ອາຊຽນແມ່ນຜູ້ໄດ້ຜົນປະໂຫຍດຫຼາຍກວ່າໝູ່ຈາກກອງປະຊຸມສຸດຍອດອາຊີຕາເວັນອອກ --ຜູ່ຊ່ຽວຊານຈີນຈັດງານສົນທະນາກ່ຽວກັບກອງປະຊຸມສຸດຍອດຕ່າງໆຂອງອາຊຽນ
cri
Author: shuo
ໃນຖານເປັນປະເທດໃຫຍ່ໃນພາກພື້ນແຫ່ງນີ້,ທ່າທີຂອງຈີນຕໍ່ການຮ່ວມມືຂອງອາຊີຕາເວັນອອກແມ່ນເລື່ອງທີ່ຄົນທັງຫຼາຍເອົາໃຈໃສ່ນຳ.ໃນບັນດາກອງປະຊຸມສຸດຍອດອາຊຽນ, ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ປະກອບຄຳຄິດຄຳເຫັນຫຼາຍເທື່ອ,ບັບລະຍາຍຫຼັກໝັ້ນຂອງຈີນຢ່າງແຈ່ມແຈ້ງ,ທ່ານສະເໜີອອກມາວ່າ,ຍຶດໝັ້ນເສີມຂະຫຍາຍບົດ ບາດນຳທາງຂອງອາຊຽນໃນກອງປະຊຸມສຸດຍອດອາຊີແລະໃນການຮ່ວມມືພາກພື້ນ,ຍຶດ ໝັ້ນຖືຂອບ"10ບວກ3"ເປັນຊ່ອງທາງສຳຄັນຕົ້ນຕໍແຫ່ງການຮ່ວມມືໃນອາຊີຕາເວັນອອກ, ມີເຈດຈຳນົງໃຫ້ອາຊີຕາເວັນອອກມີຄວາມເປີດເຜີຍແລະຄວາມໂປ່ງໃສ.ຄຳປາໄສຂອງທ່ານນາຍົກລັດຖະມົນຕີເວີ່ນເຈ່ຍປາວໄດ້ລົບລ້າງຄວາມເຫັນຫ່ວງຂອງບາງປະເທດທີ່ມີຕໍ່ບົດບາດຂອງຈີນໃນການຮ່ວມມືພາກພື້ນອາຊີຕາເວັນອອກ.ທ່ານຊູ່ຮ້າວ ສາດສະດາຈານ ວິທະຍາໄລການຕ່າງປະເທດຈີນ ຜູ້ຊ່ຽວຊານບັນຫາອາຊີຕາເວັນອອກໄດ້ວິເຄາະຫຼັກໝັ້ນ ຂອງຈີນ:"ຜູ້ນຳຂອງຈີນໄດ້ກ່າວຢູ່ໃນຫຼາຍສະຖານທີ່ຢ່າງຈະແຈ້ງວ່າ,ຈີນບໍ່ສະແຫວງຫາຖານະຄອບງຳ.ກ່ອນອື່ນ,ສະພາບພາວະວິໄສຂອງອາຊີຕາເວັນອອກຊີ້ຂາດຈີນບໍ່ອາດສະແຫວງຫາຖານະຄອບງຳ.ຍີ່ປຸ່ນ ອາເມລິກາແລະຣັດເຊຍເປັນຕົ້ນລ້ວນແຕ່ມີອີດມິພົນແຂງແຮງຢູ່ພາກພື້ນອາຊີຕາເວັນອອກ,ຖານະຂອງບັນດາປະເທດອາຊຽນຢູ່ໃນໂລກກໍນັບມື້ນັບສູງຂຶ້ນ,ຖ້າວ່າຈີນຢາກເສີມຂະຫຍາຍບົດບາດແນວໃດໃນພາກພື້ນອາຊີຕາເວັນອອກ,ກໍ ຕ້ອງປຶກສາຫາລືກັບປະເທດເຫຼົ່ານີ້.ຖັດມາ,ຮູບຖານຈິດສຳນຶກວັດທະນະທຳດັ້ງເດີມຂອງຈີນແລະການພົວພັນທີ່ມີມູນເຊື້ອລະຫວ່າງຈີນກັບປະເທດອ້ອມຂ້າງກໍໄດ້ຊີ້ຂາດໃຫ້ຈີນບໍ່ສະແຫວງ ຫາຖານະຄອບງຳ.ສາມ,ຈີນກໍເຮັດແນວນີ້ບໍ່ໄດ້.ຖ້າວ່າຈີນຢາກສະແຫວງຫາຖານະຄອບງຳ,ໃນທີ່ສຸດກໍມີແຕ່ຈະພາໃຫ້ບັນດາປະເທດອາຊຽນບໍ່ພໍໃຈ.ໃນການຮ່ວມມືໃນ ພາກພື້ນອາຊີຕາເວັນອອກ,ຈີນໄດ້ເສີມຂະຫຍາຍບົດບາດຊຸກຍູ້ດ້ວຍເຈດຕະນາດີຢ່າງຫ້າວຫັນ.ໃນກອງປະຊຸມຜູ້ນຳອາຊຽນກັບຈີນທຸກຄັ້ງ,ຈີນໄດ້ເປັນເຈົ້າການສະເໜີຂໍ້ລິເລີ່ມ ຕ່າງໆ,ແລະຂໍ້ລິເລີ່ມເຫຼົ່ານີ້ພໍສະເໜີອອກມາກໍເຮັດໄດ້ຢ່າງແທ້ຈິງ.ຂໍ້ລິເລີ່ມເຫຼົ່ານີ້ບໍ່ພຽງແຕ່ມີຜົນປະໂຫຍດຕໍ່ຈີນທໍ່ນັ້ນ,ແລະທັງມີຜົນປະໂຫຍດຕໍ່ບັນດາປະເທດອາຊຽນ,ບາງທີຈີນຍັງໄດ້ຮັບ ຜົນປະໂຫຍດໜ້ອຍກວ່າປະເທດອື່ນຊ້ຳ.ສະນັ້ນ,ບັນດາປະເທດອາຊຽນກໍລ້ວນແຕ່ໄດ້ຮັບເອົາຂໍ້ລິເລີ່ມແລະເຈດຈຳນົງຂອງຈີນຢ່າງຕັ້ງໜ້າ.ຂໍ້ລິເລີ່ມເຫຼົ່ານີ້ໄດ້ບັນລຸຜົນເປັນຈິງ,ບໍ່ແມ່ນຍ້ອນວ່າຈີນໄດ້ມີບົດບາດຄອບງຳ,ແຕ່ຫາກແມ່ນຍ້ອນວ່າມັນໄດ້ສອດຄ່ອງກັບຜົນປະໂຫຍດຂອງອາຊຽນ,ແມ່ນອາຊຽນເປັນຜູ້ຕົກລົງ."
ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸພວກເຮົາພາຍຫຼັງກອງປະຊຸມ,ທ່ານສູນິງນີງ ຮອງເລຂາທິການໃຫຍ່ໄດ້ເວົ້າເຖິງຄວາມໝາຍຂອງກອງປະຊຸມສຸດຍອດອາຊຽນຕ່າງໆຄັ້ງນີ້ຕໍ່ສະມາຊິກອາຊຽນທີ່ອ່າວຫຼ້າຫຼັງ.ທ່ານກ່າວວ່າ,"ໃນກອງປະຊຸມສຸດຍອດຕ່າງໆ,ລ້ວນແຕ່ໄດ້ສະເໜີວ່າຕ້ອງຊ່ວຍເຫຼືອເຂດທຸກຍາກ,ລົບລ້າງຄວາມແຕກໂຕນກັນລະຫວ່າງພາກ ພື້ນ.ໃນຖານເປັນສະມາຊິກໜຶ່ງຂອງອາຊຽນ,ປະເທດລາວເອງຕ້ອງເລັ່ງລັດເປີດປະຕູ,ຍົກລະດັບເສດຖະກິດຂອງຕົນໃຫ້ສູງຂຶ້ນ,ເພື່ອໃຫ້ສອດຄ່ອງກັບການພັດທະນາຢ່າງວ່ອງໄວຂອງຂະບວນວິວັດຈີນ-ອາຊຽນໂດຍສະເພາະແມ່ນອາຊຽນເອງເຊື່ອມໂຍງເຂົ້າເປັນເອກະພົບດຽວ.ໃນໄລຍະກອງປະຊຸມຜູ່ນຳຈີນອາຊຽນຄັ້ງນີ້,ລັດຖະບານຈີນກໍ່ໄດ້ໃຫ້ຄຳໝັ້ນສັນ ຍາອີກວ່າຈະມີນະໂຍບາຍຫຼຸດພາສີຜະລິດຕະພັນງວດທີ2ໃຫ້ແກ່ລາວແຕ່ຝ່າຍດຽວ,ນີ້ແມ່ນເລື່ອງດີສຳລັບລາວ."
ຜູ້ຮ່ວມປະຊຸມໄດ້ຢືນຢັນຜົນງານຂອງບັນດາກອງປະຊຸມສຸດຍອດອາຊຽນຢ່າງເຕັມສ່ວນ,ແລະຖືທ່າທີເຫັນໄປໃນແງ່ດີຕໍ່ພາບອະນາຄົດແຫ່ງການຮ່ວມມືໃນອາຊີຕາເວັນອອກ. ພ້ອມກັນນັ້ນ,ຜູ້ຊ່ຽວຊານຫຼາຍທ່ານກໍໄດ້ກ່າວວ່າ,ຍ້ອນວ່າສະຖານະພາບການເມືອງຂອງອາຊີຕາເວັນອອກຍັງບໍ່ໝັ້ນທ່ຽງ,ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງບັນດາປະເທດຍັງບໍ່ໄດ້ສ້າງຂຶ້ນຢ່າງສິ້ນເຊິງ,ກົນໄກການຮ່ວມມືລະຫວ່າງບັນດາປະເທດອາຊຽນ ຍັງບໍ່ທັນໄດ້ສຸກງອມ.ສະນັ້ນ,ການສ້າງຕັ້ງເຂດການຄ້າເສລີອາຊີຕາເວັນອອກແລະປະຊາຄົມອາຊີຕາເວັນອອກບໍ່ແມ່ນເລື່ອງງ່າຍ.
ສຸດທ້າຍ,ທ່ານກູຢວນຊຽງ ຫົວໜ້າສະຖາບັນຄົ້ນຄວ້າອາຊີອາຟຼີກາສູນພັດທະນາຄະນະລັດຖະບານຈີນໄດ້ປະກອບຄຳຄິດຄຳເຫັນວ່າ,"ເຂດການຄ້າເສລີອາຊີຕາເວັນອອກຈະສ້າງຕັ້ງຂຶ້ນໄດ້ຫຼືບໍ່,ຕ້ອງຜ່ານຜ່າສິ່ງກີດຂວາງຫຼາຍຢ່າງ,ຄືໜຶ່ງຕ້ອງອຸປະສັກດ້ານພູມພາກ, ສອງແມ່ນອຸປະສັກດ້ານປະຫວັດສາດ,ສາມ ແມ່ນອຸປະສັກດ້ານວັດທະນະທຳ,ສີ່ແມ່ນແນວຄຶດສົງຄາມເຢັນ.ການສ້າງຕັ້ງເຂດການຄ້າເສລີອາຊີຕາເວັນອອກແມ່ນວຽກຂອງປະເທດອາຊີຕາເວັນອອກຕົວເອງ,ບັນດາປະເທດອາຊີຕາເວັນອອກຕ້ອງສ້າງທັດສະນະຄະຕິອາຊີຕາເວັນອອກ,ທຳຄວາມພະຍາຍາມເພື່ອ ສ້າງຕັ້ງເຂດການຄ້າເສລີອາຊີຕາເວັນອອກ." 1 2
|
|