ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-10 14:32:01    
ປີ​2006​ຈັງ​ຫວະ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ໂລກ​ຈະ​ສູງ​ກວ່າ​ປີ​2005​ໜ້ອຍ ໜຶ່ງ

cri
ຕາມຂ່າວ​ສານຊີນ​ຮວາ,​ວັນທີ​9ທັງ​ກອນ,​ຜູ່ວ່າ​ການ​ທະນາ​ຄານ​ໃຫຍ່​ສິບແຫ່ງ​ໃນ​ໂລກ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເດືອນ​ຄູ່​ຂອງ​ທະນາ​ຄານ​ຊຳ​ລະ ສາ​ກົນ​ທີ່​ຈັດ​ຂຶ້ນ​ຢູ່​ບາ​ເຊວ​ແຫ່ງ​ສວິສ​ຄາດ​ວ່າ,​ປີ2006​ຈັງ​ຫວະ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງໂລກ​ຈະ​ສູງ​ກວ່າ​ປີ2005​ໜ້ອຍ​ໜຶ່ງ.

ໃນເວລາ​ກອງປະ​ຊຸມສິ້ນ​ສຸດ​ລົງ,​ທ່ານເຈນ ຄຼອດ ທຼີ​ເຊັດ ຜູ່ວ່າ ການ​ທະນາ​ຄານ​ກາງ​ຂອງ​ເອີລົບ​ຜູ້​ຕາງ​ໜ້າ​ຜູ່ວ່າ​ການ​ທະ​ນາ​ຄານ​ໃຫຍ່​ສິບ​ແຫ່ງ​ໃນ​ໂລກ​ຊີ້​ອອກ​ວ່າ,​ປີ2005,​ເສດ​ຖະ​ກິດ​ໂລກ​ຍັງ​ຄົງ​ຟົດ​ຟື້ນ​ໃຕ້​ສະ​ພາບ​ລາ​ຄາ​ນ້ຳ​ມັນ​ດິບ​ຖີບ​ສູງ​ຂຶ້ນ.​ຍ້ອນ​ວ່າ​ລາ​ຄາ​ນ້ຳ​ມັນ​ດິບມີ​ທ່ວງ​ທ່າ​ໝັ້ນ​ທ່ຽງ​ໃນ​ສະ​ເພາະ​ໜ້າ,​ສະ​ນັ້ນ​ຈັງ​ຫວະ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ໂລກ​ໃນປີ​ນີ້ຈະ​ສູງ​ກວ່າ​ປີ2005​ໜ້ອຍ​ໜຶ່ງ​ຢ່າງ​ບໍ່ຕ້ອງ​ສົງ​ໄສ.​ທ່ານ​ຍັງ​ຄາດ​ຄະ​ເນ​ວ່າ,​ປີ2006, ການ​ຄ້າ​ໂລກ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ມາ,ຈົນ​ກະທັ້ງ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ ໄວ.