
ຕາມຂ່າວcri:ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນກ່າວວ່າ,ຝ່າຍຈີນຫວັງໃຫ້ເພີ່ມທະວີການສົນທະນາຍຸດທະສາດລະຫວ່າງຈີນກັບອາເມລິກາ,ເພື່ອເພີ່ມທະວີການເຂົ້າໃຈກັນ,ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ,ເຮັດໃຫ້ການພົວພັນລະຫວ່າງຈີນກັບອາເມລິກາພັດທະນາຢ່າງໝັ້ນທ່ຽງແລະປອດໃສ.
ວັນທີ24 ມັງກອນ,ຢູ່ປັກກິ່ງ,ທ່ານເວິ່ນເຈ່ຍປາວໃຫ້ທັດສະນະດັ່ງກ່າວໃນເວລາພົບປະທ່ານໂຈລິກ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ມາຢ້ຽມຢາມ.ສອງຝ່າຍແລກປ່ຽນຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນກັບອາເມລິກາບັນຫາສາກົນແລະພາກພື້ນທີ່ສົນໃຈນຳກັນ.
ວັນທີ23 ມັງກອນ,ທ່ານໂຈລິກາໄດ້ເດີນທາງມາຮອດປັກກິ່ງເລີ່ມຢ້ຽມຢາມຈີນເປັນເວລາ3ມື້.
|