ຫົວໜ້າສັດຕະວະແພດແຫ່ງຊາດຈີນປະຕິເສດບໍ່ຮັບຮອງວ່າຈີນໄດ້ປິດອຳສະພາບໄຂ້ຫວັດສັດປີກ
cri
ຕາມຂ່າວCRI,ວັນທີ14ທັນວາ,ຢູ່ທີ່ປັກກິ່ງ,ໃນເວລາຕອບຄຳຖາມຂອງນັກຂ່າວ,ທ່ານເຈຍໂຢ້ວຫຼິງ ຫົວໜ້າສັດຕະວະແພດແຫ່ງຊາດຈີນ,ຫົວໜ້າກົມສັດຕະວະແພດຂອງກະຊວງກະສິກຳຈີນໄດ້ປະຕິເສດບໍ່ຮັບຮອງວ່າຈີນໄດ້ປິດອຳສະພາບໄຂ້ຫວັດສັດປີກ.
ໃນຄົນເຈັບ5ຄົນທີ່ຖືກບົ່ງມະຕິເປັນພະຍາດໄຂ້ຫວັດສັດປີກຂອງຈີນໃນປັດຈຸບັນ,ມີບ່ອນຢູ່ຂອງ3ຄົນບໍ່ໄດ້ຢູ່ໃນເຂດເກີດພະຍາດໄຂ້ຫວັດສັດປີກ.ທ່ານເຈຍໂຢ້ວຫຼິງກ່າວວ່າ,ຈີນໄດ້ສຳຫຼວດບ່ອນຢູ່ຂອງ3ຄົນດັ່ງກ່າວນີ້ແລ້ວ,ໄດ້ກວດກາສັດປີກລ້ຽງໃນຄອບຄົວຂອງຄົນເຈັບ,ແຕ່ບໍ່ໄດ້ກວດພົບເຊື້ອພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງ.ນັບມາຮອດປັດຈຸບັນ,ກະຊວງກະສິກຳແລະກະຊວງສາທາລະນະສຸກຂອງຈີນຍັງບໍ່ທັນຊອກພົບມູນເຫດທີ່ຄົນເຈັບຕິດພະຍາດເທື່ອ.ທ່ານກ່າວວ່າ,ພາກສ່ວນທີ່ກ່ຽວຂ້ອງຂອງຈີນຈະກວດຊອກຄົ້ນແຫຼ່ງພະຍາດຢ່າງເອົາຈິງເອົາຈັງ,ປ້ອງກັນບໍ່ໃຫ້ຄົນຖືກຕິດແປດ.
ທ່ານກ່າວວ່າ,ນອກຈາກສຳຜັດກັບໄກ່ຕາຍແລ້ວ,ຖ້າຄົນສຳຜັດກັບນົກຍ້າຍແກ່ວແລະຂີ້ຂອງມັນເປັນຕົ້ນທີ່ມີເຊື້ອໂຣກໄຂ້ຫວັດສັດປີກກໍອາດຈະຕິດເຊື້ອໂຣກໄຂ້ຫວັດສັດປີກ.
|
|