|
 |
(GMT+08:00)
2006-02-07 16:05:31
|
 |
ສື່ມວນຊົນອິນເຕິເນັດນຳເອົາຊີວິດການເປັນຢູ່ດ້ານການເບິ່ງແລະຟັງທີ່ມີສະເໜຫຼາຍກວ່າເກົ່າ
cri
 ຫວ່າງກ່ອນນີ້ບໍ່ດົນ,ນັກຂ່າວໄດ້ດຳເນີນການສຳຫຼວດຢູ່ຖະໜົນທີ່ຂ້ອນຂ້າງຮຸ່ງເຮືອງສີວີໄລຂອງປັກກິ່ງ.ໃນຜູ່ຮັບສຳພາດ10ຄົນ,ມີ9ຄົນເວົ້າວ່າເຄີຍອ່ານຂ່າວຢູ່ເທິງອີນເຕີເນັດ,ໃນນັ້ນ,ສີ່ຄົນເວົ້າວ່າສື່ອິນເຕີເນັດໄດ້ກາຍເປັນຊ່ອງທາງຕົ້ນຕໍທີ່ພວກເຂົາເຈົ້າຊອກຮູ້ຂໍ້ມູນຂ່າວສານ. ປັດຈຸບັນ,ຂ້າພະເຈົ້າຊື້ໜັງສືພິມໜ້ອຍທີ່ສຸດ,ຕົ້ນຕໍແມ່ນອ່ານຂ່າວຢູ່ເທິງອິນເຕີເນັດ. ສະຖິຕິຫຼ້າສຸດຂອງສູນຂໍ້ມູນຂ່າວສານອິນເຕີເນັດຈີນສະແດງໃຫ້ເຫັນວ່າ,ປະຊາກອນເນັດຢູ່ຈີນໄດ້ລື່ນກາຍ100ລ້ານຄົນແລ້ວ,ໃນນັ້ນມີເກືອບເຄິ່ງ ໜຶ່ງຖືການຊອກຮູ້ຂໍ້ມູນຂ່າວສານເປັນຈຸດປະສົງຕົ້ນຕໍ.ບໍ່ພຽງແຕ່ສາມັນຊົນນັບມື້ນັບຫຼາຍກາຍເປັນຜູ້ອ່ານຂອງສື່ອິນເຕີເນັດທໍ່ນັ້ນ,ຜູ້ນຳຊັ້ນສູງກໍ່ເລີ່ມເອົາໃຈໃສ່ນຳກຳລັງຫາງສຽງຂອງສື່ທີ່ຈະເລີນໃໝ່ຊະນິດນີ້.ເມື່ອສອງປີກ່ອນ,ທ່ານຫູຈິນທາວປະ ທານປະເທດຈີນກໍ່ເຄີຍຊອກຮູ້ຂໍ້ສະເໜີຂອງນາຍໝໍທັງຫຼາຍກ່ຽວກັບການປິ່ນ ປົວພະຍາດSARSໂດຍຜ່ານຈາກອີນເຕີເນັດ,ທ່ານເວີ່ນເຈ່ຍປາວ ນາຍົກລັດ ຖະມົນຕີ ຈີນກໍ່ເຄີຍຊອກຮູ້ຄວາມຄຶດຄວາມເຫັນຂອງນັກສຶກສາໂດຍຜ່ານຈາກຄຳເວົ້າຂອງ ພວກເຂົາເຈົ້າທີ່ບັນທຶກໄວ້ຢູ່ອີນເຕີເນັດ. ເພື່ອສະໜອງຂໍ້ມູນຂ່າວສານອັນອຸດົມສົມບູນໃຫ້ຄົນທັງຫຼາຍ,ສື່ດັ້ງເດີມທີ່ສຳ ຄັນຂອງຈີນໄດ້ຈັດເອົາການລາຍງານຂ່າວຢູ່ເທິງູອີນເຕີເນັດເຂົ້າໃນວຽກປະຈຳວັນຂອງນັກຂ່າວແລະບັນນາທິການ,ແຕ່ລະມື້,ພວກເຂົາເຈົ້າໄດ້ລາຍງານຂ່າວກ່ອນເພິ່ນລື່ນກາຍ2ໝື່ນກວ່າຂໍ້.ເປັນຫຍັງຄົນທັງຫຼາຍນິຍົມສື່ອີນເຕີເນັດ,ທ່ານມາເວີຍກົ່ງ ບັນນາທິການໃຫຍ່ເວັບໄຊCRI_ONLINEຂອງວິທະຍຸສາກົນແຫ່ງປະເທດຈີນວິເຄາະວ່າ, ຕົວຢ່າງວ່າວິທະຍຸແລະໂທລະພາບ,ກຸ່ມຜູ່ຟັງແລະຜູ່ຊົມແມ່ນຮັບເອົາຂໍ້ມູນຂ່າວສານຢູ່ໃນທ່າຮັບ,ເຈົ້າອກກອາກາດອັນໃດ,ຂ້ອຍກໍ່ເບິ່ງອັນນັ້ນຫຼືຟັງອັນນັ້ນ,ແຕ່ຜູ້ເຂົ້າອິນເຕີເນັດສາມາດເລືອກຟັງເລືອກເບິ່ງຕາມຄວາມສົນໃຈຕົນ,ຊ່ອງຫວ່າງການເລືອກກໍ່ກວ້າງກວ່າແຕ່ເດີມຫຼາຍ. ບໍ່ພຽງແຕ່ເທົ່ານັ້ນ,ບ່ອນທີ່ສື່ອີນເຕີເນັດຈັບໃຈຄົນທີ່ສຸດແມ່ນຢູ່ນຳລັກສະນະຕ່າງມີຜົນສະທ້ອນໃຫ້ແກ່ກັນ.ໃນຫຼາຍປີມານີ້,ເວັບໄຊການຂ່າວປະເພດຕ່າງໆຂອງຈີນໄດ້ພາກັນຕັ້ງເວທີປາໄສເອເລັກໂຕຼນິກ(BBS)ແລະຄໍລຳຢັ່ງປະຊາມະຕິເປັນຕົ້ນ,ປະຊາກອນເນັດທັງຫຼາຍສາມາດປະກອບຄຳຄິດຄຳເຫັນຂອງຕົນຕໍ່ ບັນຫາຈຸດຮ້ອນໃນສັງຄົມຢ່າງເສລີໂດຍຜ່ານຈາກຊ່ອງທາງອິນເຕີເນັດ.ສ່ວນຄຳວິຈານຈຸດຮ້ອນຂອງປະຊາກອນເນັດກໍ່ໄດ້ກາຍເປັນທີ່ປຶກສາຂອງລັດຖະບານໃນເວລາຕົກລົງນະໂຍບາຍ.ຕົວຢ່າງຄື,ຈີນເຄີຍມີຂໍ້ກຳນົດວ່າ,ຖ້າຜູ້ໜຶ່ງອອກຈາກບ່ອນທີ່ຕັ້ງສຳມະໂນຄົວໄປທຳມາຫາກິນຢູ່ຕົວເມືອງອື່ນ,ກໍ່ຕ້ອງເຮັດໃບຢັ້ງຢືນຢູ່ເມືອງນັ້ນຊົ່ວຄາວ,ຖ້າບໍ່ດັ່ງນັ້ນກໍ່ຈະຖືກຮັບໄວ້ສືບສວນແລ້ວສົ່ງກັບເມືອງເດີມ.ເມື່ອສອງປີກ່ອນ,ມີປະຊາກອນເນັດຫຼາຍຄົນຕັ້ງໜ້າຂຽນຕິດຕາມຂຽນໜັງສືນ້ອຍແລະປະກອບຄຳຄິດຄຳເຫັນໃນເວທີປາໄສຂອງເວັບໄຊຊີນຮວາແລະເວັບໄຊຊີນາເປັນຕົ້ນ,ສະແດງຄວາມຊັກຖາມຂໍ້ສົງໄສຕໍ່ລະບອບຮັບໄວ້ສືບສວນແລະສົ່ງຄືນ, ໃຕ້ການຊຸກຍູ້ຂອງສື່ມວນຊົນຊະນິດຕ່າງໆ,ໂດຍສະເພາະແມ່ນສື່ອີນເຕີເນັດ,ລັດ ຖະບານຈີນໄດ້ຍົກເລີກລະບອບດັ່ງກ່າວທີ່ປະຕິບັດຕໍ່ຜູ້ພະເນຈອນແລະຂໍທານໃນຕົວເມືອງເປັນເວລາຫຼາຍປີ,ແລ້ວປະກາດໃຊ້ວິທີໃໝ່ເພື່ອຊ່ອຍເຫຼືອຜູ່ທີ່ບໍ່ມີແຫ່ງດຳລົງຊີວິດໃນຕົວເມືອງ. ແຕ່ວ່າ,ການຮັບເອົາສິດປະກອບຄຳເຫັນຕໍ່ເຫດການຈຸດສຸມຫຼາຍກວ່າເກົ່າຍັງ ບໍ່ສາມາດຕອບສະໜອງຢ່າງພຽງພໍກັບຄວາມຕ້ອງການຂອງປະຊາກອນເນັດ, ປັດຈຸບັນ,ພວກເຂົາເຈົ້າແຮ່ງຍິນດີສ້າງບຼອກຢູ່ໃນແທ່ນຂອງສື່ອີນເຕີເນັດຄືສ້າງຄໍລຳທີ່ຂຶ້ນກັບຕົນເອງໂດຍຈຳເພາະໃນອີນເຕີເນັດ.ໃນບຼອກ,ພວກເຂົາເຈົ້າສາມາດຂຽນໜັງສືທີ່ມີບຸກຄະລິກລັກສະນະທີ່ສຸດຢ່າງສົມອົກສົມໃຈ,ເພື່ອໃຫ້ເພື່ອນທີ່ມີອຸດົມການດຽວກັນແລະຜູ້ທີ່ສົນໃຈນັ້ນອ່ານ. ສະນັ້ນ,ບາງຄົນໃຊ້ບຼອກເລົ່າຄວາມຂັດຂ້ອງໝ້ອງໃຈຂອງຕົນດ້ານອາລົມຈິດ,ບາງຄົນພັນລະນາພາບວິວທິວທັດອັນສວຍງາມໃນການທ່ອງທ່ຽວ,ບາງຄົນປະກອບຄວາມຄິດຄວາມເຫັນຕໍ່ນະໂຍບາຍໃໝ່ທີ່ລັດຖະບານປະກາດໃຊ້,ຄົນສ່ວນຫຼາຍພຽງແຕ່ບັນທຶກເລື່ອງມະຍິກມະຍ່ອຍໃນຊີວິດການເປັນຢູ່ເທົ່ານັ້ນ.ນາງສຸ່ນເວີນເຮືອນຢູ່ປັກກິ່ງ,ນາງເປັນຄົນມັກທ່ອງທ່ຽວ,ປັດຈຸບັນ,ການບັນທຶກການ ທ່ອງທ່ຽວໃນໂບຼກໄດ້ກາຍເປັນພາກສ່ວນທີ່ຂາດບໍ່ໄດ້ໃນຊີວິດການເປັນຢູ່ຂອງນາງ. ການທ່ອງທ່ຽວເທື່ອຫຼ້າສຸດແມ່ນໄປທ່ຽວກຳແພງຍັກຢູ່ແຂວງສ່ານຊີ່ແລະເຂດມົງໂກໃນພາກເໜືອຂອງຈີນ,ຖ່າຍຮູບໃຫ້ໄທບ້ານ,ໄດ້ເຫັນສະພາບດຳລົງຊີວິດແລະອອກແຮງງານຂອງປະຊາຊົນຢູ່ແຫ່ງນັ້ນ.ກັບມາແລ້ວກໍ່ໄດ້ບັນທຶກປະສົບການແລະຄວາມຮູ້ສຶກຂອງຕົນໃນບຼອກ.ເພື່ອນມິດບໍ່ໄດ້ໄປສຳຜັດການທ່ອງທ່ຽວຄັ້ງນີ້ນຳກັນ,ແຕ່ສາມາດສຳຜັດຄວາມຮູ້ສຶກບາງຢ່າງຂອງຂ້າພະເຈົ້າໃນເວລານັ້ນໂດຍຜ່ານຈາກບຼອກ. ທ່ານເຊີນທົງ ບັນນາທິການໃຫຍ່ຂອງເວັບໄຊຊີນາທີ່ມີຊື່ສຽງດົ່ງດັງຂອງຈີນບອກນັກຂ່າວວ່າ, ຫວ່າງມໍ່ໆນີ້,ບຼອກຂ້ອນຂ້າງພົ້ນເດັ່ນ,ປັດຈຸບັນ,ຜູ່ສ້າງບຼອກຢູ່ເວັບໄຊຊິນາໄດ້ລື່ນກາຍໜຶ່ງລ້ານຄົນ,ບຸກຄົນທີ່ມີຊື່ສຽງດົ່ງດັງຈຳນວນກໍຂຽນບຼອກ. ຄຽງຄູ່ກັບການຂະຫຍາຍຕົວຂອງເຕັກນິກໃໝ່,ແຕ່ລະມື້ນອກຈາກມີຂໍ້ມູນຂ່າວສານ ທີ່ເປັນຕົວໜັງສືຈຳນວນຫຼວງຫຼາຍຖືກປະກາດຢູ່ອີນເຕີເນັດແລ້ວ,ລາຍການພາບແລະສຽງທາງອິນເຕີເນັດກໍ່ເລີ່ມໂປໂລຫົວຂຶ້ນ.ໃນຖານເປັນສື່ທີ່ຈະເລີນໃໝ່,ສື່ມວນຊົນອີນເຕີເນັດໄດ້ເຮັດໃຫ້ຊາວຈີນສຳຜັດກັບຊີວິດດ້ານການເບິ່ງແລະຟັງທີ່ຕ່າງ ກັບເມື່ອກ່ອນແທ້,ເຮັດໃຫ້ໂລກຈິດໃຈຂອງຄົນທັງຫຼາຍອຸດົມສົມບູນຂຶ້ນ.
|
|
|