|
 |
(GMT+08:00)
2006-02-06 18:14:28
|
 |
ສິງກະໂປແລະສ.ປ.ປ.ເກົາຫຼີຕິຕຽນຜູ້ນຳຍີ່ປຸ່ນໄປນະມັດສະການວັດຢາຊູຄູນີ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 6 ກຸມພາ,ສິງກະໂປແລະສ.ປ.ປ.ເກົາຫຼີຕ່າງໄດ້ຕິຕຽນຜູ້ນຳຍີ່ປຸ່ນໄປນະມັດສະການວັດຢາຊູຄູນີ.
ວັນທີ 6 ກຸມພາ,ທ່ານໂກຈົກຕົງ ລັດຖະບຸລຸດສິງກະໂປເວົ້າວ່າ,ບັນຫາວັດຢາຊູຄູນີທັງເປັນບັນຫາພາຍໃນຂອງຍີ່ປຸ່ນ,ທັງເປັນບັນຫາການຕ່າງປະເທດລະຫວ່າງຊາດ.ຜູ້ນຳຍີ່ປຸ່ນຄວນປະລະການໄປນະມັດສະການວັດຢາຊູຄູນີ,ສະແຫວງຫາຮູບການອື່ນໃນການລະລຶກຜູ້ຕາຍໃນສົງຄາມ.
ທ່ານໂກຈົກຕົງແມ່ນໃຫ້ທັດສະນະດັ່ງກ່າວໃນເວລາສິງກະໂປເຂົ້າຮ່ວມກອງປະຊຸມໂຕະມົນອາຊີປາຊີຟິກຄັ້ງທີ 4.ທ່ານຍັງເວົ້າວ່າ,ທ່ານບໍ່ເຫັນວ່າ,ຈີນຢາກຫາເລື່ອງນຳຍີ່ປຸ່ນ,ໜ້າທີ່ສຳຄັນອັນດັບໜຶ່ງຂອງຈີນໃນສະເພາະໜ້ານີ້ແມ່ນຮັກສາສະຖຽນລະພາບພາຍໃນປະເທດໃນໄລຍະເສດຖະກິດຫັນປ່ຽນ.
ມື້ດຽວກັນ,ໜັງສືພິມ《ໂລດົງຊີນມູນ》 ສຽງຂອງສູນກາງພັກແຮງງານເກົາຫຼີໄດ້ພິມບົດວິຈານ,ຕິຕຽນບຸກຄົນເຈົ້າໜ້າທີ່ຍີ່ປຸ່ນໄປນະມັດສະການວັດຢາຊູຄູນີແມ່ນ"ສາດນ້ຳມັນໃສ່ກອງໄຟ"ໃຫ້ແກ່ລັດທິລັດຖະທະຫານແລະຄວາມອ່ຽງຂວາຂອງຍີ່ປຸ່ນ,ຮຽກຮ້ອງໃຫ້ບຸກຄົນເຈົ້າໜ້າທີ່ຍີ່ປຸ່ນຢຸດຕິການໄປນະມັດສະການວັດຢາຊູຄູນີໃນທັນທີ.
|
|
|