ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 18:05:05    
ທ້າວ​ຟູນ​ດາ ຊາວ​ໜຸ່ມ​ເຢຍ​ລະ​ມັນ​ທີ່​ເປັນ​ທີ່​ປຶກ​ສາ​ໃນ​ອົງ​ການ​ຈັດ​ຕັ້ງ​ຝ່າຍ​ລາດ​ຂອງ​ຈີນ

cri


ຂ້າພະ​ເຈົ້າ​ຊື່​ຟູນດາ,ແມ່ນ​ທີ່​ປຶກ​ສາ​ສາ​ກົນ​ຂອງ​ສະມາ​ຄົມ​ຊຸກຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ຈັດ​ຕັ້ງ​ຝ່າຍ​ລາດ​ສາກົນ​ຈີນ,​ມື້​ນີ້​ພວກ​ເຮົາ​ຈັດ​ຊຸດ​ອົມ​ຮົມ​ສື່ມວນ​ຊົນ,​ມີ​ຈຸດ​ປະ​ສົງ​ແນະ​ນຳ​ໂຄງ​ການ​ໃໝ່​ຂອງ​ພວກ​ເຮົາ​ໃຫ້​ພວກ​ທ່ານ​ຊາບ,​ຫວັງ​ຢາກ​ຮູ້​ຈັກ​ເພື່ອນ​ມິດ​ໃໝ່​ໃຫ້​ຫຼາຍ​ໂດຍ​ຜ່ານ​ຈາກ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້.
 
ເມື່ອ​ຟັງການ​ອັດສຽງ​ດັ່ງ​ກ່າວ​ແລ້ວ,​ທ່ານອາດ​ຈະ​ຄິດ​ບໍ່​ອອກ​ວ່າ​ຜູ່​ທີ່​ເວົ້າ​ພາ​ສາ​ຈີນ​ຢ່າງ​ຫຼ່ຽນ​ໄຫຼ​ຊັດ​ເຈນ​ປານ​ນີ້​ແມ່ນ​ຜູ່​ບ່າວ​ເຢຍ​ລະ​ມັນ.​ຊາວ​ໜຸ່ມ​ເຢຍ​ລະ​ມັນ​ຜູ້​ນີ້​ຊື່​ວ່າ​ຟູນ​ດາ,​ປີ​ນີ້​ອາ​ຍຸ28​ປີ,​ລາວ​ເປັນ​ຄົນ​ສູງ,​ໜ້າ​ຕາ​ປ່ອຍ​ລ່ອຍ,​ໃສ່​ແວ່ນ​ຕາ​ສີ​ໝາກ​ກະ​ເບົາ,​ຈາກ​ວາ​ຈາ​ຂອງ​ລາວ​ກໍ່​ເຫັນ​ໄດ້​ວ່າ​ລາວ​ເປັນ​ຄົນ​ນິ​ໄສ​ດີ,​ໝູ່​ຮ່ວມ​ງານ​ທັງຫຼາຍ​ຂອງ​ຈີນ​ຮ້ອງ​ລາວ​ວ່າ​ສຽວ​ຟູ​ແປ​ວ່າ​ທ້າວ​ຟູ.

ທ້າວ​ຟູນ​ດາ​ເຮັດ​ວຽກ​ຢູ່​ສະມາ​ຄົມ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ຈັດ​ຕັ້ງ​ຝ່າຍ​ລາດ​ສາ​ກົນ​ຈີນ,​ວຽກ​ງານ​ຕົ້ນ​ຕໍ​ຂອງ​ສະ​ມາ​ຄົມ​ດັ່ງກ່າວ​ແມ່ນ​ຊຸກ​ຍູ້​ການ​ແລກ ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ຈັດ​ຕັ້ງ​ຝ່າຍ​ລາດ​ຂອງ​ຈີນ​ກັບ​ຕ່າງ​ປະ​ເທດ​ໃນ​ດ້ານ​ພັດທະ​ນາ​ບຳ​ບັດ​ຄວາມ​ທຸກ​ຍາກ,​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ພັດທະ​ນາ​ສັງ​ຄົມ,​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ທຸກ​ຍາກ​ຂອງ​ຈີນ​ໃຫ້​ມີ​ການ​ພັດ​ທະ ນາ.​ໃນ​ສະມາ​ຄົມ​ດັ່ງ​ກ່າວ,​ວຽກ​ງານ​ຕົ້ນຕໍ​ຂອງ​ທ້າວ​ຟູນ​ດາ​ແມ່ນ​ສະ​ເໜີ​ຂໍ້​ສະ​ເໜີ​ຕໍ່​ໂຄງການ,​ແລະ​ເຈລະຈາ​ການ​ຮ່ວມ​ມື​ກັບ​ບາງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຈຳ​ນວນ​ໜຶ່ງ.
 
ທ້າວ​ຟູນດາ​ບອກ​ນັກ​ຂ່າວ​ວ່າ,​ລາວ​ມີ​ສາຍ​ແນມ​ກັບ​ຈີນ​ແມ່ນ​ຍ້ອນ​ເພື່ອນ​ຮຽນ​ເພດ​ຍິງ​ຜູ້​ໜຶ່ງ​ໃນ​ໂຮງ​ຮຽນ​ມັດທະ​ຍົມ​ຕອນ​ປາຍ.
 
ລາວ​ແມ່ນ​ນາງ​ສາວ​ສວຍ​ງາມ​ທີ່​ມີ​ເຊື້ອ​ສາຍ​ຈີນ,ຍ້ອນ​ພໍ່​ແມ່​ຂອງ​ລາວ​ເຮັດ​ວຽກ​ຢູ່​ເຢຍລະ​ມັນ,ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ໂອ​ກາດ​ຮູ້​ຈັກ​ກັບ​ລາວ,​ພວກ​ເຮົາ​ແມ່ນ​ເພື່ອນ​ຮຽນ​ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ດຽວ​ກັນ.​ກໍ່​ແມ່ນ​ລາວ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຢາກ​ຊອກ​ຮູ້​ຈີນ.
 
ນາງ​ສາວ​ຝ່າຍ​ຕາ​ເວັນ​ອອກ​ຜູ່​ນັ້ນ​ມີໜ້າ​ຕາ​ສວຍ​ງາມ,​ກິລິ​ຍາ​ທ່າ​ທາງ​ອ່ອນ​ໂຍນ,​ເຮັດ​ໃຫ້​ທ້າວ​ຟູນ​ດາ​ໜຸ່ມ​ມີ​ຄວາມ​ໃຝ່​ຝັນ​ຕໍ່​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ອອກ​ທີ່​ເຊື່ອງ​ອາ​ລົມ​ແລະ​ອ່ອນ​ໂຍນ,​ໂດຍ​ສະ​ເພາະ​ແມ່ນ​ວັດ​ທະ​ນະ​ທຳ​ຈີນ.​ຫຼັງ​ຈາກ​ຮຽນ​ຈົບ​ມັດ​ທະ​ຍົມ​ຕອນ​ປາຍ​ແລ້ວ,​ພາຍ​ໃຕ້​ການ​ໃຫ້​ກຳ​ລັງ​ໃຈ​ຂອງ​ອ້າຍ,​ທ້າວ​ຟູນ​ດາ​ໄດ້​ເສັງ​ເຂົ້າຄະ​ນະ​ວັນ​ນະ​ຄະ​ດີ​ຝ່າຍ​ຕາ​ເວັນ​ອ​ອກຂອງ​ມະຫາວິທະ​ຍາ​ໄລ​ເຄີ້ນເຢຍ ລະ​ມັນ​.ເມື່ອ4ປີ​ກ່ອນ,ທ້າວ​ຟູວດາ​ໄດ້​ມາ​ຮອດ​ປັກ​ກິ່ງ,​ເປັນທີ່​ປຶກສາ​ສາກົນ​ໃນ​ອົງ ການ​ຈັດ​ຕັ້ງ​ຝ່າຍ​ລາດ​ແຫ່ງ​ນີ້.

ຄວນ​ເວົ້າ​ວ່າ​ບໍ່​ວ່າ​ຈາກ​ປະສົບ​ການ​ສ່ວນ​ຕົວ​ຫຼື​ຈາກ​ມຸມ​ວຽກ​ງານ,​ຫຼາຍ​ເລື່ອງ​ທີ່​ເກີດ​ຂຶ້ນ​ຢູ່​ນຳ​ຕົວ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ກ່ຽວ​ພັນ​ກັບ​ຈີນ.​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໂຊກ​ດີ​ຄື​ສາ ມາດ​ຊອກ​ຮູ້​​ຈີນ​ຈາກ​ຫຼາ​ຍມຸມ​ທີ່​ຕ່າງ​ກັນ,​ມ່ວນ​ຫຼາຍ.
 
ທ້າວ​ຟູນດາ​ຮັກ​ວຽກ​ງານ​ຂອງ​ຕົນ​ຢູ່​ຈີນທີ່​ສຸດ,​ແລະ​ເຮັດ​ວຽກ​ດຸ​ໝັ່ນ,​ຫ້ອງ​ການ​ຂອງ​ລາວ​ຢູ່​ປັກ​ກິ່ງ,​ແຕ່​ລາວ​ຕ້ອງ​ໄປ​ຮ່ວມ​ປະຊຸມ​ຫຼື​ສຳ​ຫຼວດ​ຄົ້ນ​ຄວ້າ​ຢູ່​ຕ່າງ​ຖິ່ນ​ເລື້ອຍໆ.​ໃນ​ເວ​ລາ​ເຮັດ​ວຽກ,​ລາວ​ຕ້ອງ​ຕິດ​ຕໍ່​ພົວ​ພັນ​ກັບ​ສາ​ມັນ​ຊົນ​ຈີນ​ເລື້ອຍໆ,​ກໍ່​ເຊື່ອມ​ໂຍງ​ເຂົ້າ​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ລາວ​ດຳ​ລົງ​ຊີ​ວິດ​ຢ່າງ​ວ່ອງ​ໄວ.
 
ເພື່ອນ​ຮ່ວມ​ງານ​ໃຜໆ​ກໍ່​ວ່າ​ທ້າວ​ຟູນ​ດາ​ເປັນ​ຄົນ​ກົງ​ໄປ​ກົງ​ມາທີ່​ສຸດ,​ໃນ​ເວ​ລາ​ຫາ​ລື​ບັນ​ຫາ​ໃດ​ໜຶ່ງ​ໃນ​ຍາ​ມທຳ​ມະ​ດາ,​ລາວ​ກໍ່​ເວົ້າ​ທັດ​ສະ​ນະ​ຂອງ​ຕົນ​ຢ່າງ​ເປີດ​ເຜີຍ,​ນອກ​ນີ້,​ລາວ​ຍັງ​ເປັນ​ຄົນ​ທີ່​ມີ​ສະຕິ​ໝູ່​ຄະນະ,​ສະ​ນັ້ນ​ທ້າວ​ຟູນ​ດາ​ຈຶ່ງ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ເພື່ອນ​ຮ່ວມ​ງານ​ຈີນ.​ທ່ານ​ຮວງ​ຮ້າວ​ມິງ ເລ​ຂາ​ທິການ​ໃຫຍ່​ສະມາ​ຄົມ​ສົ່ງ​ເສີມ​ການ​ຮ່ວມ​ມື​ອົງ​ການ​ຈັດ​ຕັ້ງ​ຝ່າຍ​ລາດ​ສາກົນ​ຈີນ,ຜູ່​ນຳ​ຂັ້ນ​ເທິງ​ຂອງ​ລາວ​ຕີ​ລາຄາ​ວ່າ,​

ລາວ​ເຮັດ​ວຽກ​ຕັ້ງ​ໃຈ​ທີ່​ສຸດ,ທັງ​ລະອຽດທີ່​ສຸດ,​ເຮັດ​ວຽກ​ໃດ​ກໍ່​ເປັນ​ລະ​ບຽບ. ລາວ​ວ່າ​ເຖິງ​ວ່າ​ລາວ​ເອງ​ແມ່ນ​ຄົນ​ເຢຍ​ລະ​ມັນ,​ແຕ່​ພັດ​ຕາງ​ໜ້າ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ຈັດ​ຕັ້ງ​ຝ່າຍ​ລາດ​ສາ​ກົນ​ຂອງ​ຈີນ,ບໍ່​ແມ່ນ​ຕາງ​ໜ້າ​ລາວ​ສ່ວນ​ຕົວ,​ທັດ​ສະນະ​ຂອງລາວ​ອາດ​ຈະ​ຕ່າງ​ກັນ,​ແຕ່​ຕ້ອງ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ອົງ​ການ​ຈັດ​ຕັ້ງ.
 
ໃນ​ຫຼາຍ​ປີ​ທີ່​ເຮັດ​ວຽກ​ແລະ​ດຳ​ລົງ​ຊີ​ວິດ​ຢູ່​ຈີນ,​ທ້າວ​ຟູນ​ດາ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ເພື່ອນ​ຮ່ວມ​ງານ​ຈີນ​ທໍ່​ນັ້ນ,​ຍັງ​ໄດ້​ຜູກ​ມິດ​ກັບ​ເພື່ອນ​ຈີນບໍ່​ໜ້ອຍ.​ນາງ​ຊົ້ງ​ຊິ້ງ​ຮວາ​ທີ່​ເຮັດ​ວຽກ​ຢູ່​ອົງການ​ຈັດ​ຕັ້ງ​ຝ່າຍ​ລາດອີກ​ແຫ່ງ​ໜຶ່ງ​ກໍ່​ແມ່ນ​ຜູ້​ໜຶ່ງ.​ຍ້ອນ ວ່າ​ນາງ​ຊົ້ງ​ເປັນ​ຄົນ​ເບີກ​ບານ​ແລະ​ງາມ​ລຽບໆ,​ກໍ່ມີ​ອາຍຸ​ສູງ​ກວ່າ​ທ້າວ​ຟູນ​ດາ​ບໍ່​ໜ້ອຍ, ສະ​ນັ້ນ​ເມື່ອ​ທ້າວ​ຟູນດາ​ພົບ​ບັນ​ຫາ​ຫຍຸ້ງ​ຍາກ​ຫຍັງ​ແລ້ວ​ກໍ​ມັກ​ໄປ​ຖາມ​ເອື້ອຍ​ຜູ້​ນີ້,​ຊຶ່ງ​ລວມທັງ​ເລື່ອງ​ສ່ວນ​ຕົວ​ເຊັ່ນ​ຄວາມ​ຂັດ​ຂ້ອງ​ໝອງ​ໃຈ​ໃນ​ຄວາມ​ຮັກ.​ເມື່ອ​ເວົ້າ​ເຖິງ​ພາບ​ພົດຕໍ່​ທ້າວ​ຟູນດາ,​ນາງ​ຊົ້ງ​ຊິ້ງຮວາ​ເວົ້າ​ວ່າ,
 
ຂ້າພະ​ເຈົ້າມີ​ພາບ​ປະ​ທັບ​ໃຈ​ຕໍ່​ກ່ອນ​ອື່ນ​ແມ່ນ​ລາວ​ເວົ້າ​ຄວາມ​ຈີນ​ດີ​ຫຼາຍ,ລົມ​ກັນ​ກັບ​ລາວ​ເກືອບ​ບໍ່​ມີ​ອຸ​ປະ​ສັກ​ຈັກ​ເມັດ.​ເຖິງ​ວ່າ​ລາວ​ເປັນ​ຄົນ​ຕ່າງ​ປະ​ເທດ,​ແຕ່​ລາວ​ເອົາ​ໃຈ​ໃສ່​ນຳ​ການພັດ​ທະນາ​ຂອງ​ຈີນ,​ນອກ​ນີ້ລາວ​ຍັງ​ເຄົາ​ລົບ​ໜ້າ​ທີ່​ວຽກ​ງານ​ທີ່​ສຸດ.
 
ໃນ​ເວລາ​ຫຼາຍ​ປີ​ທີ່​ຢູ່​ປັກ​ກິ່ງ,​ສັງ​ຄົມ​ຈີນ​ພັດ​ທະນາ​ຢ່າງ​ວ່ອງ​ໄວ​ເຮັດ​ໃຫ້​ທ້າວ​ຟູນ​ດາ​ຮູ້​ສຶກ​ອັດ​ສະ​ຈັນ,​ລາວ​ເວົ້າ​ວ່າ,​ແຫ່ງ​ນີ້​ຄື​ກ້ອງ​ສ່ອງ​ສາ​ລະ​ພັດ​ນຶກ,​ຮ້ອຍ​ແປດ​ພັນ​ສີ.
 
ຮອດ​ປັດຈຸ​ບັນ,ທ້າວ​ຟູ​ນດາ​ຍັງ​ໂສດ​ຢູ່,​ລາວ​ມັກນາງ​ສາວ​ແບບ​ດັ້ງ​ເດີມ​ຂອງ​ຈີນ​ທີ່​ມີ​ແບບ​ແຜນ​ວາ​ຈາ​ອ່ອນ​ນ້ອມ,​ຮູ້ສຶກ​ວ່າ​ພວກ​ເຂົາ​ເຈົ້າ​ເບິ່ງ​ແລ້ວ​ອ່ອນ​ນ້ອມ​ພັດ​ມີ​ຄວາມ​ສາ​ມາດ​ຫຼາຍ​ໃນ​ໜ້າ​ທີ່​ວຽກ​ງານ.​ລາວ​ເວົ້າ​ວ່າ​ລາວ​ມັກ​ນາງ​ສາວ​ແບບ​ນີ້,​ໃນ​ອະນາ​ຄົດ​ລາວ​ອາດ​ຈະ​ເອົາ​ສາວ​ຈີນ​ເປັນ​ເມຍກໍ່​ວ່າ​ໄດ້.​ນັບ​ແຕ່​ວັນເລີ່ມ​ຮຽນ​ພາສາ​ຈີນ​ຮອດ​ປັດຈຸ​ບັນ,​ລາວ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຈີນ​ມາ​ໄດ້​ສິບ​ປີ​ແລ້ວ.​ທ້າວ​ຟູນ​ດາ​ກ່າວ​ວ່າ,​ລາວ​ໄດ້​ສຳ​ນຶກ​ຮູ້​ວ່າ​ຈະ​ພັດ​ພາກ​ຈາກ​ວັດ​ທະນະ​ທຳ​ຈີນ​ບໍ່​ໄດ້​ແລ້ວ,​ບໍ່​ວ່າ​ລາວ​ຢູ່​ຈີນ​ຫຼື​ຢູ່​ເຢຍ​ລະ​ມັນ,​ວັດທະ​ນະ​ທຳ​ຈີນ​ກໍ່​ໄດ້​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ​ແລ້ວ.