ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-27 20:23:35    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ້ອນ​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ​ຂອງ​ສ.ເກົາ​ຫຼີ​ກ່າວ​ວ່າ ຖ້ອຍ​ຄຳ​ທີ່​ກ່ຽວ​ຂ້ອງ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະຈຳ​ສ.ເກົາ​ຫຼີ​ບໍ່​ເໝາະ​ສົມ

cri
ຕາມ​ຂ່າວCRI,​ວັນ​ທີ27​ທັນ​ວາຢູ່​ເຊ​ອຸນ,​ທ່ານ​ເຈີ່ງດົງ​ຢົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ້ອນ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ຂອງ​ສ.​ເກົາ​ຫຼີ​ກ່າວ​ວ່າ,​ໃນ​ເວລາ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ເຂົ້າ​ໃນ​ໄລຍະ​ສຳ​ຄັນ,​ທ່ານ​ເວສ໌​ໂບ​ເອກ​ອັກຄະ​ລັດຖະ​ທູດ​ອາ​ເມ​ລິ​ກາ​ປະຈຳ​ສ.ເກົາ​ຫຼີ​ຕິ​ຕຽນ​ລັດ​ຖະ​ບານ​ສປປ​ເກົາຫຼີ​ແມ່ນ​ອຳ​ນາດ​ຕ້ອງ​ໂທດ​ຢ່າງ​ເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ນີ້​ແມ່ນ​ບໍ່​ເໝາ​ະສົມ.

ໃນ​ງານ​ລ້ຽງ​ອາຫານ​ທ່ຽງ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ​ປະຈຳ​ສ.​ເກົາ​ຫຼີ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ເຈີ່ງ​ດົງ​ຢົງ​ກ່າວ​ວ່າ,​ການ​ປົວ​ແປງ​ກາ​ນພົວພັນ​ອາ​ເມ​ລິ​ກາ​ກັບສປປ​ເກົາຫຼີ​ແມ່ນ​ຂໍ​ກະ​ແຈ​ຂໍ້​ໜຶ່ງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼ​ມ​ເກົາຫຼີ​ໂດຍ​ສັນຕິ.​ຖ້າວ່າ​ການ​ເຈລະ​ຈາ​ຫົກ​ຝ່າຍ​ຖືກ​ກະ​ທົບກະ​ເທືອນ​ຈາກ​ບັນ​ຫາ​ສອງ​ຕໍ່​ສອງ​ເລື້ອຍໆ,​ຢາກ​ບັນ​ລຸ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ແມ່ນ ຫຍຸ້ງ​ຍາກ​ທີ່​ສຸດ.​ທ່ານ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ກັບ​ສປປ​ເກົາຫຼີ​ຈັດ​ການ​ເຈ​ລະ​ຈາ​ສອງ​ຕໍ່​ສອງ​ໂດຍ​ໄວ.