|
 |
(GMT+08:00)
2006-01-04 18:21:38
|
ການຈຳກັດຕ່າງໆຕໍ່ລົດຍົນທີ່ຜະລິດຢູ່ຈີນ ຊຶ່ງລະບາຍອາຍເສຍໜ້ອຍນັ້ນຈະຖືກຍົກເລີກກ່ອນທ້າຍເດືອນມິນາ
cri
Author: da
ຕາມຂ່າວສານຊິນຮວາ: ຈີນຈະຍົກເລີກການຈຳກັດຕ່າງໆຕໍ່ລົດຍົນທີ່ລະບາຍອາຍເສຍໜ້ອຍຫຼາຍປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມນັ້ນກ່ອນທ້າຍເດືອນມິນາປີນີ້.
ວັນທີ 4 ມັງກອນ ຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ,ຈີນຈະວາງນະໂຍບາຍອຸດສາຫະກຳ ຕັ້ງໜ້າສົ່ງເສີມການຜະລິດແລະການລົງທຶນລົດຍົນທີ່ລະບາຍອາຍເສຍໜ້ອຍ,ທັງທວງໃຫ້ແຫ່ງຕ່າງໆ ຢ່າຖືສະພາບລົດຕິດເປັນຂໍ້ອ້າງ,ແລ້ວໃຊ້ມາດຕະການຄວບຄຸມການຄົມມະນາຄົມຕໍ່ລົດຍົນທີ່ລະບາຍອາຍເສຍໜ້ອຍປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມ; ໃນເວລາປ່ຽນລົດຕັກຊິໃໝ່,ລັດຖະບານສົ່ງເສີມເລືອກໃຊ້ລົດຍົນທີ່ລະບາຍອາຍເສຍໜ້ອຍປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມ.
ຕົວເລກສະຖິຕິສະແດງໃຫ້ເຫັນວ່າ,ລົດຍົນທີ່ຄົນຈີນຊື້ໃນ 6 ເດືອນຕົ້ນປີກາຍນັ້ນ ມີ 1 ສ່ວນ 3 ແມ່ນລົດຍົນທີ່ລະບາຍອາຍເສຍໜ້ອຍ.
|
|
|