ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-10 13:26:25    
ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ຈີນ​ນັບ​ມື້​ນັບ​ສະ​ບາຍ

cri


ໃນ​ຫຼາຍ​ປີ ມາ​ນີ້,​ການ​ປ່ຽນ​ແປງ​ສະພາບ​ດັ່ງກ່າວ​ໄດ້​ກາຍ​ເປັນ​ວຽກ​ງານ​ສຳ​ຄັນ​ຂອງອົງ​ການ​ປົກຄອງ​ທຸກ​ຂັ້ນຂອງ​ຈີນ,​ທົ່ວສັງ​ຄົມ​ກໍເອົາ​ໃຈໃສ່​ນຳບັນ​ຫາດັ່ງ​ກ່າວ.​ໃນ​ປີ2005​ທີ່​ຜ່ານ​ມາ,​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ຫຍັງ​ແດ່​ໃນ​ດ້ານ​ນີ້,​ໄດ້ຮັບ​ຜົນ​ແນວ​ໃດ​ແດ່?
 
ເມືອງ​ຕ້າ​ລຽນ​ແຂວງ​ລຽວນີງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​ແມ່ນ​ເມືອງ​ສວຍ​ງາມ​ທີ່​ຢູ່​ແຄມ​ຝັ່ງ​ທະ​ເລ​ເມື່ອ​ຫຼາຍ​ປີ​ກ່ອນ,​ທ້າວ​ລົວ​ຊວນ​ຢວນ ຊາວ​ກະ​ສິກອນ​ຂອງ​ແຂວງ​ເຫີ​ນານ​ພາກ​ກາງຂອງ​ຈີນໄດ້ໄປ​ເຮັດ​ວຽກ​ຢູ່​ສະຖານ​ທີ່​ກໍ່ສ້າງ​ບ່ອນ​ໜຶ່ງຂອງ​ເມືອງດັ່ງ​ກ່າວ.​ຕົ້ນ​ປີ2005,​ໃນ​ເວລາ​ເຮັດ​ວຽກ,​ຂາ​ເບື້ອງ​ຂວາ​ຂອງລາວ​ຖືກ​ດີ້ວ​ເຫຼັກ​ຕຳ​ຫັກ​ຢ່າງ​ບໍ່ເປັນ​ຈັ່ງບຸນ,​ແລ້ວ​ຜ່າ​ຕັດ​ເສຍ​ຂາ​ເບື້ອງ​ໜຶ່ງ​ໄປ.ຍ້ອນນາຍ​ຈ້າງ​ບໍ່​ຍອມ​ໄຊ້ແທນ​ຄ່າ​ຕ່າງໆ​ເຊັ່ນ​ຄ່າ​ປິ່ນ​ປົວ​ແລະ​ຄ່າ​ຢາ​ເປັນ​ຕົ້ນ,ຄອບ​ຄົວລົວ​ຊວນ​ຢວນ​ທີ່​ທຸກ​ຍາກ​ເກືອບ​ຕົກ​ໃນ​ສະພາບ​ໝົດ​ທາງ​ໄປ.​ພາຍ​ຫຼັງ​ມາ,​ທ້າວ​ລົວ​ຊວນ​ຢວນ​ໄດ້​ຄຶດ​ຮອດ​ອົງການ​ກຳມະ​ບານ.​ລາວ​ຫວນ​ຄືນ​ວ່າ,
 
ບັນຫາ​ນີ້​ອາ​ໄສ​ແຕ່​ຂ້າພະ​ເຈົ້າ​ເອງ​ທໍ່ນັ້ນແມ່ນ​ແກ້​ບໍ່​ຕົກ​ຢ່າງ​ແນ່ນອນ.​ຜ່ານ​ຈາກ​ອົງການ​ຈັດ​ຕັ້ງ​ມາ​ແກ້​ໄຂຈະ​ດີກ​ວ່າ.​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄປ​ຫາ​ກຳ​ມະ​ບານ, ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ບັນ​ຫາ​ນີ້.ຈາກ​ເຫດ​ການເກີດ​ຂຶ້ນ​ຮອດ​ການ​ແກ້​ໄຂກິນ​ເວລາ​ບໍ່​ຮອດ​ໜຶ່ງ​ເດືອນ.​ວິ​ສາ​ຫະກິດ​ກໍ່​ສ້າງ​ໄດ້​ໄຊ້​ແທນ​6ໝື່ນ​ກວ່າ​ຢວນ​ຊຶ່ງ​ລວມ​ທັງ​ຄ່າ​ປິ່ນ​ປົວ​ແກ່ຂ້າ​ພະເຈົ້າ.
 
ຫວ່າງ​ມໍ່ໆ​ນີ້,​ນັກ​ຂ່າວ​ໄດ້​ພົບທ້າວ​ລົວ​ຊວນ​ຢວນຢູ່​ບ້ານ​ເກີດ​ຂອງ​ລາວ,​ລາວໄດ້​ໃສ່​ຂາທຽມ​ແລ້ວ,​ຍັງໄດ້​ສ້ອມ​ແປງ​ເຮືອນ​ຢູ່,​ເລີ່ມດຳ​ລົງ​ຊີວິດ​ໃໝ່.​ປັດຈຸ​ບັນ, ນອກ​ຈາກ​ລາຍ​ໄດ້​ຈາກ​ການ​ປູກ​ເຂົ້າ,ປູກຕົ້ນ​ໄມ້​ກິນ​ໝາກ​ແລະ​ລ້ຽງ​ໝູ​ແລ້ວ,​ແຕ່ລະ ເດືອນ,​ລາວ​ຍັງ​ໄດ້ຮັບ​ເງິນ​ເກື້ອກູນ​ຜູ້​ທຸກ​ຍາກ​ພິ​ເສດ​ອີກ​ຫຼາຍ​ສິບ​ຢວນ.
 
ກຳມະ​ບານ​ທີ່​ຊ່ວຍ​ທ້າວ​ລົວ​ຊວນ​ຢວນ​ແກ້​ໄຂ​ບັນຫາ​ຈົດ​ຕັ້ງ​ໂດຍ​ອົງການ​ປົກ​ຄອງ​ເມືອງ​ຊີນ​ຊ້ຽນ​ແຂວງ​ເຫີ​ນານ​ບ້ານ​ເກີດ​ຂອງ​ລາວ​ເພື່ອ​ຊ່ອຍ​ຊາວ​ສິກອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ປົກ​ປັກ​ຮັກສາ​ສິດ​ປະ​ໂຫຍດ.​ປີ2005,ຢູ່​ເມືອງ​ຕ້າ​ລຽນ​ເມືອງ​ດຽວ,​ກຳ​ມະ​ບານ​ດັ່ງ​ກ່າວ​ກໍ່​ໄດ້​ແກ້​ໄຂ​ການ​ວິ​ວາດ​ກັນ​ກ່ຽວ​ກັບ​ການ​ບາດ​ເຈັບ​ຍ້ອນ ວຽກ​30​ກວ່າ​ລາຍ,​ອັນ​ໄດ້​ຊ່ວຍ​ເຫຼືອ​ຊາວ​ກະ​ສິ​ກອນ​ທີ່​ຖືກບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ.
 
ຄຽງ​ຄູ່​ກັບ​ຂະບວນ​ການ​ຫັນ​ເປັນ​ຕົວ​ເມືອງ​ຂອງ​ຈີນ​ນັບ​ມື້​ນັບ​ໄວ​ກວ່າ​ເກົ່າ,​ຊາວ​ກະ​ສິກອນ​ທີ່​ອອກ​ຈາກ​ຊົນນະ​ບົດໄປ​ເຮັດວຽກ​ຢູ່​ຕົວ​ເມືອງ​ຄື​ທ້າວ​ລົວ​ຊວນ​ຢວນມີ ເຖິງ​120​ລ້ານ​ຄົນ.ໃນ​ຕົວ​ເມືອງ,​ພວກ​ເຂົາ​ເຈົ້າ​ນອກ​ຈາກ​ອາດ​ຈະ​ຖືກ​ບາດ​ເຈັບ ຍ້ອນ​ວຽກ​ແລ້ວ,​ບາງ​ທີ​ຍັງ​ໄດ້​ຖືກ​ໜ່ວງ​ເວລາ​ຈ່າຍ​ເງິນ​ເດືອນ.​ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ,​ໃນ​ສອງ​ປີ​ມາ​ນີ້,​ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​ໃຊ້​ເອກະ​ສານ​ໂດຍ​ຈຳ​ເພາະ, ບັນດາ​ແຂວງ,​ກຳ​ແພງ​ນະ​ຄອນ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ກໍ່ໄດ້​ສ້າງ​ຕັ້ງ​ໜ່ວຍ​ນຳ ພາ​ການ​ຊຳ​ລະ​ເງິນ​ເດືອນ​ທີ່​ຕິດ​ໜີ້,​ແລະ​ໄດ້​ຕັ້ງພະ​ແນກ​ສະ​ເພາະ​ເພື່ອ​ຮັບ​ຜິດຊອບ​ວຽກ​ງານ​ດັ່ງ​ກ່າວ.​ທ້າວ​ຢິນ​ເຈ່ຍ​ຊີ ເພື່ອນ​ຮ່ວມ​ບ້ານ​ຂອງ​ທ້າວ​ລົວ​ຊວນ​ຢວນ​ທີ່​ເຮັດ​ວຽກ​ຢູ່​ເມືອງ​ຕ້າ​ລຽນ​ໄດ້​ເລົ່າ​ປະສົບ​ການ​ຂອງ​ລາວ​ສູ່​ຟັງ​ວ່າ,
 
ຊາວ​ກະສິ​ກອນ​ພວກເຮົາ​ທີ່​ເຮັດ​ວຽກມ້າງ​ເຮືອນ,​ຈະ​ໄດ້​ເງິນ​ເດືອນ​ປະມານ 1800​ຢວນ.​ໃນຫົກ​ເດືອນ​ຕົ້ນ​ປີ2005,​ຂ້າພະ​ເຈົ້າ​ເຄີຍ​ເຮັດ​ວຽກ​ໃນ​ບໍລິ​ສັດ​ພັດທະ ນາ​ເຄຫະ​ແລະ​ຕາ​ດິນ​ຂອງ​ເມືອງ​ຕ້າ​ລຽນ,​ເງິນ​ເດືອນ​ຂອງຫຼາຍ​ເດືອນບໍ່​ໄດ້​ຈ່າຍ​ໃຫ້ ຂ້າພະ​ເຈົ້າ​ຕະ​ຫຼອດ​ມາ,​ຫຼັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ກົດບັນ​ຍັດ​ຂອງ​ສູນ​ກາງ​ທີ່​ຫ້າມ​ບໍ່​ໃຫ້​ຕິດເງິນ​ເດືອນ​ຂອງ​ຊາວ​ກະ​ສິ​ກອນ​ແລ້ວ,ກໍ່​ໄດ້​ສ່ອງ​ແສງ​ໃຫ້​ພາກ​ສ່ວນ​ຮັບປະ ກັນ​ແລະ​ຕິດຕາມ​ກວດ​ກາ​ການອອກ​ແຮງ​ງານຮູ້,​ພວກ​ເຂົາ​ເຈົ້າ​ກໍ່​ມາ​ຊຳລະ​ແກ້​ໄຂ​ບັນຫາ​ນີ້,​ຕໍ່​ມາກໍ່​ໄດ້​ຮັບ​ເງິນ​ເດືອນ​ແລ້ວ.ຢູ່​ເຂດ​ຕ້າ​ລຽນ,​ວຽກ​ງານ​ຊ່ວຍ​ຊາວ​ກະ​ສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ທວງຖາມ​ເອົາ​ເງິນ​ເດືອນ​ນັ້ນເຮັດ​ໄດ້​ດີຫຼາຍ.
 
ຕາມ​ໄດ້​ຊາບ,ພຽງ​ແຕ່​ໃນຫົກ​ເດືອນ​ຕົ້ນ​ປີ2005,​ນັບ​ລວມ​ແລ້ວ​ອົງການ​ຮັບ ປະກັນ​ແລະ​ຕິດຕາມ​ກວດ​ກາ​ການ​ອອກ​ແຮງ​ງານ​ທຸກ​ຂັ້ນ​ໄດ້​ສຳ​ຫຼວດ​ແລະ​ຊຳລະ​ຄະດີ​ຕິດ​ເງິນ​ເດືອນ​ຂອງ​ຊາວ​ກະສິກອນ​ທີ່ເຮັດ​ວຽກ​ໃນ​ຕົວ​ເມືອງ​ເກືອບ7ໝື່ນ​ລາຍ,​ທວງ​ຖາມເອົາ​ເງິນ​ເດືອນ​ຄືນມາ​ໄດ້3ຕື້​ກວ່າ​ຢວນ.​
 
ໃນ​ປີ2005,ນອກ​ຈາກ​ໄດ້​ຮັບ​ເງິນ​ເດືອນ​ທີ່​ຖືກ​ຕິດ​ຄ້າງ​ແລ້ວ,​ຍັງ​ມີ​ອີກ​ເລື່ອງ​ໜຶ່ງ​ເຮັດ​ໃຫ້​ທ້າວ​ຢິນ​ເຈ່ຍ​ຊີດີ​ອົກ​ອີ​ໃຈ​ທີ່​ສຸດ,​ນັ້ນ​ກໍ​ຄືລູກ​ສາວ​ທີ່​ເຂົ້າ​ຮຽນ​ປະ​ຖົມ​ຢູ່​ເມືອງ​ຕ້າ​ລ້ຽນ​ບໍ່​ຕ້ອງ​ເສຍຄ່າ​ຝາກ​ຮຽນ​600​ຢວນຕໍ່​ປີ​ອີກ​ແລ້ວ,​ຫາກ​ແມ່ນ​ຄື​ກັນ​ກັບ​ເດັກ​ນ້ອຍ​ຂອງເ​ມືອງ​ຕ້າ​ລ້ຽນ​ເສຍ​ເງິນ​ທໍ່​ກັນ​ກໍ​ເຂົ້າ​ຮຽນ​ໄດ້.​ນິ້​ແມ່ນ​ມາດ​ຕະການ​ອີກ​ລາຍ​ໜຶ່ງ​ຂອງຈີນ​ເພື່ອ​ປົກ​ປັກ​ຮັກສາ​ສິດ​ແລະ​ຜົນປະ​ໂຫຍ​ດຂອງ​ຊາວ​ກະ​ສິກ​ອນທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ.
 
ໃນ​ຂະນະ​ທີ່​ສິດ​ແລະ​ຜົນປະ​ໂຫຍດ​ຕ່າງໆ​ຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ໄດ້​ຮັບ​ການ​ຮັບ​ປະກັນ​ເລື້ອຍໆ,​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ທີ່​ຢູ່​ບ້ານ​ເກີດ​ກໍ່​ນັບ​ມື​ນັບ​ດີ​ຂຶ້ນ.​ເຮືນ​ຂອງ​ທ່ານ​ເຊິງ​ຊ້ານ​ຈຸ່ນ​ກັບ​ຫ່າງ​ຈາກ​ເຮືອນ​ຂອງ​ທ້າວ​ລົວ​ຊວນ​ຢວນ​ແລະ​ທ້າວ​ຢີນ​ເຈ່ຍ​ຊີທີ່​ພວກ​ເຮົາ​ກ່າວ​ເຖິງ​ເມື່ອ​ກີ້​ນີ້​ບໍ່​ໄກ​ປານ​ໃດ.ຢູ່​ໃນ​ເຮືອນ​ທ່ານ,​ນັກ​ຂ່າວ​ໄດ້​ເຫັນ​ວ່າ,​ເດີ່ນ​ບ້ານ​ທັງ​ກວ້າງ​ທັງ​ພຽງ,​ເປັນ​ລະບຽບ​ຮຽບ​ຮ້ອຍ,​ຢູ່​ທິດ​ເໜືອ​ຂອງ​ເດີ່ນ​ບ້ານ​ມີ​ຕຶກ​ນ້ອຍ​ສອງ​ຊັ້ນ,​ສະ​ແດງ​ໃຫ້​ເຫັນ​ວ່າ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​ນີ້ຂ້ອນ​ຂ້າງ​ຮັ່ງ ມີ.​ທ່ານ​ເຊີງ​ຊ້ານ​ຈຸ່ນ​ອາຍຸ​40​ກວ່າ​ປີ,​ທ່ານ​ບອກນັກ​ຂ່າວ​ວ່າ,​ຄອບ​ຄົວ​ຂອງ​ທ່ານ​ມີ5ຄົນ,​ມີ​ນາສວນ​ປະ​ມານ​0,4​ເຮັກຕາ,​ທັງ​ປູກ​ຜັກ​ທັງ​ປູກ​ເຂົ້າ​ບາ​ເລ​ແລະ​ເຂົ້ານາ​ນ້ຳ,​ປີ2005,​ພຽງ​ແຕ່​ລາຍ​ໄດ້​ຈາກ​ການ​ປູກ​ຜັກ​ແລະ​ທັນ​ຍາ​ຫານ​ກໍ່5-6000ອຢວນ,​ບວກ​ກັບ​ເງິນທີ່​ທ່ານ​ກັບ​ນ້ອງ​ຊາຍ​ໄດ້​ຮັບ​ໃນ​ການ​ເຮັດ​ວຽກຢູ່​ນອກ​ໃນ​ຍາມ​ຫວ່າງ​ວຽກ​ໄຮ່ການ​ນາ,ລາຍ​ໄດ້​ໃນ​ໝົດ​ປີກໍ່​ຫຼາຍ​ສົມ​ຄວນ.ນອກ​ນີ້,​ທ່ານ​ບອກ​ນັກ​ຂ່າວ​ວ່າ,​ເວົ້າ​ສຳ​ລັບ​ຊາວ​ກະສິ​ກອນ​ໃນ​ທົ່ວ​ແຂ​ວງ​ເຫີ​ນານ​ແລ້ວ,ໃນ​ປີ2005​ຍັງ​ມີ​ເລື່ອງ​ໃຫຍ່​ເລື່ອງ​ໜຶ່ງ​ເປັນ​ຕາ​ມ່ວນ​ຊື່ນ,
 
ໃນຕົ້ນ​ປີ2005,​ຢູ່​ເຂດ​ຊົນ​ນະບົດ​ທົ່ວ​ແຂວງ​ໄດ້​ຍົກ​ເລີກ​ອາກອນ​ໝົດ,​ແຕ່​ເດີມ​ອາ​ກອນ​ກະ​ສິກຳ​​ໃສ່​ຫົວ​ຄົນ​ຕໍ່​ປີ​ແມ່ນ200​ກວ່າ​ຢວນ,​ຫຼັງ​ຈາກ​ຍົກ​ເລີກ​ແລ້ວ,​ຄອບ​ຄົວ​ຂ້າພະ​ເຈົ້າ​5ຄົນ​ກໍ່​ຈະ​ປະຢັດ​ໄດ້​1400ຢວນ.
 
ປັດຈຸບັນ,​ໃນ30​ແຂວງ,​ກຳ​ແພງ​ນະ​ຄອນ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ,​ໄດ້​ມີ26​ແຫ່ງ​ປະ​ກາດ​ຍົກ​ເລີກ​ອາ​ກອນ​ກະສິກຳ​ແລ້ວ.​ດັ່ງ​ນັ້ນ,​ເຄື່ອງ​ປູກ​ຂອງ​ຝັງ​ທຸກ​ເມັດທີ່​ຊາວ​ກະ​ສິ​ກອນ​ເກັບ​ກ່ຽວ​ໄດ້​ຂອງ​ຊາວ​ກະສິ​ກອນ​ສ່ວນ​ຫຼາຍ​ຈະ​ເປັນ​ຂອງ​ພວກ​ເຂົາ​ເຈົ້າ​ໝົດ,​ຊາວ​ກະສິ​ກອນ​ໄດ້​ມີ​ຄວາມ​ຫ້າວ​ຫັນ​ໃນ​ການ​ປູກ​ທັນ​ຍາ​ຫານ​ສູງ​ກວ່າ​ເກົ່າ​ອີກ.​ປີ2006,​ເຂດ​ທັງ​ໝົດ​ຂອງ​ຈີນ​ຈະ​ຍົກ​ເລີກ​ອາ​ກອນ​ກະ​ສິກຳ,​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິ​ກອນຈະ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້ດີ​ຂຶ້ນ​ຕື່ມ​ອີກ.