|
 |
(GMT+08:00)
2005-12-26 23:05:11
|
 |
ວົງການການຄ້າຮົງກົງຮຽກຮ້ອງໃຫ້ສຸມກຳລັງພັດທະນາເສດຖະກິດ
cri
ຕາມຂ່າວສານຊີນຮວາ,ໃນຫຼາຍມື້ມານີ້,ອົງການຈັດຕັ້ງອຸດສາຫະກຳການຄ້າແລະບຸກຄົນວົງການການຄ້າຂອງຮົງກົງໄດ້ປະກອບຄຳຄິດຄຳເຫັນດ້ວຍຮູບແບບຕ່າງໆ,ສະແດງຄວາມຜິດຫວັງທົ່ວໄປຕໍ່ແຜນການປະຕິຮູບໂຄງປະກອບການເມືອງບໍ່ໄດ້ຜ່ານຮັບຮອງ,ຮຽກຮ້ອງໃຫ້ຢຸດຕິການໂຕ້ຖຽງ ກັນທາງການເມືອງ,ສຸມກຳລັງພັດທະນາເສດຖະກິດ.
ທ່ານຢາງຊູນຊີ ປະທານສະມາຄົມໂຮງງານຈີນຮົງກົງກ່າວວ່າ,ແຕ່ ເດີມ,ວົງການອຸດສາຫະກຳການຄ້າຫວັງໃຫ້ຜ່ານຮັບຮອງແຜນການປະຕິຮູບໂຄງປະກອບການເມືອງ,ໃຫ້ການພັດທະນາຂອງໂຄງປະກອບການເມືອງຂອງຮົງກົງຢ່ວງບາດກ້າວຢ່າງໜັກແໜ້ນ,ການໂຕ້ຖຽງກັນກ່ຽວກັບການປະຕິຮູບໂຄງປະກອບການເມືອງໃນສັງຄົມໃນຫຼາຍປີມານີ້ກໍຈະສິ້ນສຸດລົງ,ແລ້ວ ສຸມກຳລັງພັດທະນາເສດຖະກິດ.ແຕ່ໃນທີ່ສຸດແຜນການໄດ້ຖືກຢັບຢັ້ງຍ້ອນ ການຂັດຂວາງຂອງສະມາຊິກຝ່າຍຄ້ານໃນສະພາ,ວົງການອຸດສາຫະກຳການຄ້າຮູ້ສຶກຜິດຫວັງທີ່ສຸດ.
;ທ່ານເອວຕັນ ປະທານສະມາຄົມການຄ້າໃຫຍ່ຂອງຮົງກົງກ່າວວ່າ,ຮົງກົງຕ້ອງສ້າງພື້ນຖານໃຫ້ການພັດທະນາປະຊາທິປະໄຕ,ກ້າວໄປສູ່ການເລືອກຕັ້ງທົ່ວໄປເທື່ອລະກ້າວ.
|
|
|