ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-22 18:21:54    
ແຂວງ​ກ່ານ​ຊູ້​ຂອງ​ຈີນ​ຈະ​ລົງທຶນ 4 ຕື້ 500 ລ້ານ​ຢວນ​ເຂົ້າ​ໃນ​ການ​ຮັກສາ"ອ່າງ​ຂັງ​ນ້ຳຂອງ​ແມ່​ນ້ຳ​ເຫຼືອງ"

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ແຂ​ວງກ່ານ​ຊູ້ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ຈະ​ລົງທຶນ 4 ຕື້ 500 ລ້ານຢວນ,​ໃຊ້​ເຂົ້າ​ໃນ​ການ​ອະນຸລັກ​ຊີ​ວະ​ພາບ​ຂອງ​ເຂດ​ດິນ​ທາມ​ມາ​ສູ​ທີ່​ຖືກ​ເອີ້ນ​ເປັນ"ອ່າງ​ຂັງ​ນ້ຳ​ຂອງແມ່​ນ້ຳ​ເຫຼືອງ"​ໃນ​ແຂວງ​ດັ່ງກ່າວ.

ໃນ​ຫຼາຍ​ປີ​ມາ​ນີ້,​ເຂດ​ດິນ​ທາມ​ມາສູ​ພວມ​ບົກ​ແຫ້ງ,ປະລິ​ມານ​ຕາບ​ຈູ​ນນ້ຳ​ໃຫ້​ແມ່​ນ້ຳ​ເຫຼືອງ​ເຊິ່ງ​ເປັນ​​ແມ່​ນ້ຳ​ໃຫຍ່​ທີ​ສອງ​ຂອງ​ຈີນ​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ,​ເຊິ່ງ​ກະ​ທົບ​ກະ​​​ເທືອນ​​ເຖິງ​ຄວາມ​ປອດ​ໄພ​ດ້ານ​ຊີວະ​ພາບ​ແລະ​ການ​ພັດທະ​ນາ​ເສດຖະກິດ​ແລະ​ສັງຄົມ​ແບບ​ຍືນ​ຍົງ​ຂອງ​ເຂດ​​ແຫຼ່ງ​ແມ່​ນ້ຳ​ເຫຼືອງ​ແລະ​ເຂດ​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແມ່​ນ້ຳ​ເຫຼືອງ.

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,​ໃນ 15 ປີ​ຂ້າງ​ໜ້າ​ນີ້,​ແຂວງ​ກ່ານ​ຊູ້​ຈະ​ບູລະນະ​ລະບົບ​ຄຸ້ມ​ຄອງ​ເຂດ​ອະນຸລັກ​ທຳ​ມະ​ຊາດ​ເຂດ​ດິນ​ທາມມາ​ສູ​ທີ່​ມີ​ຢູ່​​ໃນປະຈຸ​ບັນ​ໃຫ້​ສົມບູນ​ຂຶ້ນ.