|
 |
(GMT+08:00)
2006-01-24 14:40:16
|
 |
ຕ້ອນຮັບບຸນກຸດຈີນຢ່າງເບີກບານມ່ວນຊື່ນ
cri

ວັນທີ29ມັງກອນແມ່ນບຸນກຸດຈີນບຸນປະເພນີທີ່ຄຶກຄື້ນກວ່າໝູ່ຂອງຈີນໃນປີໜຶ່ງ.ໃນລາຍການມອງຕ່າງມຸມພາກນີ້,ຂໍເຊີນທ່ານພ້ອມກັນກັບພວກເຮົາໄປສຳຜັດບັນຍາກາດທີ່ຊາວຈີນຕ້ອນຮັບບຸນກຸດຈີນຂອງຊາວຈີນ. ພວກເຮົາໄປເບິ່ງເຂດຊົນນະບົດກ່ອນສາ,ຢູ່ແຫ່ງຕ່າງໆຂອງຊົນນະບົດໄດ້ມີບັນຍາກາດຫຼິ້ນບຸນດົນແລ້ວ.ພາຍຫຼັງເຮັດໄຮ່ເຮັດນາຢ່າງຂຸ້ນຂ້ຽວໜຶ່ງປີແລ້ວ,ຊາວກະສິກອນທັງຫຼາຍກໍ່ໄດ້ທຳການກະກຽມເພື່ອຫຼິ້ນບຸນກຸດຈີນຢ່າງເບີກບານມ່ວນຊື່ນໃນຍາມພັກ. ຢູ່ມໍ່ນະຄອນຊີ່ອ່ານເທດສະບານແຂວງສ້ານຊີ່ພາກຕາເວັນຕົກຂອງຈີນ,ມີບ້ານໜຶ່ງຊື່ວ່າຕົ່ງຮານ,ໄທບ້ານຫຼາຍສິບຄົນພວມຝຶກຊ້ອມລາຍການຢູ່ເດີ່ນຫວ່າງກາງບ້ານ.ພວກເຂົາເຈົ້າບາງຄົນຕີຄ້ອງຕີກ້ອງ,ບາງຄົນເປົ່າປີ່,ບາງຄົນຟ້ອນຢາງເກີ,ຟົດຟື້ນທີ່ສຸດ.ເພາະວ່າໃນຍາມບຸນກຸດຈີນ,ໄທບ້ານທັງຫຼາຍຈະສະແດງລາຍ ການສິລະປະຮອບໜຶ່ງເພື່ອສ້າງບັນຍາກາດໃຫ້ແກ່ບຸນກຸດຈີນ. ຢູ່ບ້ານຕົ່ງຮານ,ຫຼາຍຄອບຄົວກໍ່ໄດ້ທຳການກະກຽມເພື່ອຕ້ອນຮັບບຸນກຸດຈີນແຕ່ດົນແລ້ວ,ບາງຄົນທາສີໃໝ່ໃຫ້ປະຕູ,ປ່ອງຢ້ຽມແລະຝາເຮືອນ,ບາງຄົນຂຸ້ນນຳການຊື້ຮູບພາບແລະຄະຕິຄູ່ເປັນຕົ້ນຈາກຕະຫຼາດ,ຮູບຕິດປ່ອງຢ້ຽມສີແດງສົດມີຫຼາຍຮູບຫຼາຍແນວ,ລ້ວນແຕ່ເຕັມໄປດ້ວຍຄວາມໃຝ່ຝັນຕໍ່ຊີວິດການເປັນຢູ່ທີ່ຮັງມີແລະມີສິລິມຸງຄຸນກວ່າເກົ່າ.ຕາມຮີດຄອງປະເພນີຂອງຈີນ,ປີນີ້ແມ່ນປີຈໍ,ສະນັ້ນ,ພາບປະດັບຂອງແຕ່ລະຄອບຄົວລ້ວນແຕ່ມີຮູບໝານ້ອຍທີ່ໜ້າຮັກ. ລຸງມາຮົງຈື້ປີນີ້ອາຍຸເກືອບ70ປີແລ້ວ,ລຸງບອກນັກຂ່າວວ່າ,ປີນີ້ຄອບຄົວຂອງລຸງຈະຫຼິ້ນບຸນກຸດຈີນຕາມປະເພນີເກົ່າ. ກ່ອນມື້ແຮມ15ຄ່ຳເດືອນ12ຈັນທະຄະຕິຈີນ,ຕ້ອງເຮັດວຽກກະກຽມຢ່າງເສັດສັບ.ຕ້ອງອະນາໄມເຮືອນ,ຊິ້ນ,ໄຂ່,ຜັກແລະອື່ນໆກໍ່ຕ້ອງກະກຽມໃຫ້ຄົບຖ້ວນ. ຄອບຄົວຂອງລຸງມາຮົງຈື້ມີສາມຮຸ້ນລວມ7ຄົນ,ອາຫານຄ່ຳໃນວັນສິ້ນປີຂອງຄອບຄົວຂອງລຸງແມ່ນອີງຕາມຮີດເກົ່າ,ຄືຕ້ອງຫໍ່ກຽວ.ພວກເດັກນ້ອຍກໍ່ຫວັງໃຫ້ ຕອນຄ່ຳວັນສິ້ນປີມາຮອດໄວໆ,ເພາະວ່າຮອດເວລານັ້ນພວກເຂົາເຈົ້າຈະໄດ້ຮັບເງິນສຳລັບບຸນກຸດຈີນຈາກຜູ້ໃຫຍ່.ຮອດຕອນທ່ຽງຄືນປະມານ12ໂມງ,ຍັງສາມາດ ຈູດໝາກກະໂພກ. ປະເພນີທີ່ບໍ່ປ່ຽນແປງມາແຕ່ບູຮານນະການເຫຼົ່ານີ້ໄດ້ຕິດຕາມໄທບ້ານທັງຫຼາຍຫຼິ້ນບຸນກຸດຈີນຊ້ຳແລ້ວຊ້ຳອີກ.ແຕ່ວ່າ,ຄຽງຄູ່ກັບສັງຄົມພັດທະນາແລະລະດັບຊີວິດການເປັນຢູ່ຂອງປະຊາຊົນສູງຂຶ້ນ,ໃນສອງສາມປີມານີ້,ຮີດຄອງປະເພນີຫຼິ້ນບຸນໃນຊົນນະບົດແຂວງສ້ານຊີ່ກໍ່ໄດ້ມີການປ່ຽນແປງໜ້ອຍໜຶ່ງ,ເຊັ່ນ,ແຕ່ກ່ອນ,ພາຍໃນ 15ມື້ຫຼັງບຸນກຸດຈີນບໍ່ເດີນທາງໄກ,ແຕ່ຄຽງຄູ່ກັບຜູ້ທີ່ໄປເຮັດວຽກຢ່ຕົວເມືອງຫຼາຍຂຶ້ນ,ປັດຈຸບັນ,ໄທບ້ານບາງຄົນຫຼັງຈາກຫຼິ້ນບຸນກຸດຈີນແລ້ວບໍ່ເທົ່າໃດມື້ກໍເລີ່ມມ້ຽນເຄື່ອງເດີນທາງໄປເຮັດວຽກຢູ່ຕົວເມືອງແລ້ວ.ຍັງມີໄທບ້ານບາງຄົນທີ່ເຮັດວຽກຢູ່ນອກຮັບພໍ່ແມ່ຈາກຊົນນະບົດໄປຫຼິ້ນບຸນຢູ່ໃນຕົວເມືອງ. ຫຼັງຈາກຊອກຮູ້ສະພາບທີ່ຊາວກະສິກອນຕ້ອນຮັບບຸນກຸດຈີນແລ້ວ,ພວກເຮົາຈົ່ງໄປເບິ່ງຢູ່ຕົວເມືອງອີກ.ປັດຈຸບັນ,ຕົວເມືອງຕ່າງໆຂອງຈີນກໍ່ເຕັມໄປດ້ວຍບັນຍາກາດກ່ອນມື້ບຸນ.ໃນຮ້ານຄ້າແລະຮ້ານຊູເປີມາເກັດ,ຜູ່ທີ່ຊື້ສິນຄ້າພື່ອຫຼິ້ນບຸນກຸດຈີນເລີ່ມຫຼາຍຂຶ້ນ.ສິນຄ້າຫຼາຍຊະນິດກໍໄດ້ປ່ຽນຫໍ່ສະເພາະຂອງມື້ບຸນ.ຢູ່ພັດຕາຄານຕ່າງໆ,ໂທລະສັບສັ່ງຈອງອາຫານຄ່ຳໃນວັນສິ້ນປີກໍ່ບໍ່ຂາດສາຍ,ຄຽງຄູ່ກັບລະດັບລາຍໄດ້ສູງຂຶ້ນ,ໄທເມືອງຫຼວງຫຼາຍໄດ້ປ່ຽນໄປກິນອາຫານຄ່ຳຂອງວັນສິ້ນປີຢູ່ພັດຕາຄານຕ່າງໆ.ຕົວຢ່າງຄືເມືອງທຽນສິນທີ່ຢູ່ແຄມທະເລພາກຕາເວັນອອກ,ໃນ ພັດຕາຄານແລະຮ້ານອາຫານທີ່ມີຊື່ສຽງດົ່ງດັງສົມຄວນ,ອາຫານຄ່ຳ50%ຂຶ້ນໄປໃນວັນສິ້ນປີໄດ້ຖືກສັ່ງຈອງແລ້ວ. ນອກຈາກໄປກິນອາຫານຄ່ຳທີ່ແຊບໆໃນວັນສິ້ນປີຢູ່ພັດຕາຄານແລ້ວ,ໃນໄລຍະບຸນກຸດຈີນ,ໄທເມືອງບໍ່ໜ້ອຍຍັງມີແຜນການອື່ນ.ນາງກ່າວຊິ້ວອີ້ໄທເມືອງທຽນສິນໄດ້ຊື້ປິ້ຍົນເພື່ອອອກໄປທ່ອງທ່ຽວໃຫ້ໝົດຄອບຄົວແລ້ວ,ນາງແລະຄອບຄົວພ້ອມດ້ວຍໝູ່ເພື່ອນຫຼາຍຄົນຈະໄປຫຼິ້ນບຸນທີ່ພິເສດຢູ່ຮົງກົງ. ຄອບຄົວສາມຄົນພ້ອມກັນໄປທ່ອງທ່ຽວໃນຍາມບຸນ,ມ່ວນຫຼາຍ.ໃນຍາມທຳມະດາໃຜກໍຄາວຽກຫຼາຍ,ສະນັ້ນໂອກາດແນວນີ້ບໍ່ຫຼາຍປານໃດ.ໂດຍສະເພາະແມ່ນພາລູກໄປ,ລູກກໍ່ໄດ້ເປີດຫູເປີດຕາ,ຊອກຮູ້ໂລກພາຍນອກ. ເວົ້າສຳລັບໄທບ້ານໄທເມືອງຂອງເມືອງຈິວຈ່ຽງແຂວງຈ່ຽງຊີ່ພາກໃຕ້ຂອງຈີນ,ບຸນກຸດຈີນປີນີ້ອາດຈະມີຄວາມຫຍຸ້ງຍາກໜ້ອຍໜຶ່ງ,ເພາະວ່າຫຼາຍເດືອນກ່ອນ,ຢູ່ແຫ່ງນັ້ນໄດ້ເກີດແຜ່ນດິນໄຫວຂ້ອນຂ້າງຮ້າຍແຮງ,ບ້ານຊື່ວ່າຢາງຊຽວຂອງເມືອງ ຈີວຈ່ຽງແມ່ນເຂດໜຶ່ງທີ່ປະສົບໄພຢ່າງໜັກໜ່ວງໃນຄັ້ງນີ້,ເຮືອນຂອງໄທບ້ານ 300 ກວ່າຄອບຄົວມີເຄິ່ງໜຶ່ງຂຶ້ນໄປໄດ້ພັງທະລາຍໃນໄພແຜ່ນດິນໄຫວຢ່າງກະທັນຫັນຄັ້ງນີ້.ຍ້ອນປຸກເຮືອນໃໝ່ບໍ່ທັນ,ໄທບ້ານທັງຫຼາຍກໍ່ພັກຢູ່ໃນຕູບຜ້າເຕັນທີ່ສ້າງຂຶ້ນຊົ່ວຄາວ.ພະນັກງານທ້ອງຖິ່ນຜູ້ໜຶ່ງບອກນັກຂ່າວວ່າ,ໃຕ້ການຈັດຕັ້ງຂອງອົງການປົກຄອງ,ພວກເຂົາເຈົ້າພວມຂ້ຽວເລັ່ງຊ່ອຍໄທບ້ານປຸກເຮືອນຢູ່,ເພື່ອໃຫ້ຜູ່ປະສົບໄພພັກຢູ່ເຮືອນໃໝ່ໂດຍໄວ. ປັດຈຸບັນ,ຕູບຜ້າເຕັນສີຟ້າແກ່ທີ່ພິມຕົວໜັງສື"ກູ້ໄພໂດຍຈຳເພາະ"ກໍ່ແມ່ນເຮືອນຢູ່ຊົ່ວຄາວຂອງໄທບ້ານ.ທ້າວວາງເຈ່ຍຊິ່ງບອກນັກຂ່າວວ່າ,ເຖິງວ່າໄດ້ປະສົບໄພ,ແຕ່ລັດຖະບານໄດ້ກູ້ໄພແລະໃຫ້ຄວາມຊ່ອຍເຫຼືອແກ່ພວກເຂົາເຈົ້າຢ່າງທັນການ,ການກິນການຢູ່ບໍ່ມີບັນຫາ,ແລະກໍໄດ້ກະກຽມຂ້ອນຂ້າງເຕັມສ່ວນເພື່ອຫຼິ້ນບຸນກຸດຈີນ. ປີນີ້ຍ້ອນວ່າປະສົບໄພແຜ່ນດິນໄຫວ,ສະນັ້ນພວກເຮົາຊື້ສິນຄ້າສຳລັບເຮັດບຸນກຸດຈີນກໍຈະຊ້າໜ້ອຍໜຶ່ງ.ໃນເຮືອນເຮົາມີໝູ,ອີກບໍ່ເທົ່າໃດມື້ກໍ່ຂ້າໄດ້ແລ້ວ,ປາກໍຊື້ໜ້ອຍໜຶ່ງແລ້ວ,ອາຫານອື່ນຮອດມື້ບຸນແລ້ວຈຶ່ງຊື້.ອາຫານຄ່ຳໃນວັນສິ້ນປີພວກເຮົາຈະກິນຢູ່ຄືເກົ່າໃນຕູບຜ້າເຕັນ. ຜູ້ຮັບຜິດຊອບອົງການປົກຄອງທ້ອງຖິ່ນບອກນັກຂ່າວວ່າ,ໃກ້ຈະຮອດບຸນກຸດຈີນ,ອົງການປົກຄອງຂອງເມືອງໄດ້ສົ່ງເຄື່ອງໃຊ້ປະຈຳວັນຄືຜ້າຫົ່ມ,ເສື້ອນວມແລະເຂົ້າສານເປັນຕົ້ນໃຫ້ບັນດາໄທບ້ານ,ຮັບປະກັນໃຫ້ແຕ່ລະຄອບຄົວຫຼິ້ນບຸນກຸດຈີນທີ່ສະຫງົບແລະມີສິລິມຸງຄຸນຢ່າງອົບອຸ່ນແລະເບີກບານມ່ວນຊື່ນ.
|
|
|