ຜູ້ຖືກສົງໄສເປັນພະຍາດໄຂ້ຫວັດສັດປີກຜູ້ໜຶ່ງຂອງຕວກກີເສຍຊີວິດ
cri
ຕາມຂ່າວCRI,ວັນທີ15ມັງກອນ,ກະຊວງສາທາລະນະສຸກຕວກກີປະກາດວ່າ,ຜູ້ຖືກສົງໄສເປັນພະຍາດໄຂ້ຫວັດສັດປີກຜູ້ໜຶ່ງໄດ້ເສຍຊີວິດໃນມື້ດຽວກັນ.
ກະຊວງສາທາລະນະສຸກຕວກກີອອກຖະແຫຼງການວ່າ,ຜູ້ຖືກສົງໄສເປັນ ພະຍາດແມ່ນເດັກຍິງອາຍຸ12ປີ,ຕາຍຢູ່ໂຮງໝໍແຫ່ງໜຶ່ງຂອງແຂວງວານ, ນ້ອງຊາຍຂອງນາງທີ່ອາຍຸ5ປີກໍ່ມີອາການໜັກໜ່ວງທີ່ສຸດ.ປັດຈຸບັນ,ຜົນການກວດພະຍາດຂອງເດັກຊາຍຜູ້ນີ້ມີຜົນບວກ.ຜົນການກວດຂອງເດັກຍິງໃນກ່ອນໜ້ານີ້ແມ່ນຜົນລົບ,ສະນັ້ນ,ນາຍໝໍຈຶ່ງກຳລັງກວດຕື່ມຢູ່.
|
|