|
 |
(GMT+08:00)
2006-01-15 18:38:10
|
 |
ໜ່ວຍເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງລົມທີ່ໃຫຍ່ກວ່າໝູ່ໃນອາຊີຈະຕິດຕັ້ງຢູ່ເມືອງຊິ່ງຕາວຂອງຈີນ
cri
Author: li
ຕາມຂ່າວຈາກໜັງສືພິມເຢີນມິນຢື້ປາວ: ໜ່ວຍເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງລົມທີ່ໃຫຍ່ກວ່າໝູ່ໃນອາຊີຈະຕິດຕັ້ງຢູ່ຊິ່ງຕາວ ເມືອງແຄມທະເລພາກຕາເວັນອອກຂອງຈີນ.
ໃນເວທີປາໄສສິ່ງແວດລ້ອມຈີນເຢຍລະມັນຄັ້ງທີສອງທີ່ຫາກໍ່ສິ້ນສຸດລົງຢູ່ເມືອງຊິ່ງຕາວ,ນັກຂ່າວໄດ້ຊາບວ່າ,ຈີນເຢຍລະມັນມີແຜນການຮ່ວມມືຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງລົມເທິງທະເລຂັ້ນ 5 ແມກາວັດ 5 ເຄື່ອງຢູ່ເຂດທະເລຊິ່ງຕາວ,ໂຄງການດັ່ງກ່າວລົງທຶນທັງໝົດປະມານ 50 ລ້ານເອີໂຣ. ນີ້ແມ່ນໂຄງການຜະລິດໄຟຟ້າດ້ວຍພະລັງລົມຂະໜາດໃຫຍ່ເທິງທະເລແຫ່ງທຳອິດຂອງຈີນ,ກໍແມ່ນໜ່ວຍເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງລົມທີ່ໃຫຍ່ກວ່າໝູ່ຢູ່ອາຊີ. ໂຄງການດັ່ງກ່າວຈະສ້າງສຳເລັດແລະຜະລິດໄຟຟ້າໃນຕົ້ນປີ 2008.
ເພື່ອອະນຸລັກສິ່ງແວດລ້ອມແລະບັນລຸການພັດທະນາເສດຖະກິດແບບຍືນຍົງ,ລັດຖະບານຈີນໄດ້ເພີ່ມທະວີການພັດທະນາແລະນຳໃຊ້ພະລັງໄຟຟ້ານິວເຄຼຍແລະໄຟຟ້າພະລັງລົມຢ່າງບໍ່ຢຸດຢັ້ງ,ພ້ອມທັງຕັ້ງໜ້າພັດທະນາແລະນຳໃຊ້ພະລັງຕາເວັນ,ແລະຍົກອັດຕານຳໃຊ້ອາຍເມຕານຢູ່ຊົນນະບົດໃຫ້ສູງຂຶ້ນ. ຈີນຍາດແຍ່ງເຮັດໃຫ້ມາດຕາສ່ວນຂອງພະລັງງານທີ່ເກີດໃໝ່ໄດ້ໃນອົງປະກອບພະລັງງານຈາກ 7% ໃນປັດຈຸບັນເພີ່ມຂຶ້ນຮອດປະມານ 15% ໃນປີ 2020 .
|
|
|