|
 |
(GMT+08:00)
2005-12-06 21:45:42
|
 |
ກົນໄກການຮ່ວມມືຕ່າງໆລະຫວ່າງບັນດາປະເທດອາຊີຕາເວັນອອກແມ່ນບໍ່ຂັດກັນ ແລະຊຸກຍູ້ເຊິ່ງກັນແລະກັນ
cri
Author: da
ຕາມຂ່າວCRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 6 ທັນວາ,ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນເວົ້າວ່າ,ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງປະຖົມມະເລີກໄດ້ສ້າງແທ່ນໃໝ່ແກ່ການສົນທະນາແລະການຮ່ວມມືກັນລະຫວ່າງບັນດາປະເທດທີ່ກ່ຽວຂ້ອງ, ກົນໄກການຮ່ວມມືຕ່າງໆລະຫວ່າງບັນດາປະເທດອາຊີຕາເວັນອອກບໍ່ຂັດກັນ ແລະຊຸກຍູ້ເຊິ່ງກັນແລະກັນ.
ທ່ານຊິນກ່າງເວົ້າວ່າ,ຝ່າຍຈີນມີເຈດຈຳນົງວ່າ ກອງປະຊຸມສຸດຍອດອາຊີຕາເວັນອອກຄວນມີຜົນດີຕໍ່ການຊຸກຍູ້ການຮ່ວມມືຂອງອາຊີຕາເວັນອອກໃນປະຈຸບັນ,ມີຜົນດີຕໍ່ການຊຸກຍູ້ການພັດທະນາພ້ອມກັນລະຫວ່າງອາຊີຕາເວັນອອກກັບພາກພື້ນອື່ນ. ຝ່າຍຈີນຊົມເຊີຍອົສຕຼາລີ ອິນເດຍແລະນູແວນເຊລັງເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ,ຍິນດີຮັກສາການແລກປ່ຽນແລະປະສານງານກັນ,ຮັດແໜ້ນການຮ່ວມມືດ້ວຍໄມຕີຈິດລະຫວ່າງສອງຝ່າຍ,ພ້ອມກັນຊຸກຍູ້ສັນຕິພາບ ການພັດທະນາແລະການຮ່ວມມືຂອງພາກພື້ນແຫ່ງນີ້.
ທ່ານຊິນກ່າງກ່າວເນັ້ນວ່າ,ໃນບັນຫາກອງປະຊຸມສຸດຍອດອາຊີຕາເວັນອອກແລະການຮ່ວມມືກັນລະຫວ່າງອາຊຽນກັບປະເທດອື່ນ,ອາຊຽນໄດ້ເສີມຂະຫຍາຍບົດບາດການນຳຕົ້ນຕໍ,ຝ່າຍຈີນເຫັນວ່າ ຄວນໂຄລົບແລະສະໜັບສະໜູນບົດບາດການນຳຕົ້ນຕໍຂອງອາຊຽນ.
|
|
|