|
ທະນາຄານກາງຂອງເອີລົບຮັກສາອັດຕາດອກເບ້ຍຊີ້ນຳຢູ່ເຂດເງິນເອີໂລບໍ່ປ່ຽນແປງ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 12 ມັງກອນ,ຢູ່ຝຼັ່ງຟອກຂອງເຢຍລະມັນ,ສະພາທະນາຄານກາງຂອງເອີລົບໄດ້ຈັດກອງປະຊຸມຄົບຄະນະຄັ້ງອຳອິດໃນປີນີ້,ຕົກລົງຮັກສາອັດຕາດອກເບ້ຍຊີ້ນຳຢູ່ເຂດເງິນເອີໂລໃຫ້ຢູ່ໃນລະດັບ 2,25% ຄືເກົ່າ.
ຫຼັງກອງປະຊຸມ,ທ່ານຕຼີເຊດ ຜູ້ວ່າການທະນາຄານກາງຂອງເອີລົບກ່າວວ່າ,ເລື່ອງຈິງໄດ້ຢັ້ງຢືນໃຫ້ເຫັນວ່າ,ໃຕ້ເງື່ອນໄຂທີ່ມີຜົນດີແນວນີ້,ອັດຕາເຕີບໂຕດ້ານເສດຖະກິດຂອງເຂດເງິນເອີໂລພວມສູງຂຶ້ນເທື່ອລະກ້າວ.ແຕ່ພ້ອມກັນນັ້ນ,ທ່ານຕຼີເຊດຊີ້ອອກວ່າ,ປະຈຸບັນ,ລາຄານ້ຳມັນເຊື້ອໄຟຍັງຢູ່ໃນລະດັບສູງ,ນີ້ແມ່ນປັດໄຈອັນຕະລາຍຕໍ່ການເຕີບໂຕດ້ານເສດຖະກິດຂອງເຂດເງິນເອີໂລແລະການຄວບຄຸມໄພເງິນເຟີ້.
|
|