ປີນີ້,ຈີນຈະຊຸກຍູ້ການປະຕິຮູບລະບອບນຳໃຊ້ຊັບພະຍາກອນບໍ່ແຮ່ໂດຍເກັບຄ່າຢ່າງຮອບດ້ານ
cri
Author: shuo
ຕາມຂ່າວສານຊິນຮວາ:ວັນທີ20ມັງກອນ,ຢູ່ທີ່ປັກກິ່ງ,ທ່ານວ່າງມີນ ຮອງລັດຖະມົນຕີກະຊວງທີ່ດິນແລະຊັບພະຍາກອນທຳມະຊາດຂອງຈີນເວົ້າວ່າ,ປີນີ້,ຈີນຈະຊຸກຍູ້ການປະຕິຮູບລະບອບນຳໃຊ້ຊັບພະຍາກອນບໍ່ແຮ່ໂດຍເກັບຄ່າຢ່າງຮອບດ້ານ.
ທ່ານວ່າງມີນກ່າວວ່າ,ປີນີ້,ລັດຖະບານຈີນຈະທົດລອງໃນດ້ານຖ່ານຫີນ,ປະຕິບັດລະບອບຄຸ້ມຄອງທີ່ລັດວາງແຜນຂີດແບ່ງເຂດບໍ່ແຮ່ຢູ່ເຂດຜະລິດຖ່ານຫີນຕົ້ນຕໍໃນທົ່ວປະເທດຢ່າງຮອບດ້ານ,ຈັດຕັ້ງການຈັດວາງສິດຂຸດຄົ້ນບໍ່ແຮ່ຢ່າງເປັນເອກະພາບ,ກຳນົດຂະໜາດຂຸດຄົ້ນ,ຊຸກຍູ້ໃຫ້ວິສາຫະກິດເພີ່ມທະວີການຜະລິດຢ່າງປອດໄພ.ຕໍ່ສິດຂຸດຄົ້ນບໍ່ແຮ່ທີ່ຈັດວາງໃໝ່ຕ້ອງໂອນໃຫ້ຢ່າງເກັບຄ່າ,ສັບຊ້ອນຊັບພະຍາກອນບໍ່ແຮ່ທີ່ມີຢູ່ແລ້ວ,ຍາດແຍ່ງໃຫ້ແກ້ໄຂບັນຫາທີ່ມີບໍ່ແຮ່ນ້ອຍຫຼາຍໂພດນັ້ນໃນຂັ້ນພື້ນຖານພາຍໃນສອງປີ.
|
|