ຈີນຈະໃຊ້ມາດຕະການຕື່ມອີກ,ສະກັດກັ້ນທ່ວງທ່າທີ່ອຸປະຕິເຫດໃຫຍ່ພິລຶກເຊັ່ນບໍ່ຖ່ານຫີນເປັນຕົ້ນເກີດຂຶ້ນເລື່ອຍໆ
cri
Author: zhangshuo
ຕາມຂ່າວCRI:ທ່ານເຈິ່ງເພີຍຢານ ຮອງນາຍົກລັດຖະມົນຕີຈີນກ່າວຢູ່ທີ່ປັກກິ່ງວ່າ,ລັດຖະບານຈີນຈະໃຊ້ມາດຕະການຕ່າງໆ,ເພີ່ມທະວີການຜະລິດຢ່າງປອດໄພ,ສະກັດກັ້ນທ່ວງທ່າທີ່ອຸປະຕິເຫດໃຫຍ່ພິລຶກເຊັ່ນບໍ່ຖ່ານຫີນເປັນຕົ້ນເກີດຂຶ້ນເລື່ອຍໆ.
ທ່ານເຈິ່ງເພີຍຢານແມ່ນໃຫ້ທັດສະນະດັ່ງກ່າວໃນເວລາກ່າວບົດລາຍງານຕໍ່ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໃນວັນທີ27ທັນວາ.ຫວ່າງມໍ່ໆນີ້,ຈີນໄດ້ເກີດອຸປະຕິເຫດບໍ່ຖ່ານຫີນຫຼາຍເທື່ອຢ່າງລຽນຕິດ,ພາໃຫ້ມີຄົນບາດເຈັບແລະເສຍຊີວິດຢ່າງຫຼວງຫຼາຍ.ກ່ຽວກັບເລື່ອງນີ້,ທ່ານເຈິ່ງເພີຍຢານກ່າວວ່າ,ລັດຖະບານຈີນຈະເພີ່ມການລົງທຶນດ້ານຄວາມປອດໄພ,ເພີ່ມກຳລັງເຂົ້າໃນການກວດກາໄພທີ່ແຝງຊ້ອນຢູ່ຂອງບໍ່ຖ່ານຫີນແລະໃຫ້ບໍ່ຖ່ານຫີນທີ່ບໍ່ໄດ້ມາດຖານເຊົາຜະລິດເພື່ອປັບປຸງ,ພ້ອມກັນນັ້ນເພີ່ມຄວາມແຮງໃນການປະຕິບັດກົດໝາຍ,ໄຕ່ສວນໜ້າທີ່ຮັບຜິດຊອບຂອງຜູ້ກ່ຽວຂ້ອງຢ່າງເຂັ້ມງວດ.
ນັບມາຮອດວັນທີ19ທັນວາ,ຈີນໄດ້ປັບປຸງແລະປິດບໍ່ຖ່ານຫີນທີ່ບໍ່ມີເງື່ອນໄຂການຜະລິດຢ່າງປອດໄພແລະຜິດກົດໝາຍລວມ1ໝື່ນກວ່າແຫ່ງ.
|
|