ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 16:22:30    
ອິນ​ໂດ​ເນ​ເຊຍ​ໄດ້​ຈັບ​ບຸກ​ຄົນ​ສຳ​ຄັນ​ຜູ່​ໜຶ່ງ​ຂອງ​ອົງ​ການ​​ເຈ​ມາ​ອາ​ອິສ​ລາ​ມິ​ອາ

cri
ຕາມຂ່າວCRI,ວັນທີ6ກຸມພາ, ລັດຖະບານອິນໂດເນເຊຍຢືນຢັນ ວ່າ,​ໃນ​ອາທິດ​ແລ້ວ​ນີ້​ກອງ​ທະ​ຫານ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອິນ​ໂດ​ເນ​ເຊຍໄດ້​ຈັບ​ຕົວທ່ານ​ຄາ​ສຕາ​ລີ ບຸກ​ຄົນ​ສຳ​ຄັນ​ຂອງ​ອົງ​ການ​ເຈ​ມາ​ອາ​ອິສລາມີ​ອາ ອົງການ​ກໍ່​ການ​ຮ້າຍ​ຂອງ​ອິນ​ໂອ​ເນ​ເຊຍ.

ຕາມ​ການສະ​ເໜີ,ກ່ອນ​ຖືກ​ຈັບ​ຕົວ,ທ່ານ​ຄາ​ສຕາ​ລີ​ເຄີຍ​ໃຊ້​ບັດປະຈຳຕົວ​ແລະ​ໜັງສື​ເດີນ​ທາງ​ປອມ​ເລັດ​ລອດ​ຄືນ​ອິນ​ໂດ​ເນ​ເຊຍ,ກອງ​ທະ​ຫານ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອິນ​ໂດ​ເນ​ເຊຍ​​ໄດ້​ຈັບ​ຕົວທ່ານ​ໃນ​ເວລາ​ເຂົາ​ໄປ​ຢາມ​ລູກ​ຢູ່​ຈາ​ວາ.

ທ່ານ​ຄາ​ສຕາ​ລີ​ປີ​ນີ້​ອາຍຸ45ປີ,ຍ້ອນ​ຖືກ​ສົງ​ໃສ​ ​ເຂົ້າ​ຮ່ວມ​ເຫດການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຫຼາຍ​ລາຍ​ຈິ່ງ​ໄດ້​ຖືກ​ຫຼາຍ​ປະ​ເທດ​ອາຊີ​ອາ​ຄະ​​ເນ​ອອກ​ໝາຍ​ຈັບ​.ຝ່າຍ​ຕຳຫຼວດ​ອິນ​ໂດ​ເນ​​ເຊຍ​ກ່າວ​ວ່າ,ທ່ານຄາ​ສຕາ​ລີ​ມີ​ສ່ວນ​ກ່ຽວ​ພັນ​ກັບ​ເຫດການ​ລະ​ເບີດ​ຫຼາຍ​ລາຍ​ທີ່​ເກີດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​​ແຕ່ປີ2001​ຮອດ​ປີ2002.ຝ່າຍ​ຕຳຫຼວດ​ສິງກະ​ໂປ​ພັດ​ຖື​ວ່າ,ທ່ານຄາ​ສຕາ​ລີ​ມີ​ສ່ວນ​ກ່ຽວ​ພັນ​ກັບ​ເຫດການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ເດີ່ນຍົນ​ສາກົນ​ຊາງ​ອີ​ສິງກະ​ໂປ​ໃນ​ປີ2002.

ອົງການ​​ເຈ​ມາ​ອາ ອິສລາ​ມີ​ອາ​ຖືກ​ພາຍ​ນອກ​ຖື​ເປັນສາຂາ​ຂອງອົງການ​ອານ​ເຄດາ​ທີ່​ຢູ່​ພາກ​ພື້ນ​ອາຊີອາຄະ​ເນ.