ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 16:05:47    
ໃຫ້​ຄວາມ​ຮັກ​ຫາຍ​ໃຈ​ຢ່າງ​ລຸ​ໂລ່ງ​(ສຽງ)


cri Author: min

​ມີ​ຄວາມ​ເວົ້າ​ຄວາມ​ໜຶ່ງ​ເວົ້າ​ຖືກ​ແທ້​ໆ: ​ໃນ​ເວ​ລາ​ຢູ່​ກັບ​ຄົນ​ທີ່​ຮັກ​ນັ້ນ,​ ສາມ​ຝ່າຍ​ ຄື, ​ເຈົ້າ ຂ້ອຍ​ແລະ​ເຮົາ​​ທັງ​ສອງ, ​ຕ້ອງ​ວາງ​ຕົວ​ໃຫ້​ຖືກ​ຕ້ອງ. ຄຳ​ເວົ້າ​ຄຳ​ນີ້​ຟັງ​ຄື​ງ່າຍ​ໆ, ​ແຕ່​ຈະ​ເຮັດ​ໄດ້​ດີ​ພັດ​ບໍ່​ແມ່ນ​ເລື່ອງ​ງ່າຍ.

​ຄວາມ​ຮັກ​ກໍ່​ຄື​ດອກ​ໄມ້​​ໂຖ​ໜຶ່ງ, ​ຕ້ອງ​ມັນ​ຫົດ​ນ້ຳ​ເລື້ອງ​ໆ, ຕ້ອງ​ເອົາ​ໃຈ​ໃສ່​ບົວ​ລະ​ບັດ​ຢ່າງ​ລະ​ອຽດ​ລະ​ອໍ, ​ມັນ​ຈຶ່ງ​ຈະ​ອອກ​ດອກ​ທີ່​ສວຍ​ງາມ, ​ຮັກ​ຄົນ​ຜູ້​ໜຶ່ງ ຕ້ອງ​ເອົາ​ໃຈ​ໃສ່​ນຳ​ເຂົາ​ຄຶດ​ເພື່ອ​ເຂົາ, ​ມີ​ແຕ່​ຄຶດ​ວ່າ, ​ເຈົ້າ​ຕ້ອງ​ເຮັດ​ຈັ່ງ​ຊັ່ນ​ຈັ່ງ​ນຳ​ຂ້ອຍ, ​ຮູ້​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ເຂົາ​ຕ້ອງ​ການ​ແທ້, ​ບໍ່​ຄວນ​ເອົາ​ໃຈ​ໃສ່​ນຳ​ແຕ່​ຄວາມ​ຮູ້​ສຶກ​ຂອງ​ຕົນ​ເອງ, ​ມີ​ແຕ່​ຂໍ​ເອົາ​ແຕ່​ທ່າ​ດຽວ. ​ໂດຍ​ບໍ່​ຄຶດ​ວ່າ, ​ຕົນ​ເອງ​ຕ້ອງ​ເຮັດ​ແນວ​ໃດ​ຕໍ່​ເຂົາ​. ຖ້າ​ເປັນ​ດັ່ງນ​ນີ້, ​ດົນ​ແລ້ວ, ບໍ່​ວ່າ​ເຂົາ​ເຄີຍ​ຮັກ​ເຈົ້າ​ປານ​ໃດ, ​ເຂົາ​ກໍ່​ອາດ​ຈະ​ຈາກ​ເຈົ້າ​ໄປ​ໃນ​ທີ່​ສຸດ.

​ແຕ່​ວ່າ, ​ສະ​ພາບ​ອີກ​ຢ່າງ​ໜຶ່ງ​ພັດ​ກົງ​ກັນ​ຂ້າມ, ​ຄື, ​ຕໍ່​ຜູ້​ທີ່​ຕົນ​ຮັກ, ​ມີ​ແຕ່​ເອົາ​ໃຫ້​ກັບ​ເອົາ​ໃຫ້, ​ພຽງ​ແຕ່​ສະ​ຫຼະ​ຕົນ​ເອງ​ຢ່າງ​ດຽວ, ​ຂໍ​ແຕ່​ເຂົາ​ມີ​ຄວາມ​ສຸກ, ​ຍອມ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ, ​ເມືອ​ສອງ​ຄົນ​ຢູ່​ນຳ​ກັນ​ກໍ​ບໍ່​ຄຶດ​ຫາ​ຜູ້​ອື່ນ​ເລີຍ, ຄື​ວ່າ, ​ໃນ​ໂລກ​ນີ້​ມີ​ແຕ່​ເຮົາ​ສອງ​ຄົນ, ​ເວ​ລາ​ເຂົາ​ບໍ່​ຢູ່, ກໍ​​ຄຶດ​ຮອດ​ແຕ່​ເຂົາ​ຜູ້​ດຽວ.​ ຄວາມ​ຮັກ​ແບບ​ບໍ່​ເສຍ​ດາຍ​ຫຍັງ​ໝົດ​ແມ່ນ​ກ້າ​ຫານ​ແທ້, ​ແຕ່​ຄວາມ​ຮັກ​ແບບ​ນີ້​ເປັນ​ການ​ສະ​ຫຼະ​ຕົນ​ເອງ, ​ພ້ອມ​ກັນ​ນັ້ນ​ກໍ​ກາຍ​ເປັນ​ກຳ​ລັງ​ກົດ​ໜີບ​ຕໍ່​ເຂົາ, ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ດີ​ງາມ​ຂາດ​ອາ​ກາດ​ອັນ​ສົດ​ຊື່ນ​ທີ່​ເຮັດ​ໃຫ້​ຫັນ​ໃຈ​ໄດ້​ຢ່າງ​ລຸ​ໂລ່ງ, ​ເຮັດ​ໃຫ້​ຄົນ​ອຶດ​ອັດ​ຈົນ​ໃຈ​ຈະ​ຂາດ.

​ສະ​ນັ້ນ, ​ຮັກ​ຄົນ​ຜູ້​ໜຶ່ງ​ບໍ່​ຄວນ​ເບິ່ງ​ຂ້າມ​ເຂົາ, ​ຕ້ອງ​ມີ​ການ​ສະ​ຫຼະ​ເພື່ອ​ເຂົາ​ແຕ່​ກໍ່​ບໍ່​ຕ້ອງ​ຮັກ​ຈົນ​ບໍ່​ຄຳ​ໜຶ່ງ​ເຖິງ​ຕົນ​ເອງ. ​ພ້ອມ​ກັນ​ນັ້ນ, ຕ້​ອງ​ໃຫ້​ເຂົາ​ມີ​ບ່ອນ​ຫວ່າງ​ມີ​ອິດ​ສະ​ຫຼະ, ຢ່າ​​ເຮັດ​ໃຫ້​ຄວາມ​ຮັກ​ຂອງ​ຕົນ​ກາຍ​ເປັນ​ສິ່ງ​ຫາບ​ແບກ​ຂອງ​ຜູ້​ອື່ນ​ແບບ​ນີ້, ​ຄວາມ​ຮັກ​ຈຶ່ງ​ຍາວ​ນານ​ໄດ້.

ທຸກໆ​ຄົນ​​ໃຜ​ກໍ່​ຢາກ​ມີ​ຄວາມ​ຮັກ​ອັນ​ດີ​ງາມ​ຊົ່ວ​ນິ​ລັນ​ດອນ, ​ໃນ​ເວ​ລາ​ລາຍ​ການ​ພາກ​ນີ້​ໃກ້​ຈະ​ສ້ຽງ​ສຸດ​ລົງ, ​ພວກ​ເຮົາ​ຂໍ​ໃຫ້​ຄູ່​ຮັກ​ທັງ​ຫຼາຍ​ຈົ່ງ​ຖະ​ໜອມ​ຄວາມ​ຮັກ​ດັ່ງ​ຮັກ​ສາ​ດິນ​ຊາຍ​ໃນ​ກຳ​ມື, ​ຄວາມ​ຮັກ​ນັ້ນ​ຍ່ອມ​ຈະ​ສົມ​ບູນ​ງົດ​ງາມ​ແນ່​ນອນ, ​ລາຍ​ການ​"ຄາ​ລົມ​ຄົມ​ຄາຍ"​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ​ຂອບ​ໃຈ​ທີ່​ຮັບ​ຟັງ, ​ສະ​ບາຍ​ດີ!


1  2