|
 |
(GMT+08:00)
2005-12-07 21:38:35
|
 |
ປະເທດອາຊີຈະສ້າງແທ່ນຮ່ວມມືປ້ອງກັນແລະຄວບຄຸມພະຍາດໄຂ້ຫວັດສັດປີກ
cri
Author: da
ຕາມຂ່າວCRI: ໃນກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືປ້ອງກັນແລະຄວບຄຸມພະຍາດໄຂ້ຫວັດສັດປີກທີ່ຈັດຂຶ້ນຢູ່ເມືອງຄຸນມິງໃນວັນທີ 7 ທັນວາ,ລັດຖະມົນຕີກະຊວງກະສິກຳແລະເຈົ້າໜ້າທີ່ອາວຸໂສຂອງ 16 ປະເທດອາຊີໄດ້ຮັບຮອງຂໍ້ລິເລີ່ມສະບັບໜຶ່ງ,ຈະສ້າງແທ່ນຮ່ວມມືປ້ອງກັນແລະຄວບຄຸມພະຍາດໄຂ້ຫວັດສັດປີກຢູ່ອາຊີ,ເພື່ອຮັບມືພະຍາດໄຂ້ຫວັດສັດປີກ ເຊິ່ງເປັນສິ່ງຂົ່ມຂູ່ທີ່ທົ່ວໂລກພ້ອມກັນປະເຊີນ.
ຂໍ້ລິເລີ່ມຂຽນວ່າ,ອາຊີຈະສ້າງກົນໄກແຈ້ງພະຍາດລະຫວ່າງປະເທດແລະລະຫວ່າງພາກພື້ນ ແລະກົນໄກຊ່ອຍເຫຼືອສະໜັບສະໜູນວັດຖຸປ້ອງກັນພະຍາດຄືວັກແຊງເປັນຕົ້ນ;ພ້ອມກັນນັ້ນ ເພີ່ມທະວີການຮ່ວມມືດ້ານເຕັກນິກແລະການແລກປ່ຽນດ້ານຂໍ້ມູນຂ່າວສານ,ພ້ອມກັນຄົ້ນຄວ້າພັດທະນາວັກແຊງຊະນິດໃໝ່. ຂໍ້ລິເລີ່ມທວງໃຫ້ບັນດາປະເທດອາຊີເລັ່ງລັດປ່ຽນແປງຮູບການລ້ຽງສັດປີກເປັນແບບສະບັບແລະຕາມມາດຖານ,ທັງເກື້ອກູນຜູ້ລ້ຽງສັດປີກຢ່າງເໝາະສົມ.
ຂໍ້ລິເລີ່ມຍັງຮຽກຮ້ອງອົງການຈັດຕັ້ງສາກົນສືບຕໍ່ເພີ່ມທະວີການສະໜັບສະໜູນປະເທດອາຊີໃນດ້ານທຶນຮອນແລະເຕັກນິກໃນຂົງເຂດປ້ອງກັນແລະຄວບຄຸມພະຍາດໄຂ້ຫວັດສັດປີກໃຫ້ຫຼາຍກວ່າເກົ່າ.
|
|
|