ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-20 09:58:57    
ໄທ​ເຫີ​ນານ​ຊ່າງ​ເຮັດ​ໝີ່​ທີ່​ມີ​ຫຼາຍ​ລົດ​ຫຼາຍ​ຊາດ

cri Author: hb


ໃນອາ​ຫານ​ການ​ກິນ​ຂອງ​ໄທ​ເຫີ​ນານ​ຕ້ອງ​ມີ​ໝີ່​ຢູ່​ຕະ​ຫຼອດ.ມື້​ນີ້,​ພວກ​ເຮົາ​ຈະ​ແນະ​ນຳ​ໝີ່​ຕົ້ມ,​ໝີ່​ຊະນິດ​ນີ້​ມີ​ຊື່​ສຽງ​ກວ່າ​ໝູ່​ຢູ່​ເຫີ​ນານ.​ເວົ້າ​ແບບ​ງ່າຍໆ​ແລ້ວ,​ໝີ່​ຕົ້ມກໍ່​ແມ່ນ​ເອົາ​ເສັ້ນ​ໝີ່​ລົງ​ຕົ້ມ​ໃນ​ໝໍ້​ແກງ​ທີ່​ຟົດໆ,​ໃສ່​ຊິ້ນ​ແລະ​ຜັກ,​ຄ່ອຍໆ​ຕົ້ມ​ຈົນ​ສຸກ.ໝີ່​ຕົ້ມ​ຄອບ​ຄົວ​ທຳ​ມະ​ດາ​ກໍ່​ເຮັດ​ເປັນ​ໝົດ,​ຄື​ຄອບ ຄົວ​ຂອງ​ທ່ານ​ລິວ​ເຊີ້ງ​ລີ້,​ກຳ​ມະ​ກອນ​ບຳ​ນານ​ອາຍຸ​ຫ້າ​ສິບ​ກວ່າ​ປີ​ຕ້ອງ​ກິນ​ໝີ່​ຕົ້ມ​ຫຼາຍ​ຄາບ​ເກືອບ​ທຸກ​ອາ​ທິດ.

ເມື່ອ​ເວົ້າ​ເຖິງ​ເລື່ອງ​ມັກ​ກິນ​ໝີ່​ຕົ້ມ​ແລ້ວ,​ທ່ານ​ລິວ​ບອກ​ນັກ​ຂ່າວ​ວ່າ,​ທ່ານ​ເອງ​ກັບ​ເມຍ​ຂອງ​ທ່ານ​ເຮັດ​ໝີ່​ຕົ້ມ​ເປັນ​ໝົດ,​ໝົດ​ຄອບ​ຄົວ​ຮູ້​ສຶກ​ວ່າ,​ບໍ່​ມີ​ເຂົ້າ​ແນວ​ໃດ​ແຊບ​ທໍ່ໝີ່​ຕົ້ມ​.

ປັດ​ຈຸ​ບັນ,​ຊີວິດ​ການ​ເປັນ​ຢ່ດີ​ຂຶ້ນ​ແລ້ວ,​ແຕ່​ກິນ​ອັນ​ໃດ​ກໍ່​ບໍ່​ແຊບ​ທໍ່​ກິນ ໝີ່.​ຍາມ​ທຳ​ມະ​ດາ​ຖ້າ​ບໍ່​ມີ​ເວລາ​ເຮັດ,​ຮອດ​ມື້ບຸນ​ວັນພັກ​ກໍ່​ຈະ​ພາ​ຄອບ​ຄົວ​ໄປ​ກິນ​ຢູ່​ຮ້ານ​ໝີ່​ຕົ້ມ​ທີ່​ມີ​ຊື່​ສຽງ​ຢູ່​ໃກ້​ເຮືອນ.

ຄອບຄົວ​ຂອງ​ທ່ານ​ລີວ​ມັກ​ກິນ​ໝີ່​ຕົ້ມ​ຊິ້ນ​ແກະ.ໃນ​ໝໍ້​ແກງ​ຮ້ອນໆ​ມີ​ນ້ຳມັນ​ໝາກ​ເຜັດ​ແດງໆ​ລອຍ​ຢູ່ໜ້າ,​ຊອຍ​ຫອມ​ປ້ອມໂຮຍ​ໃສ່,​ມີ​ຊິ້ນ​ແກະ​ຂາວໆ ນຸ້ມໆ,​ເບິ່ງ​ແລ້ວຈັ່ງ​ແມ່ນ​ເປັນຕາ​ແຊບ.​ຄັນ​ເອົາ​ໄມ້​ຖູ່​ຄົນ​ເບິ່ງ,​ກໍ​ຈະ​ເຫັນ​ຍັງ​ມີເສັ້ນ​ລ້ອມ​ຫຶກ,​ເສັ້ນ​ເຕົ້າຮູ້,​ສາ​ຫຼ່າຍ​ທະ​ເລ,​ໝາກ​ເກົາ​ກີ​ສະ​ໝຸນ​ໄພ,​ເຫັດ​ຫູ ໜູ​ແລະ​ອື່ນໆ.ໝີ່​ຕົ້ມ​ແນວ​ນີ້,​ບໍ່ພຽງ​ແຕ່​ງາມ,​ລົດ​ຊາດ​ກໍ​ແຊບ,​ທັງ​ມີ​ທາດ​ບຳ​ລຸງ​ຫຼາຍ.

ຄອບຄົວ​ທີ່​ມັກ​ກິນ​ໝີ່​ຕົ້ມຄື​ຄອບຄົວຂອງ​ທ່ານ​ລີວນັ້ນ​ຢູ່​ແຂວງ​ເຫີ​ນານ​ຫຼາຍ​ຈົນນັບ​ບໍ່​ຖ້ວນ.ໃນ​ອາ​ຫານ​ທີ່​ຄົນ​ທ້ອງ​ຖິ່ນ​ນີ້​ເຮັດ​ຕ້ອນ​ຮັບ​ພີ່​ນ້ອງ​ແລະ​ໝູ່​ເພື່ອນ​ນັ້ນ​ຕ້ອງ​ມີ​ໝີ່​ຕົ້ມ.​ຄົນ​ຕ່າງ​ຖິ່ນ​ທີ່​ໄປ​ເຫີ​ນານ​ຜູ້​ໃດ​ກໍ່​ຕ້ອງ​ໄປ​ຊິມ ໝີ່​ຕົ້ມ.​ຮ້ານ​ໝີ່​ຕົ້ມ​ຢ່ແຂວງ​ເຫີ​ນານ​ຫຼາຍ​ຈົນ​ນັບ​ບໍ່​ຖ້ວນ.​ຄຽງ​ຄູ່​ກັບ​ຈັງ​ຫວະ​ຊີວິດ​ການ​ເປັນ​ຢູ່​ໄວ​ເຂົ້າ,​ບາງ​ຄົນ​ບໍ່​ມີ​ເວ​ລາ​ແຕ່ງ​ກິນ​ເອງ,​ກໍ່​ມັກ​ໄປ​ກິນ​ຢູ່ ຮ້ານ,​ສັ່ງ​ອາ​ຫານ​ເຢັນ​ແຊບໆ​ຈັກ​ສອງ​ສາມ​ເຍື່ອງ,​ແລ້ວສັ່ງ​ເອົາ​ໝີ່​ຕົ້ມ​ຖ້ວຍ​ໜຶ່ງ​ກໍ່​ແລ້ວ​ໄປ​ຄາບ​ໜຶ່ງ​ຢ່າງ​ແຊບ​ຊ້ອຍ.
 
ເມືອງ​ເຈີ້ງ​ໂຈ່ວ ເທດ​ສະ​ບານ​ແຂວງ​ເຫີ​ນານ​ແມ່ນ​ເມືອງ​ໝີ່​ຕົ້ມ​ທີ່​ມີ​ຊື່​ສຽງ,​ຖະ​ໜົນ​ເສັ້ນ​ໃດ​ກໍ​ມີ​ຮ້ານ​ໝີ່​ຕົ້ມ,​ສະດວກ​ທີ່​ສຸດ.​ຮ້ານ​ໝີ່​ຕົ້ມ​ຊ່ຽວ​ຈີ້​ທີ່​ຕັ້ງ​ຢູ່​ກາງ​ເມືອງ​ເຈີ້ນ​ໂຈ່ວ​ມີ​ແຂກ​ເຕັມ​ຮ້ານ​ຢູ່ຕະ​ຫຼອດ.
 
ທ່ານ​ຕົງ​ຈື້ສ່ານ ຫົວໜ້າ​ພໍ່ຄົວ​ຂອງຮ້ານ​ໝີ່​ຕົ້ມ​ຊ່ຽວຈີ້​ໄດ້​ແນະນຳ​ເຄັດ​ລັບ​ທີ່​ເຮັດ​ໃຫ້​ຮ້ານ​ໝີ່​ຕົ້ມ​ຊ່ຽວ​ຈີ້​ມີ​ແຂກ​ຫຼາຍ​ໃຫ້​ນັກ​ຂ່າວ​ຮູ້ດ້ວຍ​ຄວາມ​ພູມ​ໃຈ.
 
ຮ້ານ​ໝີ່ຊ່ຽວ​ຈີ້,​ມີ​ແກງ​ສາມ​ຢ່າງ,​ຄື​ແກງ​ກະດູກ​ແກະ,​ແກງ​ຊິ້ນ​ແກະ​ແລະ​ແກງ​ໄກ່.​ນ້ຳນົວ​ຊິ້ນ​ເປື່ອຍ,​ເສັ້ນ​ໝີ່​ກໍ່ໜຽວ​ແມ່ນ​ຈຸດ​ພິ​ເສດ​ຂອງ​ໝີ່​ຕົ້ມ​ຮ້ານ ຊ່ຽວຈີ້.​ລູກ​ຄ້າ​ຮູ້​ສຶກ​ວ່າ​ໝີ່​ຕົ້ມ​ຂອງ​ຮ້ານ​ນີ້​ແຊບ​ອີ​ຫຼີ,​ຄື​ນິດ​ໄສ​ຂອງ​ຄົນ​ເຫີ​ນານ, ຊື່ສັດ​ບໍລິສຸດ,​ແທ້​ຈິງ.
 
ນອກຈາກ​ໝີ່​ຕົ້ມ​ແລ້ວ,ຄົນ​ເຫີ​ນານ​ຍັງເຮັດ​ໝີ່​ແນວ​ອື່ນ​ໄດ້​ຫຼາຍ​ຢ່າງ.​ເຊັ່ນ​ໝີ່​ນ້ຳ,ໝີ່​ທາວ,​ໝີ່​ຂົ້ວ,ໝີ່​ໜຶ້ງ,​ໝີ່​ດຶງ​ເປັນ​ຕົ້ນ.​ມີ​ໝີ່​ເສັ້ນ​ໃຫຍ່1​ເຊັນ​ຕິ​ແມັດ,​ໝີ່​ເສັ້ນ​ທໍ່​ໃບ​ຜັກ​ແປ້ນ,​ໝີ່​ແລບ​ທໍ່​ເສັ້ນ​ຜົມ,​ໝີ່​ຮູບ​ເຂົ້າ​ຫຼາມ​ຕັດ​ແລະ​ແຜ່ນ​ໝີ່​ທີ່​ສັ້ນຍາວ​ບໍ່​ເປັນ​ລະ​ບຽບ.​ເວົ້າ​ໃນ​ດ້ານ​ລົດ​ຊາດ​ແລ້ວ,ມີ​​ລົດ​ຈາງ,​ເຄັມ,​ເຜັດ​ແລະ​ສົ້ມ​ເປັນ​ຕົ້ນ.

ໄທ​ເຫີ​ນານ​ກິນ​ໝີ່​ແມ່ນ​ປ່ຽນ​ໄປ​ຕາມ​ລະດູ​ການ,​ໝີ່​ຕົ້ມ​ແລະ​ໝີ່​ດຶງຕ້ອງ ກິນ​ຮ້ອນໆ,​ສ່ວນ​ຫຼາຍ​ກິນ​ໃນ​ຍາມ​ໜາວ.ຍາມ​ຮ້ອນ,​ເພິ່ນ​ມັກ​ກິນ​ໝີ່​ທາວ,​ຄື​ຕົ້ມ​ໝີ່​ສຸກ​ແລ້ວ​ທາວ​ອອກ,​ເອົາ​ລົງ​ແຊ່​ໃນ​ນ້ຳ​ເຢັນ​ຄາວ​ໜຶ່ງ​ຈຶ່ງ​ທາວ ອອກ,​ຮວດ​ນ້ຳ​ຜັກ​ທຽມ​ໃສ່,​ໃສ່​ສ້າ​ຜັກ,​ແລະ​ໝາກ​ແຕງ​ປຸງ​ສົດ​ຕາມ​ມັກ,​ກິນ​ແລ້ວ​ເຢັນ​ປາກ​ມ່ອນ​ຄໍ.​ເມື່ອຮອດ​ຍາມ​ເດັດ​ເອົາ​ໃຈຕົ້ນ​ຜັກ​ທຽມ​ແລະ​ໝາກ​ຖົ່ວ​ຍາວ,​ຄອບຄົວ​ໃດກໍ່​ມັກ​ຕົ້ມ​ແກງ​ໃສ່​ໃຈຕົ້ນ​ຜັກທຽມ​ແລະ​ໝາກ​ຖົ່ວ​ຍາວ​ເພື່ອ​ລາດ​ໃສ່​ໝີ່.​ຢູ່​ຊົນ ນະບົດ,​ຄົນ​ມັກ​ກິນ​ໝີ່​ແປ້ງ​ປະ​ສົມ,​ເຊັ່ນ​ເອົາ​ແປ້ງ​ໝາກ​ຖົ່ວ​ຂຽວ​ປົນໃສ່,​ກໍ​ມີ​ກິ່ນ ຫອມ​ໝາກ​ຖົ່ວ​ຂຽວ.​ເວ​ລາ​ກິນ​ໝີ່​ຊະນິດ​ນີ້,​ຍັງ​ມັກ​ເອົາ​ໃບ​ມັນ​ດ້າງ,​ໃບ​ໝາກ​ງາ​ຕົ້ມ​ໃສ່​ນຳ,​ແມ່ນ​ອາ​ຫານ​ສີ​ຂຽວ​ທີ່​ປອດ​ໄພ​ແທ້ໆ.
 
ໄທເຫີ​ນານ​ມັກ​ກິນໝີ່,​ອາດ​ຈະ​ແມ່ນ​ຍ້ອນ​ທ້ອງ​ຖິ່ນ​ນີ້​ຜະລິດ​ເຂົ້າ​ເບຼ​ຫຼາຍ.​ແຂວງ​ເຫີ​ນານ​ແມ່ນ​ແຂວງ​ກະ​ສິ​ກຳ,​ຕັ້ງ​ຢູ່​ເຂດ​ທົ່ງ​ພຽງ​ພາກ​ກາງ​ຂອງ​ຈີນ,​ດິນ​ຟ້າ​ອາ​ກາດ​ອົບ​ອຸ່ນ,ປູກ​ເຂົ້າ​ເບຼ​ໃນ​ເນື້ອ​ທີ່​ສ່ວນ​ຫຼາຍ.​ສະ​ນັ້ນ,​ອາ​ຫານ​ທີ​ໜຶ່ງ​ຂອງ​ຄົນ​ເຫີ​ນານ​ແມ່ນ​ໝີ່,​ຢ່າງ​ໜ້ອຍ​ມື້​ໜຶ່ງ​ຕ້ອງ​ກິນ​ຄາບ​ໜຶ່ງ,​ສະ​ນັ້ນ​ພວກ​ແມ່​ເຮືອນ​ຈຶ່ງ​ປ່ຽນ​ວິ​ທີ​ແຕ່ງ​ກິນ​ເລື້ອຍໆ,​ດົນ​ແລ້ວ,​ວິ​ທີ​ແຕ່ງ​ກິນ​ຈຶ່ງ​ໄດ້​ສືບ​ຕໍ່​ກັນ​ມາ ຈົນ​ຮອດ​ປະ​ຈຸ​ບັນ.​ບາງ​ຄົນ​ເວົ້າ​ວ່າ,​ຄົນ​ເຫີ​ນານ​ໃຈ​ພຽນ,​ຊ່າງ​ແຕ່ງ​ກິນ,​ໝີ່​ທີ່ ເຮັດ​ສູ່​ກິນ​ນັ້ນ​ກໍ​ງາມ​ທັງແຊບ.