|
 |
(GMT+08:00)
2005-12-06 21:41:37
|
 |
ຈີນເດີນຕາມເສັ້ນທາງພັດທະນາໂດຍສັນຕິ ຈະບໍ່ທຳລາຍຜົນປະໂຫຍດຂອງປະເທດໃດ
cri
Author: da
ຕາມຂ່າວCRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 6 ທັນວາ,ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນເວົ້າວ່າ, ຈີນເດີນຕາມເສັ້ນທາງພັດທະນາໂດຍສັນຕິຢ່າງໝັ້ນໜຽວບໍ່ປ່ຽນແປງ,ຈະບໍ່ຂົ່ມຂູ່ຜູ້ໃດ,ກໍບໍ່ທຳລາຍຜົນປະໂຫຍດຂອງປະເທດໃດ.
ທ່ານຊິນກ່າງເວົ້າວ່າ,ຫວ່າງມໍ່ໆນີ້ ບາງສື່ມວນຊົນປ່າວຂ່າວວ່າ ການພົວພັນລະຫວ່າງຈີນກັບອາຟຼກາຂະຫຍາຍຕົວນັ້ນໄດ້ຂົ່ມຂູ່ຜົນປະໂຫຍດຂອງອາເມລິກາ,ນີ້ບໍ່ມີຫຼັກອ້າງອີງ. ຫວ່າງກ່ອນນີ້ບໍ່ດົນ,ໃນເວລາເຈົ້າໜ້າທີ່ກະຊວງການຕ່າງປະເທດອາເມລິກາທີ່ຮັບຜິດຊອງວຽກງານອາຟຼີກາຢ້ຽມຢາຈີນນັ້ນ ໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກັບຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດຈີນ, ກ່ຽວກັບສະຖານະການອາຟຼີກາ ສອງຝ່າຍເປັນເອກະສັນກັນເຫັນວ່າ,ຈີນກັບອາເມລິກາມີຄວາມສົນໃຈຮ່ວມໃນວຽກງານອາຟຼີກາ,ສອງຝ່າຍສາມາດເພີ່ມທະວີການຮ່ວມມືກັນໃນດ້ານນີ້ໃນຕໍ່ໄປພາຍໜ້າ.
|
|
|