|
 |
(GMT+08:00)
2006-01-17 17:58:15
|
ພິທີວາງສີລາຈາລຶກຂອງສວນປະເທດຈີນຈັດຂຶ້ນຢູ່ວໍຊິງຕັນ
cri
ຕາມຂ່າວສານຊີນຮວາ,ຫວ່າງມໍ່ໆນີ້,ຈີນແລະອາເມລິກາໄດ້ຈັດພິທີວາງສີລາຈາລຶກຂອງສວນປະເທດຈີນທີ່ສອງຝ່າຍມີແຜນກໍ່ສ້າງນຳກັນຢູ່ອຸທິຍານແຫ່ງຊາດທີ່ວໍຊີງຕັນ ນະຄອນຫຼວງອາເມລິກາ.
ສວນປະເທດຈີນແມ່ນກົມປ່າໄມ້ແຫ່ງຊາດຈີນແລະກະຊວງກະສິກຳອາເມລິກາກໍ່ສ້າງນຳກັນ,ສະຖາບັນຄົ້ນຄວ້າວິທະຍາສາດປ່າໄມ້ຈີນແລະອຸທິ ຍານແຫ່ງຊາດອາເມລິກາພ້ອມກັນຮັບເໝົາກໍ່ສ້າງ.ສວນປະເທດຈີນຈະສ້າງໃນອຸທິຍານແຫ່ງຊາດອາເມລິກາທີ່ວໍຊິງຕັນ,ມີເນື້ອທີ່ປະມານ5ເຮັກຕາ,ນີ້ແມ່ນການຮ່ວມມືລະດັບຊາດລະຫວ່າງລັດຖະບານຈີນກັບອາເມລິກາ.
|
|
|