ຕາມຂ່າວCRI: ວັນທີ 7 ທັນວາ, ກອງປະຊຸມລະດັບລັດຖະມົນຕີການຮ່ວມມືປ້ອງກັນແລະຄວບຄຸມພະຍາດໄຂ້ຫວັດສັດປີກອາຊີໄດ້ຈັດຂຶ້ນຢູ່ນະຄອນຄຸນມິນແຂວງຢຸ່ນນານຂອງຈີນ. ເຈົ້າໜ້າທີ່ກະຊວງກະສິກຳຈີນໄດ້ແນະນຳຢູ່ທີ່ປະຊຸມວ່າ, ປັດຈຸບັນ, ວັກແຊງຫຼາຍຊະນິດທີ່ຈີນຄົ້ນຄວ້າຜະລິດໂດຍຕົນເອງໄດ້ຖືກນຳໃຊ້ແລ້ວ, ສາມາດຫຼຸດຕົ້ນທຶນໃນການຕ້ານເຊື້ອພະຍາດຢ່າງບັງເກີດຜົນ, ຮັບປະກັນຄວາມຕ້ອງການການຕ້ານເຊື້ອພະຍາດຂອງສັດປີກຊະນິດຕ່າງໆ; ວັກແຊງຊະນິດໜຶ່ງທີ່ຄົ້ນຄວ້າອອກໃໝ່ພວມຜະລິດໃນໂຮງງານ, ມີຈຸພິເສດລາຄາຖືກນຳໃຊ້ສະດວກເປັນຕົ້ນ, ປະສິດທິຜົນກໍດີ.
ເຈົ້າໜ້າທີ່ກະຊວງກະສິກຳຂອງປະເທດອາຊີຈຳນວນໜຶ່ງເຊັນຫວຽດນາມເປັນຕົ້ນທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ, ຫວັງຈະໄດ້ເຕັກນິກຜະລິດວັກແຊງພະຍາດໄຂ້ຫວັດສັດປີກຈາກຈີນ, ແລະຮ່ວມມືກັບຈີນຄົ້ນຄວ້າຜະລິດວັກແຊງພະຍາດໄຂ້ຫວັດສັດປີກຊະນິດໃໝ່.
|