|
ງານແລກປ່ຽນແລະວາງສະແດງເຕັກນິກຂອງວິສາຫະກິດຜ້ານກາງແລະຂະໜາດນ້ອຍຂອງອົງການAPECຄັ້ງທີ4ຈະຈັດຂຶ້ນຢູ່ເມືອງຊີງຕາວຈີນ
cri
ຕາມຂ່າວCRI,ງານແລກປ່ຽນແລະວາງສະແດງເຕັກນິກຂອງວິສາຫະ ກິດຜ້ານກາງແລະຂະໜາດນ້ອຍຂອງອົງການ APECຄັ້ງທີ4ທີ່ອົງການປົກຄອງເມືອງຊີງຕາວຈີນຮັບເໝົາຈັດນັ້ນຈະຈັດຂຶ້ນຢູ່ເມືອງຊີງຕາວແຕ່ວັນທີ18ຮອດວັນທີ21ພຶດສະພາປີ2006.
ທ່ານນາງໂອວຊີນຊຽນ ຮອງປະທານຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນເວົ້າວ່າ,ງານວາງສະແດງຄັ້ງນີ້ມີຈຸດປະສົງເພີ່ມທະວີການແລກປ່ຽນແລະຮ່ວມມືໃນດ້ານເສດຖະກິດການຄ້າ,ຂໍ້ມູນຂ່າວສານແລະວິທະຍາສາດເຕັກນິກລະຫວ່າງວິສາຫະກິດຜ້ານກາງຂະໜາດນ້ອຍ ຂອງຈີນແລະຂອງອົງກອນສະມາຊິກອົງການAPEC,ຊ່ອຍວິສາຫະກິດຂະໜາດກາງຂະໜາດນ້ອຍບຸກເບີກຕະຫຼາດສາກົນ,ຍົກຄວາມສາມາດປະດິດສ້າງຢ່າງເປັນເຈົ້າຕົນເອງແລະກຳລັງແກ່ງແຍ່ງສາກົນຂອງວິສາຫະກິດໃຫ້ສູງຂຶ້ນ.
ຕາມແນະນຳວ່າ,ງານວາງສະແດງຄັ້ງນີ້ລວມທັງການດ້ານຕ່າງໆເຊັ່ນກົນຈັກ,ອຸປະກອນກໍ່ສ້າງ,ການອະນຸລັກສິ່ງແວດລ້ອມປະຢັດພະລັງງານ,ສິ່ງປັ່ນທໍແລະການປຸງແຕ່ງອາຫານເປັນຕົ້ນ.
|
|