ຜູ້ອາສາສະໝັກ 6 ຄົນງວດທຳອິດຂອງຈີນຊັກວັກແຊງໄຂ້ຫວັດສັດປີກສຳລັບຄົນ
cri
ຕາມຂ່າວສານຊິນຮວາ: ວັນທີ 21 ທັນວາ, ຢູ່ທີ່ປັກກິ່ງ, ມີຜູ້ສະໝັກ 6 ຄົນງວດທຳອິດຂອງຈີນໄດ້ຊັກວັກແຊງໄຂ້ຫວັດສັດປີກສຳລັບຄົນ. ເມື່ອໄດ້ສັງເກດເປັນເວລາເຄິ່ງຊົ່ວໂມງແລ້ວ, ຜູ້ສະໝັກສັກຢາບໍ່ມີອາການບໍ່ດີໝົດຄີງຫຼືພາກສ່ວນ.
ຕາມແຜນຄົ້ນຄວ້າການປິ່ນປົວ, ຜູ້ສະໝັກເຂົ້າຮ່ວມການຄົ້ນຄວ້າປົວພະຍາດເທື່ອນີ້ລວມມີ 120 ຄົນ, ອາຍຸແຕ່ 18 ປີຮອດ 60 ປີ, ສຸຂະພາບແຂງແຮງ, ລ້ວນແຕ່ແມ່ນຄົນປັກກິ່ງ.
ຈຸດປະສົງຕົ້ນຕໍຂອງການຄົ້ນຄວ້າເທື່ອນີ້ແມ່ນສຳຫຼວດຄວາມປອດໄພຂອງ ວັກແຊງ. ການທົດລອງຕ້ອງການເວລາ 9 ເດືອນ, ແຕ່ຄາດວ່າໃຊ້ເວລາປະມານ 3 ເດືອນກໍອາດໄດ້ສະຫຼຸບເປື້ອງຕົ້ນ.
|
|