|
 |
(GMT+08:00)
2005-12-16 18:14:11
|
ຈີນເດັດດ່ຽວຄັດຄ້ານຕ່າງປະເທດແຊກແຊງວຽກງານຂອງເຂດບໍລິຫານພິເສດຮົງກົງ
cri
Author: cai
ຕາມຂ່າວCRI:ວັນທີ 16 ທັນວາ,ຢູ່ປັກກິ່ງ,ທ່ານຊີນກ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ວຽກງານຮົງກົງແມ່ນວຽກງານພາຍໃນຂອງຈີນ,ຈີນເດັດດ່ຽວຄັດຄ້ານຕ່າງປະເທດວິຈານວຽກງານເຂດບໍລິຫານພິເສດຮົງກົງຢ່າງໂລເລແລະແຊກແຊງຢ່າງຮ້າຍກາດ.
ສະພາເອີລົບຫາກໍ່ຜ່ານມະຕິສະບັບໜຶ່ງກ່ຽວກັບການສະໜັບສະໜູນການເລືອກຕັ້ງທົ່ວໄປຂອງຮົງກົງ,ທ່ານຊີນກ່າງວິຈານເລື່ອງນີ້ວ່າ,ລັດຖະບານຈີນໄດ້ຕັ້ງໜ້າສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍໃຫ້ເຂດບໍລິຫານພິເສດຮົງກົງພັດທະນາປະຊາທິປະໄຕຢ່າງຄ່ອຍເປັນຄ່ອຍໄປຕາມຂໍ້ກຳນົດໃນກົດໝາຍພື້ນຖານແລະສະພາບຕົວຈິງຂອງຮົງກົງ;ເດັດດ່ຽວຄັດຄ້ານຕ່າງປະເທດວິຈານວຽກງານຂອງເຂດບໍລິຫານພິເສດຮົງກົງຢ່າງໂລເລແລະແຊກແຊງຢ່າງຮ້າຍກາດ.ຫຼັກໝັ້ນດັ່ງກ່າວຂອງລັດຖະບານກາງຂອງຈີນບໍ່ຫ່ອນຊິປ່ຽນແປງ.
|
|
|