຊ້າງຕີ້ລາຄາຖືກ,ເລີຍໄປປິ່ນປົວຢູ່ໂຮງໝໍດັ່ງກ່າວ.ນາງເວົ້າວ່າ:"ໂຮງໝໍຊ້າງຕີ້, ປິ່ນປົວພະຍາດໃຫ້ຂ້າພະເຈົ້າເປັນປົກກະຕິ,ຄ່າປິ່ນປົວພັນກວ່າຢວນ,ຖ້າຢູ່ໂຮງໝໍອື່ນກໍຕ້ອງເສຍເງິນສອງສາມພັນຢວນ."
ຢູ່ແຫ່ງອື່ນໆຂອງຈີນເຊັ່ນແຂວງເຮີນານ,ແຂວງເຈີ້ຈ່ຽງແລະແຂວງຊ່ານຕຸ່ງເປັນຕົ້ນ,ໂຮງໝໍບາງແຫ່ງຍັງທົດລອງ ຜ່ານຈາກການຈຳກັດຄ່າປິ່ນປົວພະຍາດຊະນິດດຽວເພື່ອຫຼຸດຄ່າປິ່ນປົວໃຫ້ໜ້ອຍລົງ. ໝາຍຄວາມວ່າຕໍ່ພະຍາດຊະນິດດຽວທີ່ບໍ່ໄດ້ພາໃຫ້ເປັນພະຍາດອື່ນ ພ້ອມກັນ,ແຕ່ການກວດຮອດການບົ່ງມະຕິແລະການປິ່ນປົວ,ຈຳກັດຄ່າປິ່ນປົວສູງສຸດ.ຕົວຢ່າງຄື,ລາຄາຜ່າຕັດຕ່ອມຄໍດ້ວຍການວາງຢາມຶນໝົດໂຕແມ່ນ2800ຢວນ,ຖ້າວ່າຄ່າປິ່ນປົວລື່ນກາຍລາຄາທີ່ກຳນົດດັ່ງກ່າວແລ້ວ,ສ່ວນທີ່ຫຼາຍລື່ນກາຍຈະໃຫ້ໂຮງໝໍຫາບແບກ.
ໂຮງໝໍສັງກັດມະຫາວິທະຍາໄລແພດສາດນະຄອນຈີນິງແຂວງຊ່ານຕຸ່ງແມ່ນໂຮງໝໍທີ່ປະຕິບັດມາດຕະການຈຳກັດຄ່າປິ່ນປົວພະຍາດຊະນິດດຽວກ່ອນເພິ່ນຂອງຈີນ.ຄິດສະເລ່ຍແລ້ວ,ມາດຕະການລາຍນີ້ໄດ້ເຮັດໃຫ້ຄ່າຢາແລະຄ່າປິ່ນປົວຂອງໂຮງໝໍດັ່ງກ່າວຫຼຸດລົງປະມານ33%,ພະຍາດບາງຊະນິດຈົນໄດ້ລົດລາຄາຫຼາຍເຖິງ40%ຂຶ້ນໄປ.
ທຳມະດາແລ້ວ,ຄ່າໃຊ້ຈ່າຍຕ່ຳ ຈະໄດ້ຮັບຄວາມນິຍົມຊົມຊອບຈາກຄົນເຈັບແລະຄອບຄົວຢ່າງແນ່ນອນ, ຫຼາຍຄົນຈົນກະທັ້ງເດີນທາງຈາກຕ່າງຖິ່ນໄປກວດພະຍາດຢູ່ໂຮງໝໍສັງກັດມະຫາວິທະຍາໄລແພດສາດນະຄອນຈິນິງ.
ທ່ານລິວແມ່ນຊາວກະສິກອນທຳມະດາສາມັນ,ລູກຂອງເພິ່ນໄດ້ເປັນໂຣກຫົວໃຈມາແຕ່ເກີດ,ແຕ່ບໍ່ໄດ້ຮັບການປິ່ນປົວຕະຫຼອດມາຍ້ອນຄ່າຜ່າຕັດແພງໂພດ.ເມື່ອໄດ້ຮູ້ວ່າຄ່າຜ່າຕັດຂອງໂຮງໝໍສັງສັດມະຫາວິທະຍາໄລແພດສາດນະຄອນຈີນິງ,ພຽງແຕ່ເທົ່າກັບ60%ຂອງໂຮງໝໍອື່ນ,ທ່ານລິວກໍໄດ້ເດີນທາງຫຼາຍຮ້ອຍກິໂລແມັດ,ສົ່ງລູກໄປປິ່ນປົວຢູ່ໂຮງໝໍດັ່ງກ່າວ.ທ່ານເວົ້າວ່າ:"ໄດ້ຍິນວ່າຄ່າປິ່ນປົວຂອງໂຮງໝໍນີ້ມີແຕ່ໝື່ນກວ່າຢວນເທົ່ານັ້ນ,ຂ້າພະເຈົ້າກໍຮູ້ສຶກມີຄວາມຫວັງແດ່,ເຮັດໄຮ່ເຮັດນາກໍມີແຮງແດ່,ເພາະວ່າກຽມ1ໝື່ນຢວນ,ກໍປົວພະຍາດໃຫ້ລູກໄດ້ແລ້ວ."
ພາກສ່ວນສາທາລະນະສຸກຈີນຍັງໄດ້ເຜີຍແຜ່"ໃບກວດກາໃບດຽວ"ຢ່າງແຂງແຮງ,ເພື່ອຫຼຸດຄ່າໃຊ້ຈ່າຍຂອງຄົນເຈັບໃນການປິ່ນປົວພະຍາດ.ແຕ່ກ່ອນ,ຢູ່ຈີນ, ,ຜົນການກວດກາ ລະຫວ່າງໂຮງໝໍຕ່າງໆ ແມ່ນໃຊ້ທົ່ວໄປບໍ່ໄດ້.ຖ້າຄົນເຈັບປ່ຽນໂຮງໝໍ, ທຳມະດາແລ້ວ,ກໍຕ້ອງດຳເນີນການກວດກາຕ່າງໆທີ່ໄດ້ເຮັດຢູ່ໂຮງໝໍເດີມແລ້ວນັ້ນຢູ່ໂຮງໝໍໃໝ່ອີກເທື່ອໜຶ່ງ.ໂດຍບໍ່ຕ້ອງສົງໃສເລີຍວ່າ,ທັງນີ້ໄດ້ເພີ່ມຄວາມຫາບແບກດ້ານເສດຖະກິດຂອງຄົນເຈັບ.ປັດຈຸບັນ,ຢູ່ທຽນສິນ,ຊຽງໄຮ້ແລະນານກິ່ງເປັນຕົ້ນ,ພາຍໃຕ້ການຈັດວາງຂອງພະແນກສາທາລະນະສຸກຂອງອົງການປົກຄອງ, ລະຫວ່າງໂຮງໝໍສ່ວນໜຶ່ງໄດ້ປະຕິບັດມາດຕະການທີ່ໃຊ້ຜົນການກວດກາທົ່ວໄປ,ການກະທຳດັ່ງກ່າວຖືກເອີ້ນເປັນ"ໃບກວດກາໃບດຽວໃຊ້ໄດ້ທົ່ວໄປ".
ທ່ານກ່າວສຽງ ລັດຖະມົນຕີກະຊວງສາທາລະນະສຸກຈີນເຜີຍໃຫ້ຮູ້ວ່າ,ໃນຂະນະທີ່ໃຊ້ມາດຕະການຕ່າງໆທີ່ກ່າວມາຂ້າງເທິງນີ້,ຈີນພວມກະກຽມວາງແຜນການກວມລວມກ່ຽວກັບການປະຕິຮູບໂຄງປະກອບປິ່ນປົວເພື່ອແກ້ໄຂບັນຫາຄ່າປິ່ນປົວແພງໂພດຈາກດ້ານກົກຮາກ.ທ່ານເວົ້າວ່າ: "ຕໍ່ການລົງເລິກປະຕິຮູບໂຄງປະກອບ ປິ່ນປົວ ໃນຕົວເມືອງ,ພວກເຮົາໄດ້ຄົ້ນຄວ້າເປັນເວລາຍາວນານແລ້ວ,ແລະກໍໄດ້ມີຄວາມຄິດພື້ນຖານໃນເບື້ອງຕົ້ນ,ດຽວນີ້,ພວມພິສູດແຜນການກວມລວມ ຕື່ມອີກ."
ທ່ານກ່າວສຽງເວົ້າວ່າ,ກ່ອນລັດຖະບານປະກາດໃຊ້ແຜນການການປະຕິຮູບກວມລວມ,ແຫ່ງຕ່າງໆຍັງຕ້ອງພະຍາຍາມຊອກຫາມາດຕະການແລະວິທີລະອຽດຕ່າງໆ,ເພື່ອຜ່ອນຄາຍບັນຫາຂອງປະຊາຊົນທີ່ປົວພະຍາດຍາກແລະຄ່າຢາຄ່າປິ່ນປົວແພງໂພດ. 1 2
|
|
|