ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-30 20:33:22    
ລາ​ຄາ​ນ້ຳ​ມັນ​ດິບ​ທີ່​ຊື້​ຂາຍ​ລ່ວງ​ໜ້າ​ໃນ​ຕະ​ຫຼາດ​ສາ​ກົນ​ສືບ​ຕໍ່​ຖີບ​ສູງ​ຂຶ້ນ

cri
ຕາມ​ຂ່າວCRI,​ຍ້ອນບົດ​ລາຍ​ງານ​ຫຼ້າ​ສຸດ​ຂອງ​ກະຊວງ​ພະ​ລັງ​ງານ​ອາ​ເມລິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າປະ​ລິ​ມານ​ສະ​ສົມ​ນ້ຳມັນ​ແອັດ​ຊັງ​ໃຊ້​ທາງ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ໄດ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ​ແລະ​ມູນ​ເຫດ​ອື່ນໆ,​ວັນ​ທີ29​ທັນວາ,​ລາ​ຄາ​ນ້ຳມັ​ນ​ດິບ​ທີ່​ຊື້​ຂາຍ​ລ່ວງ​ໜ້າ​ໃນ​ຕະ​ຫຼາດ​ສາ​ກົນ​ໄດ້​ຖີບ​ສູງ​ຂຶ້ນ​ຕໍ່ມາ.

ວັນ​ທີ29​ທັນວາ,​ລາຄາ​ນ້ຳ​ມັນ​ດິບ​ທາດ​ເບົາທີ່​ຊື້​ຂາຍ​ລ່ວງ​ໜ້າ​ແລະຈະ​ມອບ​ສິນ​ຄ້າ​ໃນ​ເດືອນ​ກຸມ​ພາ​ປີ​2006​ໃນ​ຕະ​ຫຼາດ​ຊື້​ຂາຍ​ສິນຄ້າ​ນິວ​ຢອກ​ໄດ້​ຖີບສູງ​ຂຶ້ນ​0,50​ໂດ​ລາ​ຕໍ່ບາ​ເລນ,​ລາ​ຄາ​ເລີກ​ຕະ​ຫຼາດ​ໄດ້​ບຸກ​ທະ​ລຸ60​ໂດ​ລາ​ຕໍ່​ບາ​ເລນ.ລາຄາ​ນ້ຳມັນ​ດິບ​ເບຼັນດ​ທະ​ເລ​ເໜືອ​ທີ່​ຊື້​ຂາຍ​ລ່ວງ​ໜ້າ​ແລະ​ຈະ​ມອບ​ສິນ​ຄ້າ​ໃນ​ເດືອນ​ກຸມ​ພາ​ໃນຕະຫຼາດ​ນ້ຳ​ມັນ​ເຊື້ອ​ໄຟ​ສາ​ກົນ​ລອນ​ດອນ​ໄດ້​ແພງ​ຂຶ້ນ0,05​ໂດ​ລາຕໍ່ບາ​ເລນ,​ລາຄາ​ເລີກ​ຕະ​ຫຼາດ​ແມ່ນ​57,69​ໂດ​ລາ​ຕໍ່​ບາ​ເລັນ.

ນອກ​ນີ້,​ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,​ວັນ​ທີ28​ທັນວາ,​ອີຣານ​ສະ​ເໜີ​ໃຫ້​ອົງ​ການ​ໂອ​ເປັກ​ພິ​ຈາ​ລະ​ນາ​ບັນ​ຫາ​ຫຼຸດ​ຜົນ​ຜະ​ລິດໃນ​ກອງ​ປະຊຸມ​ຂັ້ນ​ລັດຖະ​ມົນຕີ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ທ້າຍ​ເດືອນ​ມັງ​ກອນ​ປີ​2006​ກໍ່​ແມ່ນ​ມູນ​ເຫດ​ທີ່​ມີ​ຜົນ​ສະ​ທ້ອນ​ຕໍ່​ລາ​ຄາ​ນ້ຳມັນ​ດິບ​ທີ່​ຊື້​ຂາຍ​ລ່ວງ​ໜ້າ​ໃນ​ຕະ​ຫຼາດ​ສາກົນ.