ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 17:58:06    
ຈີນ​ປະ​ກາດ​ຜົນ​ການ​ປະ​ເມີນ​ຜົນ​ສະ​ທ້ອນ​ຕໍ່​ສິ່ງ​ແວດ​ລ້ອມ​ຂອງ​ເຫດ​ການ​​ແມ່​ນ້ຳ​ຊົງ​ຮວາ​ຖືກ​ເຊື່ອມ​ພິດ

cri

ຕາມ​ຂ່າວCRI: ຜົນ​ການ​ປະ​ເມີນ​ເບື້ອງ​ຕົ້ນ​ກ່ຽວ​ກັບຜົນ​ສະທ້ອນ​ຕໍ່​ສິ່ງແວດ​ລ້ອມ​ຂອງ​ເຫດການ​ແມ່​ນ້ຳ​ຊົງ​ຮວາ​ຖືກ​ເຊື່ອມ​ພິດ​ທີ່​ປະກາດ​ໃນ​ວັນ​ທີ 24 ມັງກອນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄລຍະ​ນ້ຳກ້ອນ​​ເປື່ອຍ​ໃນ​ລະດູ​ໃບ​ໄມ້​ບົ່ງ​ປີ​ນີ້, ທາດນ້ຳ​ສ່ວນ​ຫຼາຍ​ໃນ​ແມ່​ນ້ຳ​ຊົງ​ຮວາຈະ​ບໍ່​​ເກີນ​ມາດຖານ, ປັດຈຸບັນ, ຜະລິດ​ຕະພັນ​ນ້ຳ ຜະລິດ​ຕະພັນ​ກະສິກຳ​ແລະ​ສັດລ້ຽງ​ນ້ຳ​ໃຕ້​ດິນ​ຢູ່​ເຂດ​ແມ່​ນ້ຳ​ຊົງ​ຮວາ​ລ້ວນ​ແຕ່​ກິນ​ໄດ້​ຢ່າງ​ປອດ​ໄພ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​​ລັດຖະບານ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ໂຈ່​ວ​ເຊີນ​ສຽນ ຫົວໜ້າ​ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​​ແຫ່ງ​ຊາດ​ຈີນກ່າວ​ວ່າ, ຜົນດັ່ງກ່າວ​ແມ່ນ​ປະ​ເມີນ​ໂດຍ​ນັກ​ວິ​ທະ​ຍາ​ສາດ​ສິ່ງແວດ​ລ້ອມຈີນ​ຫຼາຍ​ຮ້ອຍ​ກວ່າ​ທ່ານ, ພວກທ່ານ​ໄດ້​ດຳ​ເນີນ​ການ​ຕິດ​ຕາ​ວັດ​ແທກ​ກັບ​ບ່ອນ​ແລະ​ວິ​ເຄາະ​ວິທະຍາສາດ​ຕໍ່ນ້ຳ​ແລະ​ຊີວະ​ຊາດ​​ໃນ​ແມ່​ນ້ຳ​ຊົງ​ຮວາ​ເປັນ​ເວລາ​ຫຼາຍ​ເດືອນ. ນັກ​ວິ​ທະຍາສາດ​ທັງຫຼາຍ​ຍັງ​ໄດ້​​ທົດ​ລອງ​ເປັ່ງ​ນ້ຳ​​ເຂົ້ານາ​ລະບາຍ​ນ້ຳ​ໃສ່​ເຄື່ອງ​ປູກຝັງ​​, ບໍ່​ໄດ້​ປະກົດ​ເຫັນ​ຜົນ​ສະທ້ອນ​ອັນບໍ່​ດີ​ຕໍ່​ການອອກ​ໜໍ່​ແລະ​ການ​​ເຕີບ​ໂຕ​ຂອງຂອງ​ແນວ​ເຄືອງ​ປູກ​ທົດ​ລອງ. ສະ​ນັ້ນ, ​ໃນ​ລະດູ​ດ​ໃບ​ໄມ້​ບົ່ງປີ​ນີ້​ໃຊ້​ນ້ຳ​ແມ່​ນ້ຳ​ຊົງ​ຮວາ​ລະບາຍ​ເຂົ້ານາຈະ​ບໍ່​ມີ​ຜົນ​ສະທ້ອນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເຄືອງ​ປູກຂອງຝັງ.