|
ຄວາມສາມາດຮັບເໝົາການປະກັນໄພແລະຕ້ານຄວາມສ່ຽງ ກວມລວມຂອງຂະແໜງການປະກັນໄພຈີນແຂງແຮງຂຶ້ນ
cri
ຕາມຂ່າວສານຊິນຮວາ,ວັນທີ12ມັງກອນ,ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງຄະນະກຳມະການຕິດຕາມຄຸ້ມຄອງການປະກັນໄພຈີນກ່າວວ່າ,ປັດຈຸບັນ,ກຳລັງແກ່ງແຍ່ງຂອງຕະຫຼາດປະກັນໄພຂອງຈີນໄດ້ແຂງແຮງຂຶ້ນຢ່າງເດັ່ນຊັດ, ຄວາມສາມາດຮັບເໝົາການປະກັນໄພແລະຕ້ານຄວາມສ່ຽງກວມລວມຂອງຂະແໜງການປະກັນໄພຈີນໄດ້ແຂງແຮງຂຶ້ນຢ່າງຫຼວງຫຼາຍ.
ຕາມຕົວເລກສະຖິຕິຫຼ້າສຸດຂອງຄະນະກຳມະການຕິດຕາມຄຸ້ມຄອງການປະກັນໄພຈີນ,ນັບມາຮອດທ້າຍປີ2005,ຢູ່ເຂດໃນຈີນມີອົງການນິຕິບຸກຄົນປະກັນໄພ93ແຫ່ງ,ໃນນັ້ນ,ບໍລິສັດປະກັນໄພທຶນຕ່າງປະເທດມີ40ແຫ່ງ.ປີ2005,ລາຍຮັບຈາກຄ່າປະກັນໄພຂອງເຂດໃນຈີນມີເກືອບ500ຕື້ຢວນ,ເພີ່ມຂຶ້ນຫຼາຍກວ່າເວລາດຽວກັນຂອງປີ2004ປະມານ14%.ລາຍຮັບເພີ່ມຂຶ້ນຢ່າງໄວວາໄດ້ຊັກຈູງໃຫ້ຂະໜາດຊັບສິນຂອງຂະແໜງການປະກັນໄພເປີດກວ້າງອອກຢ່າງໄວວາ, ຄວາມສາມາດຮັບເໝົາການປະກັນໄພແລະຕ້ານຄວາມສ່ຽງກວມລວມຂອງຂະແໜງການປະກັນໄພກໍໄດ້ແຂງແຮງຂຶ້ນ.
|
|