ປີນີ້ຈີນຈະຮັບເອົາຊາວກະສິກອນທີ່ເຮັດວຽກໃນຕົວເມືອງ6ລ້ານຄົນເຂົ້າເປັນສະມາຊິກກຳມະບານ
cri
ຕາມຂ່າວCRI,ຫວ່າງມໍ່ໆນີ້,ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງສະຫະກຳມະບານແຫ່ງຊາດຈີນເຜີຍວ່າ,ປີນີ້,ຈີນຈະຍາດແຍ່ງຮັບເອົາຊາວ ກະສິກອນທີ່ເຮັດວຽກໃນຕົວເມືອງ6ລ້ານຄົນເຂົ້າເປັນສະມາຊິກກຳມະບານ,ເພື່ອປົກປ້ອງສິດແລະຜົນປະໂຫຍດທີ່ຊອບກົດໝາຍຂອງພວກເຂົາເຈົ້າຢ່າງບັງເກີດຜົນ.
ຕາມການຈັດວາງຂອງສະຫະກຳມະບານແຫ່ງຊາດຈີນ,ການຊຸກຍູ້ການກໍ່ສ້າງກຳມະບານຮາກຖານຈະກາຍເປັນຈຸດໜັກຂອງວຽກງານກຳມະບານໃນປີນີ້,ຈະຊຸກຍູ້ໃຫ້ສ້າງຕັ້ງກຳມະບານຢູ່ໃນວິສາຫະກິດທີ່ບໍ່ແມ່ນກຳມະສິດສ່ວນລວມ,ອອກແຮງຮັບເອົາຊາວກະສິກອນທີ່ເຮັດວຽກໃນຕົວເມືອງເຂົ້າເປັນສະມາຊິກກຳມະບານ.
ຕາມໄດ້ຊາບ,ປັດຈຸບັນ,ຍອດຈຳນວນຊາວກະສິກອນທີ່ເຮັດວຽກໃນຕົວເມືອງຂອງຈີນໄດ້ລື່ນກາຍ120ລ້ານຄົນແລ້ວ,ສ່ວນຫຼາຍແມ່ນເຮັດວຽກຢູ່ໃນວິສາຫະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມ,ແຕ່ເຂົາເຈົ້າເຂົາເປັນສະມາຊິກກຳມະບານນັ້ນມີພຽງ13,8%ເທົ່ານັ້ນ.
|
|