|
 |
(GMT+08:00)
2005-12-13 18:05:50
|
ຈີນຈະດຳເນີນການສຳຫຼວດກະສິກຳທົ່ວປະເທດໃນປີ 2006
cri
Author: cai
ຕາມຂ່າວCRI:ຈີນຈະດຳເນີນການສຳຫຼວດສະພາບແລະກຳລັງແຫ່ງຊາດຢ່າງຂະໜາດໃຫຍ່ຄືການສຳຫຼວດກະສິກຳທົ່ວປະເທດໃນປີ 2006,ເພື່ອຊອກຮູ້ສະພາບແລະຂໍ້ມູນຂ່າວສານພື້ນຖານຂອງກະສິກຳ ຊົນນະບົດແລະຊາວກະສິກອນຂອງຈີນຢ່າງຮອບດ້ານ,ແລະອຳນວຍຫຼັກອ້າງອີງໃຫ້ແກ່ລັດໃນການວາງນະໂຍບາຍ"ກະສິກຳ ຊົນນະບົດແລະຊາວກະສິກອນ"ແລະແຜນການພັດທະນາຊົນນະບົດ.
ການສຳຫຼວດເທື່ອນີ້ຕົ້ນຕໍຈະສຳຫຼວດສະພາບການຜະລິດແລະທຸລະກິດຂອງໜ່ວຍງານແລະຄອບຄົວຊາວກະສິກອນທີ່ດຳເນີນການເຄື່ອນໄຫວກະສິກຳ,ສະພາບນຳໃຊ້ທີ່ດິນກະສິກຳ,ສະພາບປະກອບອາຊີບແລະການເຄື່ອນຍ້າຍຂອງແຮງງານຊົນນະບົດພ້ອມດ້ວຍຄຸນນະພາບຊີວິດການເປັນຢູ່ຂອງຊາວກະສິກອນແລະເນື້ອໃນອື່ນໆ.ການສຳຫຼວດກ່ຽວພັນເຖິງຄອບຄົວຊາວກະສິກອນ 200 ລ້ານກວ່າຄອບຄົວແລະໜ່ວຍງານການຜະລິດ ທຸລະກິດແລະບໍລິການດ້ານກະສິກຳເປັນຈຳນວນຫຼວງຫຼາຍ.
ໃນປີ 1996,ຈີນເຄີຍດຳເນີນການສຳຫຼວດກະສິກຳທົ່ວປະເທດເທື່ອໜຶ່ງຢ່າງສຳເລັດຜົນ.
|
|
|