|
ຕາມຂ່າວCRI: ປີນີ້ ທະນາຄານປະຊາຊົນຈີນເຊິ່ງແມ່ນທະນາຄານກາງຈີນຈະສືບຕໍ່ບູລະນະລະບອບອັດຕາແລກປ່ຽນລອຍຕົວທີ່ມີການຄຸ້ມຄອງ, ເສີມຂະຫຍາຍບົດບາດລັກສະນະພື້ນຖານຂອງການສະໜອງກັບຄວາມຕ້ອງການຂອງຕະຫຼາດທີ່ຈໍ່ຕົວຂຶ້ນເປັນອັດຕາແລກປ່ຽນເງິນຢວນ.
ນີ້ແມ່ນນັກຂ່າວໄດ້ຊາບຈາກກອງປະຊຸມວຽກງານທະນາຄານປະຊາຊົນຈີນທີ່ໄຂຂຶ້ນຢູ່ເມືອງນານຊາງ ທາງພາກກາງຂອງຈີນໃນວັນທີ 5 ມັງກອນ. ທະນາຄານກາງຈີນກ່າວວ່າ, ການປະຕິຮູບກົນໄກຈໍ່ຕົວຂຶ້ນເປັນອັດຕາແລກປ່ຽນເງິນຢວນທີ່ເລີ່ມດຳເນີນໃນເດືອນກໍລະກົດປີ 2005 ໄດ້ບັນລຸເປົ້າໝາຍຂອງການປະຕິຮູບທີ່ຄາດໄວ້. ໃນ 5 ເດືອນກວ່າຜ່ານມານີ້, ອັດຕາແລກປ່ຽນເງິນຢວນມີລັກສະນະຫົດຍືດຫຼາຍຂຶ້ນເປັນກ້າວໆ, ຕະຫຼາດເງິນຕາຕ່າງປະເທດໄດ້ພັດທະນາຢ່າງວ່ອງໄວ.
|