ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-07 21:32:18    
ປະ​ເທດ​ອາ​ຊີ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕັ້ງ​ໜ້າ​ຕີ​ລາ​ຄາ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຂອງ​ຈີນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 7 ທັນວາ,ກອງ​ປະຊຸມຂັ້ນລັດຖະມົນຕີ​ອາຊີ​ກ່ຽວ​ກັບ​ການ​ຮ່ວມ​ມືປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ໄດ້​​ໄຂ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ​ຈີນ,ຜູ້​ແທນອົງການ​ຈັດຕັ້ງສາກົນ​ຫຼາຍ​ທ່ານ​ແລະ​ລັດຖະມົນຕີ​ກະຊວງ​ກະສິກຳ​ປະ​ເທດ​ອາ​ຊີ້​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ຕີ​ລາຄາ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ຂອງ​ຈີນ​ຢ່າງ​ຕັ້ງໜ້າ.

ທ່ານ​ເບ​ເກ​ດາມ ​ແຮັງ​ກ໌ ຜູ້​ແທນ​ອົງການ​ອະນາ​ໄມ​ໂລກ​ປະຈຳ​ຈີນ​ເຫັນ​ວ່າ,ລັດຖະບານ​ຈີນ​ໄດ້​ໃຊ້​ນະ​ໂຍບາຍ​ແລະມາດ​ຕະການທີ່​ບັງ​ເກີດຜົນ​ຢ່າງ​ຫຼວງ​ຫຼາຍ,ປ້ອງ​ກັນ​ບໍ່​ໃຫ້ພະຍາດ​ໄຂ້ຫວັດ​ສັດ​ປີກ​ແຜ່​ລາມ. ທ່ານມອກ​ຊາ ​ເຣຍ ທີ່​ປຶກສາ​ໃຫຍ່​ດ້ານເຕັກນິກ​ຂອງ​ສຳນັກງານ​ອົງການ​ອະນາ​ໄມ​ໂລກ​ປະຈຳພາກ​ພື້ນ​ອາຊີ​ປາຊິ​ຟິກ​​ເວົ້າວ່າ,ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ຈີນ​ທີ່​ໄດ້ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດຕາມ​ຫຼັກການ​​ເປີດ​ເຜີຍ​ແລະ​ໂປ່​ງ​ໃສ​,ອົງການ​ຟາ​ວຍິນ​ດີ​ສືບ​ຕໍ່​ຮ່ວມ​ມືກັບ​ຈີນ​ຢ່າງ​ແໜ້ນ​​ແຟ້ນ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ພາກສ່ວນກະສິກຳ​​ໄທ​ແລະ​ຫວຽດນາມ​ເວົ້າວ່າ,ສອງ​ປະ​ເທດ​​ຫວັງ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ຜະລິດ​ວັກ​ແຊງ​ພະຍາດ​ໄຂ້ຫວັດ​ສັດ​ປີກ.