|
 |
(GMT+08:00)
2005-12-22 15:36:17
|
ຈີນປະກາດໜັງສືປົກຂາວກ່ຽວກັບການພັດທະນາໂດຍສັນຕິຂອງຕົນສະບັບທຳອິດ
cri
Author: zhangshuo
ຕາມຂ່າວCRI:ວັນທີ22ທັນວາ,ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ປະກາດໜັງສືປົກຂາວກ່ຽວກັບການພັດທະນາໂດຍສັນຕິຂອງຈີນສະບັບທຳອິດ.ໜັງສືປົກຂາວຂຽນວ່າ,ຈີນຈະເດີນຕາມເສັ້ນທາງພັດທະນາໂດຍສັນຕິຢ່າງໝັ້ນໜຽວບໍ່ປ່ຽນແປງ,ພະຍາຍາມບັນລຸການພັດທະນາໂດຍສັນຕິທີ່ໄຂປະຕູ ຮ່ວມມືແລະກົມກຽວກັນ.
ໜັງສືປົກຂາວພາດຫົວເລື່ອງວ່າ "ເສັ້ນທາງພັດທະນາໂດຍສັນຕິຂອງຈີນ",ໄດ້ຫວນຄືນຢ່າງຮອບດ້ານຕໍ່ເສັ້ນທາງພັດທະນາຂອງຈີນແຕ່ດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກໃນທ້າຍຊຸມປີ70ສະຕະວັດແລ້ວນີ້ເປັນຕົ້ນມາ,ເຫັນວ່າ,ນີ້ແມ່ນເສັ້ນທາງພັດທະນາໂດຍສັນຕິທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນແລະລັກສະນະພິເສດຂອງຍຸກສະໄໝ.ໜັງສືປົກຂາວຍັງໄດ້ແນະນຳການປະກອບສ່ວນຂອງການພັດທະນາໂດຍສັນຕິຂອງຈີນທີ່ມີຕໍ່ພາລະກິດກ້າວໜ້າຂອງມະນຸດ.
|
|
|